ຂ່າວສານ

ຂະແໜງການທູດ ຫວຽດນາມ - 80 ປີແຫ່ງການສ້າງຕັ້ງ ແລະ ເຕີບໃຫຍ່ພ້ອມກັບປະເທດຊາດ

ບົດຂຽນໄດ້ຢືນຢັນວ່າ, 80 ປີແຫ່ງການສ້າງຕັ້ງ ແລະ ເຕີບໃຫຍ່, ພາຍໃຕ້ການຊີ້ນຳຂອງພັກ ແລະ ປະທານ ໂຮ່ຈີມິນ, ຂະແໜງການທູດ ຫວຽດນາມ ມີການປະກອບສ່ວນໃຫຍ່ຫຼວງຫຼາຍຢ່າງເຂົ້າໃນພາລະກິດການປະຕິວັດຂອງຊາດ.
(ທ່ານ ເລືອງເກື່ອງ, ປະທານປະເທດ ຫວຽດນາມ)

ເນື່ອງໃນໂອກາດສະເຫຼີມສະຫຼອງ 80 ປີແຫ່ງວັນສ້າງຕັ້ງຂະແໜງການທູດ ຫວຽດນາມ (28 ສິງຫາ 1945 – 28 ສິງຫາ 2025), ທ່ານ ເລືອງເກື່ອງ, ປະທານປະເທດ ຫວຽດນາມ ໄດ້ມີບົດຂຽນ “ການທູດ ຫວຽດນາມ - 80 ປີແຫ່ງການສ້າງຕັ້ງ ແລະ ເຕີບໃຫຍ່ພ້ອມກັບປະເທດຊາດ”.

ບົດຂຽນໄດ້ຢືນຢັນວ່າ, 80 ປີແຫ່ງການສ້າງຕັ້ງ ແລະ ເຕີບໃຫຍ່, ພາຍໃຕ້ການຊີ້ນຳຂອງພັກ ແລະ ປະທານ ໂຮ່ຈີມິນ, ຂະແໜງການທູດ ຫວຽດນາມ ມີການປະກອບສ່ວນໃຫຍ່ຫຼວງຫຼາຍຢ່າງເຂົ້າໃນພາລະກິດການປະຕິວັດຂອງຊາດ. ເນື່ອງຈາກມີການພົວພັນດ້ານເສດຖະກິດ - ການຄ້າກັບເກືອບ 30 ປະເທດ ແລະ ເຂດແຄ້ວນ, ມາຮອດປະຈຸບັນ ຫວຽດນາມ ໄດ້ມີການພົວພັນດ້ານເສດຖະກິດ - ການຄ້າກັບກວ່າ 230 ປະເທດ ແລະ ເຂດແຄ້ວນ; ຍອດວົງເງິນສົ່ງອອກ - ນຳເຂົ້າບັນລຸເກືອບ 800 ຕື້ USD, ນອນໃນກຸ່ມ 20 ປະເທດມີຂອບເຂດການຄ້າໃຫຍ່ທີ່ສຸດໃນໂລກ. ຫວຽດນາມ ກາຍເປັນຕ່ອງໂສ້ສຳຄັນໃນເສດຖະກິດໂລກ ແລະ ທີ່ຕັ້ງໃນລະບົບຜະລິດທົ່ວໂລກກໍ່ນັບມື້ເພີ່ມຂຶ້ນ. ບັນດາຄວາມມານະພະຍາຍາມດ້ານການທູດ ໄດ້ປະກອບສ່ວນນຳ ຫວຽດນາມ ຈາກປະເທດຖືກປິດລ້ອມ, ບືນຕົວຂຶ້ນເປັນປະເທດສະມາຊິກທີ່ຕັ້ງໜ້າ, ມີຄວາມຮັບຜິດຊອບໃນກວ່າ 70 ອົງການສາກົນແລະ ພາກພື້ນ, ລວມທັງບັນດາກົນໄກສວມບົດບາດສຳຄັນເປັນແກ່ນສານໃນການຄຸ້ມຄອງທົ່ວໂລກ.

ທ່ານປະທານປະເທດ ເຊື່ອໝັ້ນວ່າ, ດ້ວຍຄຸນນະທາດ, ພູມປັນຍາຂອງຂະແໜງການທູດ ຫວຽດນາມ ທີ່ທັນສະໄໝ, ໄດ້ຫຼໍ່ຫຼອມຜ່ານປະຫວັດສາດນັບພັນປີຂອງຊາດ, ເຕີບໃຫຍ່ພາຍໃຕ້ສະໄໝ ໂຮ່ຈີມິນ, ໃນສັງກາດໃໝ່, ຂະແໜງການທູດຈະສືບຕໍ່ປະກອບສ່ວນເຂົ້າໃນການເດີນທາງນຳປະເທດຊາດກ້າວຂຶ້ນ.


top