ຂ່າວສານ

ຂ ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ກຸ່ມ G- 20 ຢູ່ New Delhi, ອິນ​ເດຍ

ວັນທີ 1 ມີນາ, ຢູ່ນະຄອນຫຼວງ New Delhi, ປະເທດ ອິນເດຍ ໄດ້ໄຂກອງປະຊຸມລັດຖະມົນຕີການຕ່າງປະເທດ ກຸ່ມບັນດາພື້ນຖານເສດຖະກິດພັດທະນາ ແລະ ຫາກໍພົ້ນເດັ່ນຂຶ້ນແຖວໜ້າໂລກ (G-20).
ກອງປະຊຸມລັດຖະມົນຕີການຕ່າງປະເທດ G-20 (ພາບ: VOV)

ໃນສອງວັນດຳເນີນກອງປະຊຸມ, ກອງປະຊຸມລັດຖະມົນຕີການຕ່າງປະເທດ G-20 ຈະປຶກສາຫາລື, ສົນທະນາໂດຍປິ່ນອ້ອມຫົວຂໍ້ຕ່າງໆຄື: ລັດທິຫຼາຍຝ່າຍ ແລະ ຄວາມຈຳເປັນຕ້ອງປະຕິຮູບ, ຄວາມໝັ້ນຄົງດ້ານພະລັງງານ ແລະ ສະບຽງອາຫານ ແລະ ການຮ່ວມມືພັດທະນາ, ຊ່ວຍເຫຼືອມະນຸດສະທຳ ແລະ ກູ້ໄພກູ້ຊີບໄພພິບັດ. ໄປຄຽງຄູ່ກັນນັ້ນ, ຄາດວ່າ ຈະມີຫຼາຍກອງປະຊຸມສອງຝ່າຍຖືກດຳເນີນຢູ່ນອກກອງປະຊຸມດັ່ງກ່າວ.

ສິ່ງທ້າທາຍໃນປີເປັນປະທານ G-20 ຂອງ ອິນເດຍ ໃນປີ 2023 ແມ່ນ ຕ້ອງຮັບປະກັນໃຫ້ບັນລຸໄດ້ຄວາມເຫັນດີເຫັນພ້ອມລະຫວ່າງບັນດາປະເທດສະມາຊິກ ໃນສະພາບການແບ່ງແຍກຢ່າງເລິກເຊິ່ງລະຫວ່າງ ສະຫະພາບເອີຣົບ (ອີຢູ) ແລະ ກຸ່ມບັນດາປະເທດອຸດສາຫະກຳພັດທະນາ G7  ກັບ ລັດເຊຍ ຍ້ອນການປະທະກັນລະຫວ່າງ ລັດເຊຍ - ຢູແກຼນ.

 

top