ຂ່າວສານ

ກ່ຳປັ່ນ ຈີນ ເຄື່ອນໄຫວຢູ່ໃກ້ກັບໝູ່ເກາະທີ່ຂັດແຍ້ງກັນກັບ ຍີ່ປຸ່ນ ກ່ວາ 3 ເດືອນຜ່ານມາ

      ຕາມສຳນັກຂ່າວສານ Kyodo ຂອງ ຍີ່ປຸ່ນ ແລ້ວ, ວັນທີ 22 ກໍລະກົດ, ຝູງກ່ຳປັ່ນຂອງ ຈີນ ສືບຕໍ່ເຄື່ອນໄຫວຢູ່ໃກ້ກັບໝູ່ເກາະທີ່ຂັດແຍ້ງກັນຢູ່ທະເລ ຮວາຕຸງ, ປັດຈຸບັນ ແມ່ນ ຍີ່ປຸ່ນ ຄວບຄຸມ ແລະ ເອີ້ນວ່າ Senkaku, ໃນຂະນະທີ່ ຈີນ ກໍ່ຖະແຫຼງອະທິປະໄຕ ແລະ ເອີ້ນວ່າ ຕຽວອີ. ນີ້ແມ່ນມື້ທີ 100 ທີ່ຝູງກ່ຳປັ່ນຂອງ ຈີນ ເຄື່ອນໄຫວຢູ່ເຂດດັ່ງກ່າວ.

ໝູ່ເກາະທີ່ ຍີ່ປຸ່ນ ເອີ້ນວ່າ Senkaku ແລະ ຈີນ ເອີ້ນວ່າ ຕຽວອີ (ພາບ:Japan Times/TTXVN) 
      ໃນຖະແຫຼງການໜຶ່ງ, ຍີ່ປຸ່ນ ໄດ້ຢັ້ງຢືນວ່າ ເລື່ອງຝູງກ່ຳປັ່ນຂອງ ຈີນ ເຂົ້າໄປໄກ້ກັບໝູ່ເກາະ Senkaku/ຕຽວອີ ຢູ່ທະເລ ຮວາຕຸງ ຢ່າງຕໍ່ເນື່ອງນັ້ນ ແມ່ນບັນຫາ “ຮ້າຍແຮງທີ່ສຸດ”, ເປັນການບັງຄັບໃຫ້ ໂຕກຽວ ຕ້ອງເພີ່ມທະວີການລາດຕະເວນ ແລະ ສົ່ງຈົດໝາຍໄປຄັດຄ້ານຢ່າງເປັນທາງການ.
 (ແຫຼ່ງຄັດຈາກ VOV)


top