ຂ່າວສານ

ກໍ່ສ້າງອະນຸສາວະລີປະທານໂຮ່ຈີມິນ ຢູ່ ຝູກວກ

ຕອນເຊົ້າວັນທີ 29 ເມສາ, ຢູ່ນະຄອນ ຝຸກວກ, ຄະນະກຳມະການປະຊາຊົນແຂວງ ກຽນຢາງ ໄດ້ຈັດພິທີວາງສີລາລຶກກໍ່ສ້າງອະນຸສາວະລີປະທານໂຮ່ຈີມິນ ຢູ່ສະໜາມຫຼວງໃຈກາງນະຄອນ ຝູກວກ ແລະ ເປີດນຳໃຊ້ກິດກະກຳ ຮ້ານບູຊານັກຮົບເສຍສະຫຼະຊີວິດເພື່ອຊາດ ຢູ່ ຝູກວກ.
  ພິທີວາງສີລາລຶກກໍ່ສ້າງອະນຸສາວະລີປະທານໂຮ່ຈີມິນ (ພາບ: ເລຮຸຍຫາຍ/TTXVN)  

 ທີ່ພິທີເປີດນຳໃຊ້ຫໍບູຊານັກຮົບເສຍສະຫຼະຊີວິດເພື່ອຊາດໃນບໍລິເວນ ນະຄອນ ຝູກວກ, ທ່ານ ຫວູດຶກດາມ ຮອງນາຍົກລັດຖະມົນຕີ ຫວຽດນາມ ເນັ້ນໜັກວ່າ:

ກິດຈະກຳດັ່ງກ່າວເປັນບ່ອນອີງທາງດ້ານຈິດໃຈທີ່ໝັ້ນຄົງ, ຕິດພັນກັບນ້ຳໃຈຂອງຊາດ ຫວຽດນາມ, ເສີມສ້າງກຳລັງແຮງເພື່ອໃຫ້ປະຊາຊົນ ຫວຽດນາມ ສາມັກຄີກັນຜ່ານຜ່າຄວາມຫຍຸ້ງຍາກ, ສິ່ງທ້າທາຍທຸກປະການ, ຮັກສາເອກະລາດ, ປົກປັກຮັກສາຜືນແຜ່ນດິນອັນຄົບຖ້ວນ ແລະ ອະທິປະໄຕທະເລ, ໝູ່ເກາະທີ່ສັກກະລະບູຊາຂອງປະເທດຊາດ”.


top