ຂ່າວສານ

ກໍ່ສ້າງນະຄອນ ໂຮ່ຈີມິນ ເປັນສູນການເງິນຂອງພາກພື້ນ ແລະ ສາກົນ

ຕອນເຊົ້າວັນທີ 17 ກໍລະກົດ, ຄະນະກໍາມະການນະຄອນໂຮ່ຈີມິນ ໄດ້ສົມທົບກັບ ບໍລິສັດລົງທຶນການເງິນແຫ່ງລັດ ນະຄອນ ໂຮ່ຈີມິນ ຈັດຕັ້ງກອງປະຊຸມສໍາມະນາກໍ່ສ້າງນະຄອນໂຮ່ຈີມິນ ໃຫ້ເປັນສູນການເງິນຂອງພາກພື້ນ ແລະ ສາກົນ.

ທ່ານ ຫງວຽນທ້ຽນເຍິນ ເລຂາຄະນະພັກນະຄອນ ໂຮ່ຈີມິນ (ພາບ: VOV) 

ກ່າວຄໍາເຫັນທີ່ກອງປະຊຸມສໍາມະນາ, ທ່ານ ຫງວຽນທ້ຽນເຍິນ ເລຂາຄະນະພັກນະຄອນ ໂຮ່ຈີມິນ ຢັ້ງຢືນວ່າ ທິດບຸກທະລຸຂອງນະຄອນ ແມ່ນສຸມໃສ່ພັດທະນາພູມປັນຍາທຽມ, ການຄຸ້ມຄອງອັດສະລິຍະ. ປັດຈຸບັນດ, ທາງນະຄອນພວມປະຕິບັດໂຄງການພັດທະນາພູມປັນຍາທຽມຮອດປີ 2030 ນະຄອນກໍ່ໄດ້ຜັນຂະຫຍາຍຕົວເມືອງປະດິດຄິດສ້າງໄດ້ 2 ປີມານີ້ ແລະ ນີ້ກໍ່ແມ່ນປະຖົມປັດໄຈເພື່ອໜູນຊ່ວຍບັນດາວິສາຫະກິດເຄື່ອນໄຫວກ່ຽວກັບການເງິນ. ການບໍລິການການເງິນ ແມ່ນອີງໃສ່ເຕັກໂນໂລຢີທັນສະໄໝ, ພິເສດແມ່ນພູມປັນຍາທຽມ ແລະ  Big data ແມ່ນ ທິດເດີນຂອງນະຄອນ. ທ່ານກ່າວວ່າ:

        “ທີໜຶ່ງແມ່ນຍູ້ແຮງການປະຕິຮູບລະບຽບການບໍລິຫານ, ສ້າງສະພາບແວດລ້ອມແຫ່ງການລົງທຶນໃຫ້ສົມບູນແບບ. ທີສອງແມ່ນ ຍູ້ແຮງການກໍ່ສ້າງຕົວເມືອງອັດສະລິຍະ, ຍູ້ແຮງການຄົ້ນຄວ້າພູມປັນຍາທຽມ ແລະ ໝູນໃຊ້ເທື່ອລະກ້າວ”.

        ທີ່ກອງປະຊຸມ, ບັນດາຜູ້ແທນເຂົ້າຮ່ວມໄດ້ປຶກສາຫາລື, ຕີລາຄາສະພາບການຕົວຈິງ, ແງ່ຫວັງ, ກາລະໂອກາດ, ສິ່ງທ້າທາຍ ແລະ ບັນດາມາດຕະການເພື່ອສ້າງນະຄອນ ໂຮ່ຈີມິນ ໃຫ້ກາຍເປັນສູນການເງິນຂອງພາກພື້ນ. ປັດຈຸບັນ, ຕະຫຼາດການເງິນນະຄອນໂຮ່ຈີມິນ ໄດ້ມີບັນດາປະຖົມປັດໄຈສໍາຄັນເພື່ອເຕີບໂຕ, ຂະແໜງການເງິນມີລະດັບການເຕີບໂຕສະເລ່ຍ ແມ່ນ 8,8%/ປີ ແລະ ກວມເອົາອັດຕາສ່ວນ 5,7% GRDP ຂອງນະຄອນ, ລະດົມທຶນໄດ້ປະມານ 460.000 ຕື້ດົ່ງ/ປີ ແຕ່ຍັງປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງຢູ່.

(ແຫຼ່ງຄັດຈາກ VOV)


top