ຂ່າວສານ

ກໍ່​ສ້າງ, ພັດ​ທະ​ນາ​ຂະ​ແໜງ​ການ​ທູດ​ຮອບ​ດ້ານ, ທັນ​ສະ​ໄໝ

ຕອນເຊົ້າວັນທີ 15 ທັນວາ, ຢູ່ຮ່າໂນ້ຍ, ກະຊວງການຕ່າງປະເທດຫວຽດນາມ ໄດ້ຈັດຕັ້ງກອງປະຊຸມການຕ່າງປະເທດຄັ້ງທີ 31 ດ້ວຍຫົວຂໍ້ “ຂະແໜງການທູດ ຫວຽດນາມ ນຳໜ້າ, ຮອບດ້ານ, ທັນສະໄໝ, ເປັນເຈົ້າການຮັບມື, ປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກຢ່າງມີໄຊ” ຕາມຮູບແບບໂດຍກົງສົມທົບກັບທາງໄກ. ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເຂົ້າຮ່ວມ ແລະ ຊີ້ນຳກອງປະຊຸມ.
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກ່າວຄຳເຫັນທີ່ກອງປະຊຸມ. ພາບ: TTXVN

ກ່າວຄຳເຫັນໄຂກອງປະຊຸມ, ທ່ານລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ບຸ່ຍແທັງເຊີນ ຊີ້ແຈ້ງວ່າ 2 ປີຜ່ານມາ ຂະແໜງການທູດ ຫວຽດນາມ ບັນລຸໄດ້ຫຼາຍໝາກຜົນສຳຄັນ ແລະ ຮອບດ້ານ. ນັ້ນແມ່ນການຮັກສາສະພາບແວດລ້ອມແຫ່ງສັນຕິພາບ, ສະຖຽນລະພາບ, ປະກອບສ່ວນສຳຄັນເຂົ້າໃນການປົກປັກຮັກສາເອກະລາດ, ອະທິປະໄຕ, ເອກະພາບ ແລະ ຜືນແຜ່ນດິນອັນຄົບຖ້ວນ, ສືບຕໍ່ເປີດກວ້າງ ແລະ ເຮັດໃຫ້ສາຍພົວພັນກັບບັນດາຄູ່ຮ່ວມມືເລິກເຊິ່ງກວ່າເກົ່າ. ຈາກນັ້ນ ຍາດແຍ່ງເອົາແຫຼ່ງກຳລັງຈາກພາຍນອກໃຫ້ໄດ້ຢ່າງສຸດຂີດເພື່ອຮັບໃຊ້ໃຫ້ແກ່ການພັດທະນາເສດຖະກິດ - ສັງຄົມ.

ຕາມທ່ານລັດຖະມົນຕີການຕ່າງປະເທດ ບຸ່ຍແທັງເຊີນ ແລ້ວ, ໜ້າທີ່ທີ່ໄດ້ວາງອອກສຳລັບວຽກງານພົວພັນຕ່າງປະເທດເວົ້າລວມ ແລະ ຂະແໜງການທູດເວົ້າສະເພາະ ໃນສະພາບການໃໝ່ ແມ່ນໜັກໜ່ວງທີ່ສຸດແຕ່ກໍມີກຽດສະຫງ່າລາສີ. ຂະແໜງການທູດຕ້ອງເສີມຂະຫຍາຍບົດບາດນຳໜ້າໃນການກໍ່ສ້າງ ແລະ ຮັກສາສະພາບແວດລ້ອມແຫ່ງສັນຕິພາບ, ສະຖຽນລະພາບ, ປົກປັກຮັກສາປະເທດຊາດແຕ່ຕົ້ນ, ແຕ່ໄກ; ຍາດແຍ່ງເອົາກາລະໂອກາດ, ແຫຼ່ງກຳລັງຈາກພາຍນອກ ເພື່ອຮັບໃຊ້ການພັດທະນາເສດຖະກິດ - ສັງຄົມ ແລະ ຍົກສູງທີ່ຕັ້ງບົດບາດ, ອິດທິພົນຊື່ສຽງຂອງປະເທດຊາດ; ສ້າງສາ ແລະ ພັດທະນາຂະແໜງການຕ່າງປະເທດໃຫ້ຮອບດ້ານ ແລະ ທັນສະໄໝ.

ໃນສະພາບການໂລກຍັງມີການຜັນແປຫຼາຍຢ່າງ, ພິເສດແມ່ນໂລກລະບາດໂຄວິດ - 19 ມີການຜັນແປຍາກທີ່ຈະຄາດຄະເນລ່ວງໜ້າໄດ້, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ຖືວ່າຂະແໜງການທູດຕ້ອງກຳນົດໃຫ້ຈະແຈ້ງ, ເພື່ອວາງບັນດາທິດທາງໃຫ້ສອດຄ່ອງໃນໄລຍະທີ່ຈະມາເຖິງ:

ກ່ຽວກັບວຽກງານປີ 2022 ແລະ 2023, ພວກເຮົາຕ້ອງຄາດຄະເນສະພາບການ ໃຫ້ໄດ້ເພື່ອກຳນົດວຽກງານພົວພັນການຕ່າງປະເທດໃຫ້ສອດຄ່ອງ. ທີ 1, ການແກ້ງແຍ້ງແຂ່ງຂັນດ້ານຍຸດທະສາດຕ້ອງຈະແຈ້ງທີ່ສຸດ. ຕ້ອງຄາດຄະເນສະພາບການເພື່ອມີການປະພຶດ, ແກ້ໄຂບັນດາສິ່ງທ້າທາຍໃຫ້ໄດ້, ໜູນໃຊ້ກາລະໂອກາດເພື່ອພັດທະນາ. ທີ 2 ແມ່ນໂລກລະບາດໂຄວິດ - 19, ນີ້ແມ່ນບັນຫາທົ່ວໂລກ, ສະນັ້ນ, ຕ້ອງມີວິທີສຳພັດແບບທົ່ວໂລກ ແລະ ຕ້ອງມີຄວາມສາມັກຄີສາກົນຈື່ງພ້ອມກັນແກ້ໄຂໄດ້. ທີ 3 ແມ່ນບັນຫາການປ່ຽນແປງຂອງດິນຟ້າອາກາດ, ການຂາດເຂີນຊັບພະຍາກອນ. ການປະຕິວັດ 4.0 ທັງເປັນສິ່ງທ້າທາຍ, ທັງເປັນກາລະໂອກາດ, ເຊີ່ງສິ່ງທ້າທາຍທີ່ໃຫຍ່ສຸດແມ່ນຄວາມໝັ້ນຄົງດ້ານອີນເຕີເນັດ. ແຕ່ຖ້າຫາກວ່າພວກເຮົາໜູນໃຊ້ການປະຕິວັດອຸດສາຫະກຳ 4.0 ໄດ້ນັ້ນ, ກາລະໂອກາດແມ່ນໃຫຍ່ຫຼວງທີ່ສຸດ.

ເນື່ອງໃນໂອກາດນີ້, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ມອບລາງວັນໃຫ້ບາງໝູ່ຄະນະ ແລະ ສ່ວນບຸກຄົນຂະແໜງການທູດທີ່ມີຜົນງານດີເດັ່ນໃນໄລຍະຜ່ານມາ.

ກ່ອນໜ້ານັ້ນ, ກອງປະຊຸມການຕ່າງປະເທດຄັ້ງທີ 31 ໄດ້ໄຂວາລະປະຊຸມຄົບຄະນະ, ທ່ານ ບຸ່ຍແທັງເຊີນ ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ຢັ້ງຢືນວ່າ ນັບແຕ່ກອງປະຊຸມການຕ່າງປະເທດຄັ້ງທີ 30 ໃນປີ 2018 ຈົນມາຮອດປະຈຸບັນ, ສະພາບການໂລກມີການຫັນປ່ຽນຢ່າງວ່ອງໄວ ແລະ ສັບສົນ, ມີຫຼາຍການຜັນແປເກີນຄາດຄະເນ, ແຕ່ວ່າຂະແໜງການທູດ ຫວຽດນາມ ຍັງບັນລຸໄດ້ຜົນງານທີ່ໃຫຍ່ຫຼວງ.

(ແຫຼ່ງຄັດຈາກ VOV)



top