ເພື່ອນມິດ ກັບ ຫວຽດນາມ

ກໍາປັ່ນ 17 ເຂົ້າທຽບທ່າ Lumut, ເລີ່ມຕົ້ນການຢ້ຽມຢາມ ມາເລເຊຍ

ຕອນເຊົ້າວັນທີ 2 ກຸມພາ, ກໍາປັ່ນ 17 ຂຶ້ນກັບກອງພົນນ້ອຍ 171, ທະຫານເຮືອເຂດ 2 ພ້ອມດ້ວຍຄະນະປະຕິບັດງານທະຫານເຮືອປະຊາຊົນຫວຽດນາມ ນໍາໂດຍພັນເອກພິເສດ ເລດິ່ງງິ ຮອງຫົວໜ້າເສນາທິການທະຫານເຮືອເຂດ 2 ໄດ້ເຂົ້າທຽບທ່າກໍາປັ່ນຖານທັບທະຫານເຮືອ Lumut, ເລີ່ມຕົ້ນການຢ້ຽມຢາມ ມາເລເຊຍ.
ພະນັກງານຜູ້ຊີ້ທາງຂອງມາເລເຊຍ ແນະນໍາກໍາປັ່ນ 17 ເຂົ້າທຽບທ່າ. ພາບ: qdnd.vn
ກໍາປັ່ນ 17 ເຂົ້າທຽບທ່າ Lumut. ພາບ: qdnd.vn

ພິທີຕ້ອນຮັບກໍາປ່ັນ 17 ໄດ້ຈັດຕັ້ງທີ່ທ່າກໍາປັ່ນ Lumut ຕາມພິທີຕ້ອນຮັບກໍາປັ່ນການທະຫານ, ພາຍໃຕ້ການເປັນປະທານຂອງທ່ານພັນເອກ Murthi Subromoniam ຫົວໜ້າຫ້ອງສູ້ຮົບ, ກອງເຮືອຕາເວັນຕົກ, ທະຫານເຮືອລາດຊະວົງມາເລເຊຍ.

ເຂົ້າຮ່ວມພິທີຕ້ອນຮັບກໍາປັ່ນ ພ້ອມດ້ວຍຄະນະປະຕິບັດງານມີທ່ານພັນເອກພິເສດ ຫວູຮວ່າງນາມ ທີ່ປຶກສາທູດປ້ອງກັນຊາດຫວຽດນາມ ປະຈໍາ ມາເລເຊຍ ພ້ອມດ້ວຍກັບຕັນ, ລູກເຮືອຂອງຖານທັບ Lumut.

ທ່ານພັນເອກ Murthi Subromoniam ຕ້ອນຮັບຄະນະປະຕິບັດງານທະຫານເຮືອປະຊາຊົນຫວຽດນາມ ແລະກໍາປັ່ນ 17 ມາຢ້ຽມຢາມ, ພົບປະແລກປ່ຽນກັບທະຫານເຮືອລາດຊະວົງມາເລເຊຍ. ພາບ: qdnd.vn
ບັນດານາຍທະຫານ ທະຫານເຮືອມາເລເຊຍ ຕ້ອນຮັບຄະນະປະຕິບັດງານ. ພາບ: qdnd.vn
ຄະນະປະຕິບັດງານທະຫານເຮືອປະຊາຊົນຫວຽດນາມ ພ້ອມດ້ວຍນາຍທະຫານເຮືອລາດຊະວົງມາເລເຊຍ ທີ່ພິທີຕ້ອນຮັບກໍາປັ່ນ 17. ພາບ: qdnd.vn

ພາຍຫຼັງພິທີຕ້ອນຮັບ, ຄະນະຜູ້ແທນກອງເຮືອຕາເວັນຕົກ, ທະຫານເຮືອລາດຊະວົງມາເລເຊຍ ໄດ້ໄປຢ້ຽມຢາມກໍາປັ່ນ 17; ນາຍທະຫານເຮືອສອງປະເທດ ໄດ້ແລກປ່ຽນ, ເຫັນດີເປັນເອກະພາບຈັດຕັ້ງບັນດາການເຄື່ອນໄຫວຂອງຄະນະປະຕິບັດງານໃນຂອບເຂດການຢ້ຽມຢາມ.

ທ່ານພັນເອກພິເສດ ເລດິ່ງງິ ມອບຂອງຂວັນທີ່ລະນຶກໃຫ້ພັນເອກ Murthi Subromoniam. ພາບ: qdnd.vn
ຜູ້ແທນກອງເຮືອຕາເວັນຕົກ, ທະຫານເຮືອລາດຊະວົງມາເລເຊຍ ຢ້ຽມຢາມກໍາປັ່ນ 17. ພາບ: qdnd.vn

ຕາມນັ້ນແລ້ວ, ຄະນະປະຕິບັດງານທະຫານເຮືອປະຊາຊົນຫວຽດນາມ ຈະເຂົ້າຢ້ຽມຂໍ່ານັບການນໍາກອງເຮືອຕາເວັນຕົກ ແລະຖານທັບທະຫານເຮືອ Lumut; ຈັດຕັ້ງການຢ້ຽມຢາມກໍາປັ່ນສອງຝ່າຍ; ແຂ່ງຂັນກິລາ ແລະຢ້ຽມຊົມທັດສະນີສະພາບບາງແຫ່ງ ຢູ່ມາເລເຊຍ.

ບັນດາການເຄື່ອນໄຫວນີ້ເພື່ອແນໃສ່ເພີ່ມທະວີການພົວພັນຮ່ວມມື, ຄວາມເຂົ້າໃຈ ແລະຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະກັນລະຫວ່າງທະຫານເຮືອ ແລະກອງທັບສອງປະເທດຫວຽດນາມ-ມາເລເຊຍ, ເພື່ອສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະພ້ອມກັນພັດທະນາ.


top