ຂ່າວສານ

ຂະແຫນງທ່ອງທ່ຽວຫວຽດນາມກະຕຸ້ນຄວາມຕ້ອງການໄປທ່ຽວພາຍໃນປະເທດປະກອບສ່ວນຟື້ນຟູພື້ນຖານເສດຖະກິດ

      ໂລກລະບາດ ໂຄວິດ 19 ສົ່ງຜົນສະທ້ອນໂດຍກົງ ແລະ ຫນັກຫນ່ວງເຖິງຂະແຫນງທ່ອງທ່ຽວສາກົນ ແລະ ຫວຽດນາມ. ເມື່ອປະເທດຊາດກັບຄືນສູ່ໄລຍະເປັນປົກກະຕິຄືນໃຫມ່ ພາຍຫລັງໂລກລະບາດ, ຂະແຫນງທ່ອງທ່ຽວຫວຽດນາມ ໄດ້ມີບັນດາມາດຕະການກະຕຸ້ນຄວາມຕ້ອງການເພື່ອແນໃສ່ຟື້ນຟູຂະແຫນງທ່ອງທ່ຽວພາຍໃນປະເທດ, ແກ້ໄຂຄວາມຫຍຸ້ງຍາກໃຫ້ແກ່ບັນດາວິສາຫະກິດທ່ອງທ່ຽວ ພ້ອມທັງຂຶ້ນແຜນການຕ້ອນຮັບນັກທ່ອງທ່ຽວສາກົນ.

ສະຖານທີ່ທ່ອງທ່ຽວ Bana Hill 
      ຢູ່ບັນດາແຂວງ ນະຄອນຄື: ນະຄອນໂຮ່ຈີມິນ, ດາຫນັງ, ກວ໋າງນີງ, ແຄງຮວ່າ.. ບັນດາພະແນກ, ຂະແຫນງການ ແລະ ວິສາຫະກິດ ໄດ້, ພວມ ວາງອອກບັນດາລາຍການທ່ອງທ່ຽວດູດດື່ມ ພ້ອມກັບບັນດາມາດຕະການກະຕຸ້ນຄວາມຕ້ອງການທ່ອງທ່ຽວ. ຢູ່ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ຫວຽດນາມ, “ລາຍການກະຕຸ້ນຄວາມຕ້ອງການໄປທ່ຽວ” ຂອງສະຫະສະມາຄົມທ່ອງທ່ຽວຫວຽດນາມ, ສະຫະສະມາຄົມທ່ອງທ່ຽວ ເຂດທົ່ງພຽງແມ່ນ້ຳຂອງ ໄດ້ຜັນຂະຫຍາຍຢູ່ 13 ແຂວງ, ນະຄອນ ໃນເຂດ ນັບແຕ່ເດືອນມິຖຸນາປີ 2020. ທ່ານ ເຈີນຫຶວຫຽບ, ຮອງປະທານ ສະຫະສະມາຄົມທ່ອງທ່ຽວເຂດທົ່ງພຽງແມ່ນ້ຳຂອງ ໃຫ້ຮູ້ວ່າ: ສະຫະສະມາຄົມທ່ອງທ່ຽວ ໄດ້ພ້ອມກັບບັນດາທ້ອງຖິ່ນ ວາງອອກນະໂຍບາຍ ໂປຼໂມຊັນ, ຫລຸດຄ່າປີ້ເຂົ້າຊົມ ດ້ວຍສານທີ່ວ່າ “ຈຸດນັດພົບປອດໄພ”.
 ວິສາຫະກິດທ່ອງທ່ຽວຄື: ໂຮງແຮມ, ຮ້ານອາຫານ, ສະຖານທີ່ທ່ອງທ່ຽວ, ບໍລິສັດການບິນ… ລ້ວນແຕ່ມີນະໂຍບາຍຫລຸດຄ່າບໍລິການໃຫ້ເໝາະສົມ, ຍົກສູງຄຸນນະພາບການຮັບໃຊ້ ແລະ ຮັບປະກັນຄວາມປອດໄພໃຫ້ແກ່ນັກທ່ອງທ່ຽວ. ສົ່ງເສີມບັນດາທ້ອງຖິ່ນ, ວິສາຫະກິດສ້າງຜະລິດຕະພັນທ່ອງທ່ຽວໃຫມ່, ເປັນເອກະລັກ. ທ່ານ ເຈີນຫຶວຫຽບໃຫ້ຮູ້ວ່າ:
“ທີຫນຶ່ງ ຂະແຫນງທ່ອງທ່ຽວຕ້ອງປະຕິບັດການບໍລິການຄວບຄູ່ ທັງຕ້ານໂລກລະບາດ ທັງຟື້ນຟູຕະຫລາດ. ທີສອງ ຟື້ນຟູການເຄື່ອນໄຫວທ່ອງທ່ຽວ, ດຶງດູດນັກທ່ອງທ່ຽວມາຢ້ຽມຢາມເຂດທົ່ງພຽງແມ່ນ້ຳຂອງ. ທີສາມ ປະກອບສ່ວນແກ້ໄຂວຽກເຮັດງານທຳ ແລະ ຊີວິດການເປັນຢູ່ໃຫ້ແກ່ຄົນງານ ເປັນຕົ້ນແມ່ນຄົນງານຖືກວ່າງງານຍ້ອນໂຄວິດ 19. ທີ 4 ແມ່ນສ້າງເງື່ອນໄຂດີສຸດ ແລະ ຮັບປະກັນຄວາມປອດໄພໃນການປ້ອງກັນ ສະກັດກັ້ນໂລກລະບາດໃຫ້ແກ່ປະຊາຊົນເມື່ອໄປທ່ຽວ. ທີ 5 ແມ່ນເພີ່ມລາຍຮັບໃຫ້ແກ່ງົບປະມານ.”
  ປະຈຸບັນ ຂະແຫນງທ່ອງທ່ຽວໄດ້ສ້າງບັນດາແຜນການຟື້ນຟູເໝາະສົມກັບແຕ່ລະໄລຍະ, ສອດຄອ່ງກັບສະພາບການໂລກລະບາດຢູ່ພາຍໃນ ແລະສາກົນ. ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ກໍ່ໄດ້ສ້າງປະມວນມາດຖານກ່ຽວກັບການທ່ອງທ່ຽວຫວຽດນາມປອດໄພ.
ຢູ່ ນະຄອນ ດາຫນັງ, ພະແນກທ່ອງທ່ຽວ ນະຄອນ ໄດ້ສົມທົບກັບບັນດາວິສາຫະກິດທ່ອງທ່ຽວຢູ່ບໍລິເວນນະຄອນ ປະກາດບ້ວງກະຕຸ້ນຄວາມຕ້ອງການໄປທ່ຽວດ້ວຍຫົວຂໍ້ວ່າ “ Danang Thank You 2020” ຊື່ງໄດ້ດຳເນີນຮອດເດືອນທັນວາປີນີ້.  ລາຍການດັ່ງກ່າວ ໄດ້ດຶງດູດກວ່າ 150 ວິສາຫະກິດ ຢູ່ ນະຄອນດາຫນັງ ເຂົ້າຮ່ວມ.  ທ່ານ ຫງວຽນຊວນບີ່ງ ຮອງຫົວຫນ້າພະແນກທ່ອງທ່ຽວ ນະຄອນ ດາຫນັງ ໃຫ້ຮູ້ວ່າ:ບັນດາວິສາຫະກິດ ລ້ວນແຕ່ໃຫ້ຄຳໝັ້ນສັນຍາຈະວາງບັນດາບູລິມະສິດອັນດູດດື່ມ ແຕ່ບໍ່ຫລຸດຜ່ອນຄຸນນະພາບບໍລິການ.
 “ກ່ອນອື່ນ ພວກຂ້າພະເຈົ້າໃຫ້ບຸລິມະສິດແກ່ລາຍການພັກຜ່ອນບຳລຸງສຸຂະພາບຢູ່ ທະເລດາຫນັງ ໃນໂອກາດລະດູຮ້ອນປີ 2020, ຫລັງຈາກນັ້ນ ແມ່ນລາຍການຊື້ເຄື່ອງຂອງ, ຖັດມາ ນັບແຕ່ນີ້ຮອດທ້າຍປີ ແມ່ນລາຍການຕ້ອນຮັບ ຄຼິດສະມາດ.”
 ປະຈຸບັນ ມີກວ່າ 3.000 ວິສາຫະກິດເຂົ້າຮ່ວມກະຕຸ້ນຄວາມຕ້ອງການໄປທ່ຽວຢູ່ພາຍໃນປະເທດ. ຕາມການຕີລາຄາແລ້ວ ຖ້າຫາກຜັນຂະຫຍາຍບ້ວງກະຕຸ້ນຄວາມຕ້ອງການ, ພາຍຫລັງ 2 ເດືອນ ຂະແຫນງທ່ອງທ່ຽວພາຍໃນປະເທດ ຈະມີຄວາມສະຖຽນລະພາບ ແລະຮອດທ້າຍປີ ຈະກັບຄືນສູ່ສະພາບເປັນປົກກະຕິ. ເພາະສະນັ້ນ ບັນດາວິສາຫະກິດທ່ອງທ່ຽວ ຕັ້ງຫນ້າເຂົ້າຮ່ວມບັນດາມາດຕະການກະຕຸ້ນຄວາມຕ້ອງການ ພ້ອມກັບຫລາຍຮູບການ, ເພີ່ມທະວີຈຳນວນການບໍລິການ ແລະຍົກສູງຄຸນນະພາບການບໍລິການ.
(ແຫຼ່ງຄັດຈາກ VOV)
 


top