ຂ່າວສານ

ຂະບວນການ “ພັນວຽກດີ” - ຂະບວນການແຂ່ງຂັນຮັກຊາດເລິກເຊິ່ງ, ກ້ວາງຂວາງຂອງອະນຸຊົນ ຫວຽດນາມ

ພາຍຫຼັງໄລຍະອັນສັ້ນໆ, ຂະບວນການ “ພັນວຽກດີ” ຢູ່ໂຮງຮຽນ ຕາມເຊີນ ໄດ້ແຜ່ຂະຫຍາຍຢ່າງວ່ອງໄວ, ກາຍເປັນຂະບວນການແຂ່ງຂັນຮັກຊາດເລິກເຊິ່ງ, ກ້ວາງຂວາງຂອງອະນຸຊົນ ຫວຽດນາມ.
ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ກ່າວຄຳເຫັນທີ່ພິທີ

ຕອນຄ່ຳວັນທີ 24 ມີນາ, ຢູ່ນະຄອນ ບັກນີງ, ແຂວງ ບັກນິງ, ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ໄດ້ເຂົ້າຮ່ວມພິທີສະເຫຼີມສະຫຼອງ 60 ປີແຫ່ງຂະບວນການ “ພັນວຽກດີ” (24/3/1963 – 24/3/2023) ແລະ ຍ້ອງຍໍຊົມເຊີຍ “ຜູ້ກ້າຫານເຮັດພັນວຽກດີ” ທົ່ວປະເທດໂດຍສູນກາງຄະນະຊາວໜຸ່ມ ກອມມູນິດ ໂຮ່ຈີມິນ, ສະພາກອງເຍົາວະຊົນສູນກາງ ແລະ ຄະນະກຳມະການປະຊາຊົນແຂວງ ບັກນິງ ສົມທົບກັນຈັດຕັ້ງຂຶ້ນ. “ພັນວຽກດີ” ແມ່ນຂະບວນການແຂ່ງຂັນຮັກຊາດຂອງອະນຸຊົນ ຫວຽດນາມ, ໄດ້ປຸກລະດົມຢູ່ໂຮງຮຽນປະຖົມ ລຽນເຊີນ (ປະຈຸບັນແມ່ນໂຮງຮຽນປະຖົມ ຕາມເຊີນ, ເມືອງ ຕື່ເຊີນ, ແຂວງ ບັກນິງ). ພາຍຫຼັງໄລຍະອັນສັ້ນໆ, ຂະບວນການ “ພັນວຽກດີ” ຢູ່ໂຮງຮຽນ ຕາມເຊີນ ໄດ້ແຜ່ຂະຫຍາຍຢ່າງວ່ອງໄວ, ກາຍເປັນຂະບວນການແຂ່ງຂັນຮັກຊາດເລິກເຊິ່ງ, ກ້ວາງຂວາງຂອງອະນຸຊົນ ຫວຽດນາມ.

ກ່ອນໜ້ານັ້ນ, ທ່ານປະທານປະເທດ ຫວໍວັນເຖືອງ  ໄດ້ຖະຫວາຍທູບທຽນບູຊາອາໄລຫາບັນດາເຈົ້າຊີວິດສະໄໝລາດຊະວົງ ຫຼີ ທີ່ເຂດປູຊະນີຍະສະຖານລະດັບຊາດ ພິເສດ ວິຫານ ໂດ, ເມືອງ ດິ່ງບ໋າງ, ນະຄອນ ຕື່ເຊີນ.

 


top