ຂ່າວສານ

ຂະແໜງຄົມມະນາຄົມຂົນສົ່ງສຸມໃສ່ກໍ່ສ້າງບັນດາກິດຈະກຳ, ໂຄງການຈຸດສຸມລະດັບຊາດໃຫ້ສຳເລັດ

ການພັດທະນາພື້ນຖານໂຄງລ່າງແມ່ນໜຶ່ງໃນ 3 ຂອດພັດທະນາບຸກທະລຸຍຸດທະສາດ. ມະຕິກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກໄດ້ວາງອອກຄາດໝາຍຮອດປີ 2025 ທົ່ວປະເທດກໍ່ສ້າງເສັ້ນທາງຄວາມໄວສູງ 3.000 ກມ; ຮອດປີ 2030 ກໍ່ສ້າງເສັ້ນທາງຄວາມໄວສູງ 5.000 ກມ.

ການພັດທະນາພື້ນຖານໂຄງລ່າງແມ່ນໜຶ່ງໃນ 3 ຂອດພັດທະນາບຸກທະລຸຍຸດທະສາດ. ມະຕິກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກໄດ້ວາງອອກຄາດໝາຍຮອດປີ 2025 ທົ່ວປະເທດກໍ່ສ້າງເສັ້ນທາງຄວາມໄວສູງ 3.000 ກມ; ຮອດປີ 2030 ກໍ່ສ້າງເສັ້ນທາງຄວາມໄວສູງ 5.000 ກມ.

   

(ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ກ່າວຄຳເຫັນທີ່ວາລະຊຸມ)

ຕອນບ່າຍວັນທີ 17 ກັນຍາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ ໄດ້ເປັນປະທານວາລະຊຸມເທື່ອທີ 2 ຄະນະຊີ້ນຳແຫ່ງລັດກ່ຽວກັບກິດຈະກຳ, ໂຄງການຈຸດສຸມລະດັບຊາດ, ໂຄງການຈຸດສຸມຂະແໜງຄົມມະນາຄົມຂົນສົ່ງ. ກອງປະຊຸມໄດ້ຈັດຂຶ້ນຕາມຮູບແບບໂດຍກົງ, ສົມທົບກັບທາງໄກ ລະຫວ່າງຈຸດເຊື່ອມຕໍ່ແມ່ນສຳນັກງານລັດຖະບານ ກັບ 33 ແຂວງ, ນະຄອນຂຶ້ນກັບສູນກາງ ທີ່ພວມມີໂຄງການລົງທຶນຄົມມະນາຄົມສຳຄັນ, ໂຄງການຄົມມະນາຄົມຈຸດສຸມ.

          ກ່າວຄຳເຫັນທີ່ວາລະປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ, ຫົວໜ້າຄະນະນຳ ໃຫ້ຮູ້ວ່າ, ການພັດທະນາພື້ນຖານໂຄງລ່າງແມ່ນໜຶ່ງໃນ 3 ຂອດພັດທະນາບຸກທະລຸຍຸດທະສາດ. ມະຕິກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກໄດ້ວາງອອກຄາດໝາຍຮອດປີ 2025 ທົ່ວປະເທດກໍ່ສ້າງເສັ້ນທາງຄວາມໄວສູງ 3.000 ກມ; ຮອດປີ 2030 ກໍ່ສ້າງເສັ້ນທາງຄວາມໄວສູງ 5.000 ກມ. ປະຕິບັດບັນດາມະຕິຂອງສູນກາງ, ສະພາແຫ່ງຊາດ, ລັດຖະບານ ໄດ້ປະກາດໃຊ້ບັນດາມະຕິ, ກົນໄກນະໂຍບາຍ, ຈັດແບ່ງແຫຼ່ງກຳລັງໃຫ້ແກ່ການພັດທະນາຄົມມະນາຄົມ. ທ່ານນາຍົກລັດຖະມົນຕີສະເໜີໃຫ້ບັນດາສະມາຊິກຄະນະຊີ້ນຳ, ການນຳບັນດາກະຊວງ, ຂະແໜງການ, ທ້ອງຖິ່ນລົງພຶດຕິກຳຕົວຈິງເພື່ອກວດກາສະພາບຕົວຈິງ.

(ແຫຼ່ງຄັດຈາກ VOV)


top