ຂ່າວສານ

ຂະບວນ ຄາຣາວານ ຮ້າລອງ 2019 ທີ່ຟົດຟື້ນມ່ວນຊື່ນ

      ວັນທີ 28 ເມສາ, ລາຍການແຫ່ຂະບວນ ຄາຣາວານ ແລະ ລາຍການສິລະປະ ຄາຣາວານ ຮ້າລອງ 2019 ໂດຍຄະນະກຳມະການປະຊາຊົນນະຄອນຮ້າລອງ ຮັບຜິດຊອບ ໄດ້ສົມທົບກັບກຸ່ມບໍລິສັດ ຊັນກຣັບ ແລະ ກຸ່ມບໍລິສັດ FLC ຈັດຕັ້ງຢູ່ເຂດທ່ອງທ່ຽວ ບ້າຍໄຈ ແລະ ຮ່ອນກາຍຢູ່ນະຄອນຮ້າລອງ 

ລາຍການແຫ່ຂະບວນ ຄາຣາວານ ແລະ ລາຍການສິລະປະ ຄາຣາວານ ຮ້າລອງ 2019 ຖືກຈັດຂຶ້ນຢູ່ແຄມຫາດຊາຍທະເລ ບ້າຍໄຈ
      ນັກສິລະປີນ, ນັກສະແດງອາຊີບກວ່າ 200 ຄົນຂອງຫວຽດນາມ ແລະ ສາກົນ ທີ່ມາຈາກ ບຣາຊິວ, ໂກລົມໂບ ພ້ອມກັບຂະບວນລົດແຊມດອກໄມ້ຢ່າງງາມຕາ ໄດ້ເຮັດໃຫ້ຫາດຊາຍທະເລ ບ້າຍໄຈ ກາຍເປັນເວທີສະແດງທີ່ຫຼາກຫຼາຍສີສັນງາມຕາ. ທ່ານນາງ ວູ້ທິທູຖິ້ວ ຮອງປະທານຄະນະກຳມະການປະຊາຊົນແຂວງ ກວາງນີງ ໄດ້ກ່າວວ່າ :
     “ ຈົ່ງມາຢາມຮ້າລອງ, ແຂວງກວາງນີງເພື່ອຮັບຊົມທັດສະນີຍະພາບທີ່ງົດງານຂອງປະເທດຊາດ, ທັງຈະໄດ້ຊອກຮູ້ຄຸນຄ່າວັດທະນະທຳ, ປະຫວັດສາດທີ່ເປັນເອກະລັກຂອງປະຊາຊົນຢູ່ເຂດທາງທິດຕາເວັນອອກສ່ຽງເໜືອດ້ວຍນ້ຳໃສໃຈຈິງ, ເປີດອົກເປີດໃຈ ແລະ ຮັກແພງແຂກ ”
 (ແຫຼ່ງຄັດຈາກ VOV)


top