ຂ່າວສານ

ກ່ວາ 60% ​​ບໍ​ລິ​ສັດ ຍີ່​ປຸ່ນ ມີ​ແຜນ​ການ​ເປີ​ດກວ້າງ​ການ​ດຳ​ເນີນ​ທຸ​ລະ​ກິດ​ຢູ່ ຫວຽດ​ນາມ ໃນ 2 ປີ​ຈະ​ມາ​ເຖິງ

ຕາມການສະຖິຕິຂອງສະມາຄົມວິສາຫະກິດຍີ່ປຸ່ນ ປະຈຳ ຫວຽດນາມ ແລ້ວ, ປັດຈຸບັນມີບໍລິສັດຍີ່ປຸ່ນ ກ່ວາ 2000 ແຫ່ງພວມເຄື່ອນໄຫວຢູ່ຮ່າໂນ້ຍ, ນະຄອນໂຮ່ຈີມິນ ແລະ ດ່ານັ້ງ, ໃນນັ້ນມີເຄິ່ງໜຶ່ງແມ່ນເຄື່ອນໄຫວໃນຂົງເຂດການຜະລິດ.
ພາບປະກອບ: TTXVN

ມີກ່ວາ 60% ບໍລິສັດ ຍີ່ປຸ່ນ ມີແຜນການເປີດກວ້າງການດຳເນີນທຸລະກິດຢູ່ ຫວຽດນາມ ໃນ 2 ປີຈະມາເຖິງ. ນີ້ແມ່ນຂໍ້ມູນຢູ່ກອງປະຊຸມສຳມະນາດ້ວຍຫົວຂໍ້: ຊອກຫາກາລະໂອກາດກ່ຽວກັບການຄ້າ ແລະ ການລົງທຶນ ລະຫວ່າງຫວຽດນາມ ແລະ ຍີ່ປຸ່ນ ໂດຍສູນກຳມະການສາກົນ ຫວຽດນາມ ຈັດຂຶ້ນໃນຕອນບ່າຍວັນທີ 11 ພຶດສະພາຢູ່ຮ່າໂນ້ຍ.

ຕາມການສະຖິຕິຂອງສະມາຄົມວິສາຫະກິດຍີ່ປຸ່ນ ປະຈຳ ຫວຽດນາມ ແລ້ວ, ປັດຈຸບັນມີບໍລິສັດຍີ່ປຸ່ນ ກ່ວາ 2000 ແຫ່ງພວມເຄື່ອນໄຫວຢູ່ຮ່າໂນ້ຍ, ນະຄອນໂຮ່ຈີມິນ ແລະ ດ່ານັ້ງ, ໃນນັ້ນມີເຄິ່ງໜຶ່ງແມ່ນເຄື່ອນໄຫວໃນຂົງເຂດການຜະລິດ. ໃນຊຸມປີມໍ່ໆມານີ້, ຕໍ່ໜ້າຄວາມຕ້ອງການໃນຂົງເຂດພື້ນຖານໂຄງລ່າງ ແລະ ຕະຫຼາດບໍລິໂພກຂອງ ຫວຽດນາມທີ່ມີຄວາມຟົດຟື້ນ, ບັນດາບໍລິສັດ ຍີ່ປຸ່ນ ນັບມື້ນັບມີຄວາມສົນໃຈຕໍ່ການລົງທຶນເຂົ້າຂົງເຂດຜະລິດໄຟຟ້າພະລັງງານທົດແທນ ແລະ ພື້ນຖານໂຄງລ່າງຜະລິດໄຟຟ້າແບບຕ່າງໆ, ກໍ່ຄືພັດທະນາຕົວເມືອງ, ສູນການຄ້າ… ຕາມໝາກຜົນການສຳຫຼວດຂອງອົງການສົ່ງເສີມການຄ້າຍີ່ປຸ່ນ (JETRO) ແລ້ວ, ຫວຽດນາມ ແມ່ນສະຖານທີ່ພັດທະນາດຳເນີນທຸລະກິດທີ່ມີຄວາມໝັ້ນໝາຍທີ່ສຸດໃນພາກພື້ນອາຊີຕາເວັນອອກສ່ຽງໃຕ້ສຳລັບບັນດາບໍລິສັດ ຍີ່ປຸ່ນ.


top