ຂ່າວສານ

ກ໋​ວາງ​ຈິ​ຈັດ​ພິ​ທີ ໄວ້​ອາ​ໄລ ແລະ ປົງ​ສົບ 12 ອັດ​ຖິ​ທະ​ຫານທີ່ ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ​ຢູ່ ລາວ

ນີ້ແມ່ນອັດຖິໂດຍ ກອງບັນຊາການທະຫານແຂວງ ກ໋ວາງຈິງ ທ້ອນໂຮມ ໃນບໍລິເວນແຂວງ ສະຫວັນນະເຂດ, ລາວ ໃນລະດູແລ້ງ 2023 – 2024.
ບັນດາຜູ້ແທນ ນຳສົ່ງອັດຖິໄປປົງສົບ.

ວັນທີ 22 ພຶດສະພາ, ຢູ່ສຸສານ ທະຫານເສຍສະຫຼະຊີວິດເພື່ອຊາດ ແຫ່ງຊາດເສັ້ນທາງ ເລກ 9, ແຂວງ ກ໋ວາງຈິ ໄດ້ຈັດພິທີ ໄວ້ອາໄລ ແລະ ປົງສົບ ໃຫ້ສຳເລັບ ອັດຖິທະຫານອາສາສະໝັກ ແລະ ນັກຊ່ຽວຊານ ຫວຽດນາມ ທີ່ເສຍສະຫຼະຊີວິດຢູ່ ລາວ.

ນີ້ແມ່ນອັດຖິໂດຍ ກອງບັນຊາການທະຫານແຂວງ ກ໋ວາງຈິງ ທ້ອນໂຮມ ໃນບໍລິເວນແຂວງ ສະຫວັນນະເຂດ, ລາວ ໃນລະດູແລ້ງ 2023 – 2024. ທ່ານ ຫວໍມິງເລືອງ ຮອງລັດຖະມົນຕີ ກະຊວງປ້ອງກັນປະເທດ ຫວຽດນາມ, ການນຳ ແຂວງ ສະຫວັນນາເຂດ (ລາວ) ພ້ອມກັບບັນດາກຳລັງປະກອບອາວຸດ ແລະ ປະຊາຊົນແຂວງກ໋ວາງຈິ ໄດ້ເຂົ້າຮ່ວມພິທີໄວ້ອາໄລ, ປົງສົບ ແລະ ສະແດງຄວາມຮູ້ບຸນຄຸນ ຢ່າງເລິກເຊິ່ງຕໍ່ບັນດານັກວິລະຊົນທີ່ເສຍສະຫຼະຊີວິດເພື່ອພາລະກິດແຫ່ງການສ້າງສາ ແລະ ປົກປັກຮັກສາປະເທດຊາດ, ເພື່ອໜ້າທີ່ສາກົນອັນສູງສົ່ງ.


top