ຂ່າວສານ

ກໍ່ສ້າງລັດຖະບານຮັບໃຊ້, ສ້າງສັນ; ປັບປຸງສະພາບແວດລ້ອມແຫ່ງການລົງທຶນດຳເນີນທຸລະກິດ

ປີ 2019 ແມ່ນປີທີ 2 ຢ່າງລຽນຕິດທີ່ການຄາດຄະເນຫວຽດນາມ ບັນລຸໄດ້ 12/12 ຕົວເລກຄາດໝາຍຕົ້ນຕໍ, ໃນນັ້ນມີ 5 ຄາດໝາຍລື່ນກາຍແຜນການ.

(ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ)

ຕອນບ່າຍວັນທີ 08 ພະຈິກ, ເມື່ອເຮັດແຈ້ງບັນດາບັນຫາ ແລະ  ຕອບຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ເນັ້ນໜັກວ່າ, ປີ 2019 ແມ່ນປີທີ 2 ຢ່າງລຽນຕິດທີ່ການຄາດຄະເນຫວຽດນາມ ບັນລຸໄດ້ 12/12 ຕົວເລກຄາດໝາຍຕົ້ນຕໍ, ໃນນັ້ນມີ 5 ຄາດໝາຍລື່ນກາຍແຜນການ. ບັນດາໝາກຜົນທີ່ບັນລຸໄດ້ນັ້ນຈະສູງກວ່າອີກຖ້າຫາກພວກເຮົາພ້ອມກັນກະທຳຢ່າງຂຽວຂາດກວ່າ ເພື່ອແກ້ໄຂບັນດາຄວາມຫຍຸ້ງຍາກ ສິ່ງຄົງຄ້າງຂອງພື້ນຖານເສດຖະກິດ. ຢູ່ທີ່ນີ້, ທ່ານນາຍົກລັດຖະມົນຕີກໍ່ແຈ້ງໃຫ້ຊາບບາງບັນຫາກ່ຽວກັບບາງໂຄງການຈຸດສຸມແຫ່ງຊາດຄື ສະໜາມບິນລອງແທັ່ງ, ເສັ້ນທາງຄວາມໄວສູງເໜືອ - ໃຕ້ ທາງທິດຕາເວັນອອກ, ການພັດທະນາເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ຫວຽດນາມ…

        ກໍ່ທີ່ກອງປະຊຸມ, ບັນດາສະມາຊິກສະພາແຫ່ງຊາດໄດ້ສະແດງຄວາມສົນໃຈ, ມີຄວາມວິຕົກກັງວົນຕໍ່ບັນດາການກະທຳລ່ວງລະເມີດບັນດາເຂດທະເລຂອງຫວຽດນາມ ຢ່າງຮ້າຍແຮງຢູ່ທະເລຕາເວັນອອກ ເຊິ່ງໄດ້ກຳນົດຖືກຕ້ອງຕາມກົດໝາຍສາກົນ . ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ, ຊີ້ແຈ້ງວ່າ.

    “ພາຍໃຕ້ການຊີ້ນຳນຳພາຂອງພັກ, ໂດຍອີງໃສ່ບັນດາພື້ນຖານດ້ານນິຕິກຳ, ໃນໄລຍະຜ່ານມາ ຫວຽດນາມ ເດັດດ່ຽວ, ຢຶດໝັ້ນປົກປັກຮັກສາອະທິປະໄຕ, ສິດອຳນາດອະທິປະໄຕຢູ່ເຂດທະເລຢ່າງຄົບຖ້ວນ. ລັດຖະບານຈະສືບຕໍ່ຊີ້ນຳບັນດາກຳລັງທີ່ມີໜ້າທີ່ ຜັນຂະຫຍາຍການເຄື່ອນໄຫວປະຕິບັດກົດໝາຍດ້ວຍມາດຕະການແກ້ໄຂທີ່ເໝາະສົມ, ຮັບປະກັນສະພາບແວດລ້ອມພັດທະນາຢ່າງມີສັນຕິພາບ, ແຕ່ຢຶດໝັ້ນບໍ່ມີການຜ່ອນສັ້ນຜ່ອນຍາວຕໍ່ການກະທຳລ່ວງລະເມີດອະທິປະໄຕ, ສິດອຳນາດອະທິປະໄຕ ແລະ ສິດອຳນາດສານຂອງຫວຽດນາມ ຢູ່ທະເລຕາເວັນອອກ. ພ້ອມກັນນັ້ນ, ຫວຽດນາມ ກໍ່ຍາດແຍ່ງເອົາການສະໜັບສະໜູນ, ຄວາມເຫັນດີເຫັນພ້ອມຈາກເພື່ອນມິດສາກົນ, ບັນດາປະເທດ ແລະ ກຳລັງຮັກຫອມສັນຕິພາບ ແລະ ຄວາມຍຸຕິທຳ”.

        ທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ກໍ່ຢືນຢັນວ່າ, ຈະສືບຕໍ່ກວດກາຄືນ, ຍົກເລີກ ແລະ ຫຼຸດຜ່ອນບັນດາລາຍຊື່ຂະແໜງອາຊີບດຳເນີນທຸລະກິດ, ເງື່ອນໄຂດຳເນີນທຸລະກິດ; ຮັບຮອງເອົາ, ປັບປຸງເພີ່ມເຕີມກົດໝາຍວ່າດ້ວຍການລົງທຶນ… ເພື່ອສ້າງເງື່ອນໄຂສະດວກໃຫ້ແກ່ວິສາຫະກິດ.

(ແຫຼ່ງຄັດຈາກ VOV)

top