ຂ່າວສານ

ກ່ຳປັ່ນ 015 - ເຈິນຮຶງດ້າວ ເດີນທາງໄປປະຕິບັດໜ້າທີ່ການຕ່າງປະເທດປ້ອງກັນຊາດຢູ່ ສິງກະໂປ ແລະ ຟີລິບປິນ

ສະຖານທີ່ທຳອິດເຂົ້າມາແມ່ນ Changi – Singapore, ຄະນະປະຕິບັດງານກອງທັບເຮືອປະຊາຊົນ ຫວຽດນາມ ຈະເຂົ້າຮ່ວມບັນດາການເຄື່ອນໄຫວໃນຂອບເຂດການຝຶກຊ້ອມ ອາຊຽນ - ອິນເດຍ
(ກ່ຳປັ່ນ 015 - ເຈິນຮຶງດ້າວ ເດີນທາງໄປປະຕິບັດງານ)

ຕອນເຊົ້າວັນທີ 28 ເມສາ, ກ່ຳປັ່ນ 015 - ເຈິນຮຶງດ້າວ, ຂຶ້ນກັບກອງພັນນ້ອຍ 162, ໄດ້ເດີນທາງອອກຈາກທ່າກ່ຳປັ່ນ ກາມແຣງ, ແຂວງ ແຄງຮ່ວາ, ນຳສົ່ງຄະນະປະຕິບັດງານໂດຍທ່ານພັນເອກ ຫງວຽນວັນເງິນ, ຮອງຫົວໜ້າເສນາທິການໃຫຍ່ທະຫານເຮືອເຂດ 4, ເປັນຫົວໜ້າຄະນະ, ເດີນທາງໄປປະຕິບັດງານການຕ່າງປະເທດປ້ອງກັນຊາດຢູ່ ສິງກະໂປ ແລະ ຟີລິບປິນ.

ສະຖານທີ່ທຳອິດເຂົ້າມາແມ່ນ Changi – Singapore, ຄະນະປະຕິບັດງານກອງທັບເຮືອປະຊາຊົນ ຫວຽດນາມ ຈະເຂົ້າຮ່ວມບັນດາການເຄື່ອນໄຫວໃນຂອບເຂດການຝຶກຊ້ອມ ອາຊຽນ - ອິນເດຍ (AIME); ກອງປະຊຸມສຳມະນາມະນຸດສະທຳ ແລະ ຫຼຸດຜ່ອນຄວາມສ່ຽງຈາກໄພທຳມະຊາດ (HADR); ແລກປ່ຽນດ້ານວິຊາສະເພາະ (SMEE); ງານວາງສະແດງປ້ອງກັນຊາດ ແລະ ການເດີນເຮືອສາກົນ (IMDEX) 2023… ສ່ວນຢູ່ປະເທດເກາະ ຟີລິບປິນ, ກ່ຳປັ່ນ 015 - ເຈິນຮຶງດ້າວ ແລະ ຄະນະປະຕິບັດງານຈະເຂົ້າຮ່ວມການສະແດງກ່ຳປັ່ນກອງທັບເຮືອບັນດາປະເທດ ອາຊຽນ (AFR); ເຂົ້າຮ່ວມການຝຶກຊ້ອມຫຼາຍຝ່າຍກອງທັບເຮືອບັນດາປະເທດອາຊຽນ ຄັ້ງທີ 2 (AMNEX-2); ພົບປະແລກປ່ຽນວັດທະນະທຳ, ສະແດງສິລະປະ, ແຂງກິລາ…

ນີ້ແມ່ນການເຄື່ອນໄຫວຂອງກອງທັບເຮືອ ຫວຽດນາມ ເພື່ອແນໃສ່ຜັນຂະຫຍາຍວຽກງານເຊື່ອມໂຍງເຂົ້າກັບສາກົນ ແລະ ການຕ່າງປະເທດປ້ອງກັນຊາດ, ຜ່ານນັ້ນ, ສືບຕໍ່ຍົກສູງຄວາມສາມາດສົມທົບກັນໃນການຮັບມືກັບບັນດາສິ່ງທ້າທາຍລວມກ່ຽວກັບຄວາມໝັ້ນຄົນໃນການເດີນເຮືອ; ເພີ່ມທະວີສາຍພົວພັນມິດຕະພາບ, ການຮ່ວມມືອັນດີງາມທີ່ມີຢູ່ແລ້ວລະຫວ່າງ ກອງທັບ ແລະ ກອງທັບເຮືອ ລະຫວ່າງ ຫວຽດນາມ ກັບບັນດາປະເທດ ອາຊຽນ ເວົ້າສະເພາະ ແລະ ບັນດາປະເທດຢູ່ນອກພາກພື້ນ ເວົ້າລວມ.


top