ຂ່າວສານ

ກ້າ​ປ່ຽນ​ແປງ​ໃໝ່, ມີ​ຫົວ​ຄິດ​ປະ​ດິດ​ສ້າງ, Startup ​ເພື່ອ​ພັດ​ທະ​ນາ​ປະ​ເທດ​ຊາດ​ຂຶ້ນ​ລະ​ດັບ​ພາກ​ພື້ນ ແລະ ໂລກ

ກ່າວຄຳເຫັນທີ່ເຫດການ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຢັ້ງຢືນວ່າ ພັກ, ລັດ ຫວຽດນາມ ຍາມໃດກໍ່ມີແຜນນະໂຍບາຍຍູ້ແຮງການຫັນປ່ຽນຮູບແບບການເຕີບໂຕໂດຍອີງໃສ່ການໝູນໃຊ້ວິທະຍາສາດ, ເຕັກໂນໂລຢີ ແລະ ການປ່ຽນແປງໃໝ່ປະດິດຄິດສ້າງ.
  ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກ່າວຄຳເຫັນທີ່ເຫດການ (ພາບ: TTXVN)  

ຕອນຄ່ຳວັນທີ 3 ທັນວາ, ຢູ່ແຂວງບິ່ງເຢືອງ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ເຂົ້າຮ່ວມໂຄງການ ຂີດໝາຍ Techfest 2022. ນີ້ແມ່ນການເຄື່ອນໄຫວສະຫຼຸບ ກ່ວາ 30 ກອງປະຊຸມ, ກອງປະຊຸມສຳມະນາລົງເລິກກ່ຽວກັບການປ່ຽນແປງໃໝ່ປະດິດຄິດສ້າງຂອງໂຄງການວັນບຸນ Startup ປ່ຽນແປງໃໝ່ປະດິດຄິດສ້າງ ແຫ່ງຊາດ (Techfest Vietnam 2022) ໂດຍກະຊວງວິທະຍາສາດ ແລະ ເຕັກໂນໂລຢີສົມທົບກັບກະຊວງການຕ່າງປະເທດ ແລະ ຄະນະກຳມະການປະຊາຊົນແຂວງບິ່ງເຢືອງຈັດຂຶ້ນ.

ກ່າວຄຳເຫັນທີ່ເຫດການ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຢັ້ງຢືນວ່າ ພັກ, ລັດ ຫວຽດນາມ ຍາມໃດກໍ່ມີແຜນນະໂຍບາຍຍູ້ແຮງການຫັນປ່ຽນຮູບແບບການເຕີບໂຕໂດຍອີງໃສ່ການໝູນໃຊ້ວິທະຍາສາດ, ເຕັກໂນໂລຢີ ແລະ ການປ່ຽນແປງໃໝ່ປະດິດຄິດສ້າງ. ຊຸມປີຜ່ານມາ, ພັກ, ລັດ ໄດ້ມີຫຼາຍແຜນນະໂຍຍາຍ, ນະໂຍບາຍສ້າງເງື່ອນໄຂ, ສະພາບແວດລ້ອມແຫ່ງຄວາມສະດວກທີ່ສຸດ ໃຫ້ແກ່ການ Startup, ການປ່ຽນແປງໃໝ່ປະດິດຄິດສ້າງ. ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເນັ້ນໜັກວ່າ ເພື່ອນຳຫວຽດນາມ ກາຍເປັນປະເທດພັດທະນາກ່ຽວກັບການ Startupໂດຍໄວ, ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ ຕ້ອງມີວິທີການສະໜິດຕິດພັນກັບການ Startup, ການປ່ຽນແປງໃໝ່ປະດິດຄິດສ້າງ ດ້ວຍພູມປັນຍາ, ວິທະຍາສາດເຕັກໂນໂລຢີ ແລະ ລັກສະນະພິເສດສະເພາະຂອງປະເທດຊາດ ແລະ ຊາວຫວຽດນາມ

ຢູ່ເຫດການ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກໍ່ເຂົ້າຮ່ວມພິທີມອບ Top 10 ໃນການແຂ່ງຂັນຄົ້ນຫາຜູ້ມີຄວາມເກັ່ງກ້າສາມາດໃນການ Startup ປ່ຽນແປງໃໝ່ ປະດິດຄິດສ້າງ ແຫ່ງຊາດ ແລະ ໄດ້ຮັບການປະຕິບັດພິທີກຳ ຂີດໝາຍ Techfest 2022 ,ເປັນສັກຂີພະຍານໃນການສົມທົບກັນຮ່ວມມືພັດທະນາລະບົບນິເວດກ່ຽວກັບການ Startup ປ່ຽນແປງໃໝ່, ປະດິດຄິດສ້າງ ແລະ ໜູນຊ່ວຍການຫັນເປັນດີຈີຕອນອຸດສາຫະກຳ ຫວຽດນາມ - ສິງກະໂປ.


top