ຂ່າວສານ

ກ່ວາ 5,2 ລ້ານຄົນໄດ້ຮັບເງິນອຸດໜູນເມື່ອວ່າງງານ

      ມີກ່ວາ 5,2 ລ້ານຄົນໄດ້ຮັບເງິນອຸດໜູນເມື່ອວ່າງງານ, ໄດ້ຮັບໃຫ້ຄຳປຶກສາ ແລະ ແນະນຳວຽກເຮັດງານທຳໂດຍບໍ່ເສຍຄ່າ

ລາຍການພົວພັນແລກປ່ຽນທາງອອນລາຍ “ເສີມຂະຫຍາຍປະສິດທິຜົນຂອງນະໂຍບາຍປະກັນໄພ ວ່າງງານ” (ພາບ: nhandan.com.vn)
      ໃນບົດລາຍງານຢູ່ລາຍການພົວພັນແລກປ່ຽນທາງອອນລາຍ “ເສີມຂະຫຍາຍປະສິດທິຜົນຂອງນະໂຍບາຍປະກັນໄພ ວ່າງງານ” ໂດຍອົງການປະກັນໄພສັງຄົມ ຫວຽດນາມ ສົມທົບກັບໜັງສືພິມ ເຍິນເຢິນ ຈັດຂຶ້ນໃນຕອນບ່າຍວັນທີ 23 ທັນວາ ຢູ່ຮ່າໂນ້ຍ, ຫວຽດນາມມີ ກ່ວາ 13 ລ້ານຄົນເຂົ້າຮ່ວມປະກັນໄພວ່າງງານ, ກວມເອົາ ກ່ວາ 27% ກຳລັງແຮງງານໃນເກນອາຍຸອອກແຮງງານ. ມີກ່ວາ 5,2 ລ້ານຄົນໄດ້ຮັບເງິນອຸດໜູນເມື່ອວ່າງງານ, ໄດ້ຮັບໃຫ້ຄຳປຶກສາ ແລະ ແນະນຳວຽກເຮັດງານທຳໂດຍບໍ່ເສຍຄ່າ. ນະໂຍບາຍປະກັນໄພວ່າງງານໄດ້ເສີມຂະຫຍາຍຢ່າງມີປະສິດທິຜົນໃນສະພາບການເກີດໂລກລະບາດໂຄວິດ - 19. ທ່ານ ຕະວັນຖ໋າວ, ຜູ້ອຳນວຍການສູນ ບໍລິການວຽກເຮັດງານທຳຮ່າໂນ້ຍຖືວ່າ:
      ພວກຂ້າພະເຈົ້າຄິດວ່າ ຄວນເອົາໃຈໃສ່ເຖິງການຈັດແບ່ງແຫຼ່ງກຳລັງເພື່ອຊ່ວຍໃຫ້ບັນດາສູນບໍລິການວຽກເຮັດງານທຳໃນລະບົບ 63 ແຂວງ, ນະຄອນຜັນຂະຫຍາຍວຽກງານຢ່າງມີປະສິດທິຜົນນັ້ນແມ່ນມີຄວາມຈຳເປັນທີ່ສຸດ. ຍູ້ແຮງການນຳໃຊ້ເຕັກໂນໂລຢີຂໍ້ມູນຂ່າວສານ, ສ້າງຖານຂໍ້ມູນກ່ຽວກັບ ຕະຫຼາດແຮງງານຢ່າງຄົບຊຸດ, ມີຄຸນນະພາບສູງເພື່ອແນໃສ່ຍົກສູງສະມັດຕະພາບໃນການອອກແຮງງານ ແລະ ມີລະບົບທີ່ສອດຄ່ອງ ເພື່ອໃຫ້ສູນຕ່າງໆເປັນເຈົ້າຕົນເອງ ຍົກສູງກຳລັງຄວາມສາມາດຂອງຕົນ.
(ແຫຼ່ງຄັດຈາກ VOV)


top