ຂ່າວສານ

ຂະແຫນງທ່ອງທ່ຽວຫວຽດນາມ ກຳແຫນ້ນສະພາບການ, ທ່າອ່ຽງ ກຽມພ້ອມພັດທະນາກະໂດດຂັ້ນ

      ຂະແຫນງທ່ອງທ່ຽວ ຫວຽດນາມ ພວມປະຕິບັດການຍູ້ແຮງໂຄສະນາເຜີຍແຜ່ກ່ຽວກັບສະພາບການຄວບຄຸມໂລກລະບາດໂຄວິດ 19

ທ່ອງທ່ຽວທະເລ ໝູຍແນ-ບິ່ງທ້ວນ
ພາບປະກອບ: vietnam+
      ຕາມບັນດາຜູ້ຊ່ຽວຊານແລ້ວ,  ທ່ອງທ່ຽວຈະກາຍເປັນຄວາມຕ້ອງການທີ່ຈຳເປັນສຳລັບປະຊາຊົນຫລາຍຄົນໃນໂລກ ພາຍຫລັງໄລຍະຍາວຖືກຈຳກັດການໄປມາຍ້ອນໂລກລະບາດໂຄວິດ 19. ດ້ວຍທ່າໄດ້ປຽບ ຫລາຍຢ່າງ ຖ້າຫາກກຳແຫນ້ນໄດ້ທ່າອ່ຽງທ່ອງທ່ຽວໃຫມ່, ຫວຽດນາມ ຈະມີໂອກາດພັດທະນາກະໂດດຂັ້ນ ລື່ນກາຍບັນດາປະເທດອື່ນໃນພາກພື້ນ. ທ່ານ ຫງວຽນຈຸ່ງແຄງ ຫົວຫນ້າກົມໃຫຍ່ທ່ອງທ່ຽວຫວຽດນາມ ໃຫ້ຮູ້ວ່າ: ຂະແຫນງທ່ອງທ່ຽວ ຫວຽດນາມ ພວມປະຕິບັດການຍູ້ແຮງໂຄສະນາເຜີຍແຜ່ກ່ຽວກັບສະພາບການຄວບຄຸມໂລກລະບາດໂຄວິດ 19, ຢັ້ງຢືນ ຫວຽດນາມ ແມ່ນສະຖານທີ່ທ່ອງທ່ຽວປອດໄພ ມີຄວາມໄວ້ເນື້ອເຊື່ອໃຈໃນພາກພື້ນ ແລະ ບັນດາສະຖານທີ່ທ່ອງທ່ຽວໄດ້ເປີດປະຕູແລ້ວ ພ້ອມແລ້ວຕ້ອນຮັບນັກທ່ອງທ່ຽວສາກົນ. ຂະແຫນງທ່ອງທ່ຽວ ກໍ່ຍູ້ແຮງບັນດາການເຄື່ອນໄຫວ marketing ດີຈີຕອນ.
(ແຫຼ່ງຄັດຈາກ VOV)


top