ຂ່າວສານ

ຂະບວນການ “ບຸນເຕັດແຫ່ງຄວາມເມດຕາ” 2023 ລະດົມເງິນໜູນຊ່ວຍຜູ້ປະສົບກັບຄວາມຫຍຸ້ງຍາກໄດ້ກ່ວາ 1.175 ຕື້ດົ່ງ

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາງ ບຸ່ຍທິຮ່ວາ, ປະທານສູນກາງສະພາກາແດງ ຫວຽດນາມ ເນັ້ນໜັກວ່າ: ຂະບວນການ “ບຸນເຕັດແຫ່ງຄວາມເມດຕາ” ດ້ວຍບັນດາຂີດໝາຍສະເພາະໄດ້ປະກອບສ່ວນແຜ່ຂະຫຍາຍນ້ຳໃຈແຫ່ງຄວາມເມດຕາ.
  ກອງປະຊຸມຂອງສູນກາງສະພາກາແດງ (ພາບ:Thanh Tùng/TTXVN)  

ຜ່ານຂະບວນການ “ບຸນເຕັດແຫ່ງຄວາມເມດຕາ” ລະດູບານໃໝ່ປີແມວ 2023, ສະພາກາແດງ ຫວຽດນາມ ທຸກຂັ້ນປຸກລະດົມຂົນຂວາຍແຜ່ບໍລິຈາກເງິນໄດ້ກ່ວາ 1.175 ຕື້ດົ່ງ (ເກືອບ 50 ລ້ານ USD), ເພື່ອໜູນຊ່ວຍໃຫ້ຜູ້ທຸກຍາກ, ຜູ້ປະສົບກັບຄວາມຫຍຸ້ງຍາກໃຫ້ໄດ້ກ່ວາ 2,6 ລ້ານເທື່ອຄົນ. ນີ້ແມ່ນແຫຼ່ງຂ່າວໄດ້ຍົກອອກມາທີ່ກອງປະຊຸມສະຫລຸບຂະບວນການ “ບຸນເຕັດແຫ່ງຄວາມເມດຕາ” 2023 ໂດຍສູນກາງສະພາກາແດງ ຫວຽດນາມ ຈັດຂຶ້ນໃນວັນທີ 24 ກຸມພາ.

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາງ ບຸ່ຍທິຮ່ວາ, ປະທານສູນກາງສະພາກາແດງ ຫວຽດນາມ ເນັ້ນໜັກວ່າ: ຂະບວນການ “ບຸນເຕັດແຫ່ງຄວາມເມດຕາ” ດ້ວຍບັນດາຂີດໝາຍສະເພາະໄດ້ປະກອບສ່ວນແຜ່ຂະຫຍາຍນ້ຳໃຈແຫ່ງຄວາມເມດຕາ, ສ້າງບັນຍາກາດຟົດຟື້ນ, ມ່ວນຊື່ນບໍ່ພຽງແຕ່ສຳລັບບັນດາຜູ້ໄດ້ຮັບຜົນປະໂຫຍດເທົ່ານັ້ນ ຫາກຍັງແມ່ນແຫຼ່ງບັນດານໃຈໃຫ້ແກ່ພະນັກງານ, ສະມາຊິກ, ສະພາກາແດງນັກອາສາສະໝັກກາແດງເວົ້າສະເພາະ, ຜູ້ເຂົ້າຮ່ວມການເຄື່ອນໄຫວມະນຸດສະທຳ, ການກຸສົນເວົ້າລວມອີກດ້ວຍ. ສະເໜີໃຫ້ສະພາກາແດງທຸກຂັ້ນສືບຕໍ່ໂຄສະນາຢ່າງແຮງກ່ຽວກັບຈຸດປະສົງ, ຄວາມໝາຍ, ຄຳຮຽກຮ້ອງຂອງຂະບວນການ “ບຸນເຕັດແຫ່ງຄວາມເມດຕາ” ເພື່ອແນໃສ່ປ່ຽນແປງສະຕິຄວາມຮັບຮູ້ຂອງວົງຄະນະຍາດ ແລະ ນັກອຸປະຖຳ ກ່ຽວກັບການປະກອບສ່ວນແຫຼ່ງກຳລັງ, ສະແດງຄວາມຮັບຜິດຊອບສັງຄົມສຳລັບວົງຄະນະຍາດ ແລະ ວິທີການຈັດຕັ້ງການເຄື່ອນໄຫວໜູນຊ່ວຍບັນດາຜູ້ໄດ້ຮັບຜົນປະໂຫຍດ.

 


top