ກອງປະຊຸມກໍ່ສ້າງພື້ນຖານອຸດສາຫະກຳ, ກະສິກຳ ຫວຽດນາມ
ຕອນບ່າຍວັນທີ 18/12, ຢູ່ນະຄອນ ໂຮ່ຈີມິນ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ເຂົ້າຮ່ວມກອງປະຊຸມກໍ່ສ້າງພື້ນຖານອຸດສາຫະກຳ, ກະສິກຳ ຫວຽດນາມ, ໂດຍສະໂມສອນກະສິກຳເຕັກໂນໂລຢີສູງ (DAA ຫວຽດນາມ), ຫົວໜ່ວຍຂຶ້ນກັບສູນກາງສະມາຄົມນັກທຸລະກິດໜຸ່ມ ຫວຽດນາມ ຈັດຕັ້ງ. ເມື່ອໂອ້ລົມສົນທະນາກັບບັນດາວິສາຫະກິດ ທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ຢັ້ງຢືນວ່າ: ກະສິກຳແມ່ນທ່າແຮງຂອງພື້ນຖານເສດຖະກິດ ຫວຽດນາມ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ຊີ້ແຈ້ງວ່າ: ບັນດາການກຳນົດທິດໃຫຍ່ຂອງພັກ ແລະ ລັດ ເພື່ອພັດທະນາກຳລັງວິສາຫະກິດກະສິກຳກໍ່ຄືຕອບຄຳຖາມຂອງບັນດາວິສາຫະກິດເພື່ອຊຸກຍູ້ການໝູນໃຊ້ອຸດສາຫະກຳໃນກະສິກຳ.
ໃນໄລຍະຈະມາເຖິງ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຖືວ່າ: ຫວຽດນາມ ຄວນສ້າງຕັ້ງບັນດາຮົ້ວເຕັກນິກໃຫ້ຖືກຕ້ອງຕາມກົດໝາຍຂອງອົງການການຄ້າໂລກ (WTO) ແລະ ບັນດາສັນຍາອື່ນໆ ເຊິ່ງ ຫວຽດນາມ ເຂົ້າຮ່ວມເພື່ອຮັບປະກັນການປົກປ້ອງສິນຄ້າພາຍໃນປະເທດ. ພ້ອມກັນນັ້ນ, ແມ່ນນະໂຍບາຍໜູນຊ່ວຍບັນດາວິສາຫະກິດໃນຂົງເຂດອຸດສາຫະກຳຜະລິດບັນດາເຄື່ອງອຸປະກອນຮັບໃຊ້ກະສິກຳ, ມີມາດຕະການພັດທະນາວິສາຫະກິດໃນຂົງເຂດກະສິກຳ, ຊົນນະບົດ, ສະຫະກອນ, ສົ່ງເສີມບັນດາຄອບຄົວດຳເນີນທຸລະກິດສ່ວນຕົວໃນຂົງເຂດຊົນນະບົດຫັນໄປສູ່ການເຄື່ອນໄຫວຕາມຮູບແບບວິສາຫະກິດ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ແບ່ງປັນກັບ: ບັນດາວິສາຫະກິດມີວິໄສທັດ ແລະ ແງ່ຫວັງກໍ່ສ້າງພື້ນຖານກະສິກຳ ຫວຽດນາມ ໃຫ້ທັນສະໄໝ, ຫຼາຍບົດບາດ, ມີຄວາມສາມາດແກ່ງແຍ້ງກັບສາກົນໄດ້.
(ແຫຼ່ງຄັດຈາກ VOV)