ຂ່າວສານ

ກຽ​ມ​ພ້ອມ​ຈັດ​ຕັ້ງ​ກອງ​ປະ​ຊຸ​ມ​ໃຫຍ່​​ຜູ້​ແທນ​ຄັ້ງ​ທີ 17 ອົງຄະ​ນະ​ພັກ​ນະ​ຄອນ​ຮ່າ​ໂນ້ຍ

ໄລ່ມາຮອດປັດຈຸບັນ, ວຽກງານກະກຽມຈັດຕັ້ງກອງປະຊຸມໄດ້ປະຕິບັດສຳເລັດ ດ້ວຍການກະກຽມຢ່າງລອບຄອບຖີ່ຖ້ວນ. 

ທ່ານ ດ່າວດຶກຕວານ ຮອງເລຂາຄະນະພັກນະຄອນຮ່າໂນ້ຍ ເປັນປະທານການຖະແຫຼງຂ່າວ (ພາບ: VGP) 

ກອງປະຊຸມໃຫຍ່ຜູ້ແທນຄັ້ງທີ 17 ອົງຄະນະພັກນະຄອນຮ່າໂນ້ຍ ອາຍຸການ 2020 – 2025 ຈະດຳເນີນແຕ່ວັນທີ 11 ຫາວັນທີ 13 ຕຸລາ ດ້ວຍຫົວຂໍ້ “ເປັນແບບຢ່າງໃນການກໍ່ສ້າງອົງຄະນະພັກ ແລະ ລະບົບການເມືອງໃຫ້ ປອດໃສ, ໝັ້ນຄົງເຂັ້ມແຂງ; ປຸກລຸກເຈດຈຳນົງ, ເສີມຂະຫຍາຍມູນເຊື້ອອະລິຍະທຳນັບພັນປີ, ວິລະຊົນ, ກຳລັງແຮງຂອງກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດ; ຍູ້ແຮງການປ່ຽນແປງໃໝ່ປະດິດຄິດສ້າງ ແລະ ການເຊື່ອມໂຍງເຂົ້າກັບສາກົນ; ກໍ່ສ້າງນະຄອນຫຼວງໃຫ້ນັບມື້ນັບສວຍງາມຮັ່ງມີ, ສີວິໄລ, ທັນສະໄໝ”.

        ໄລ່ມາຮອດປັດຈຸບັນ, ວຽກງານກະກຽມຈັດຕັ້ງກອງປະຊຸມໄດ້ປະຕິບັດສຳເລັດ ດ້ວຍການກະກຽມຢ່າງລອບຄອບຖີ່ຖ້ວນ. ທ່ານ ຫງວຽນແທັງຮອັກ, ຮອງຫົວໜ້າຄະນະໂຄສະນາສຶກສາ ຄະນະພັກນະຄອນ ຮ່າໂນ້ຍ ໃຫ້ຮູ້ວ່າ ກອງປະຊຸມໃຫຍ່ຄັ້ງນີ້ ກໍໄດ້ກຳນົດເປົ້າໝາຍສັງລວມກ່ຽວກັບການພັດທະນານະຄອນຫຼວງໃນໄລຍະຈະມາເຖິງ, ນັ້ນແມ່ນ:

        “ຮອດປີ 2025, ແມ່ນພັດທະນານະຄອນຢ່າງວ່ອງໄວ ແລະ ຍືນຍົງ ຕາມທິດຕົວເມືອງຂຽວ, ນະຄອນອັດສະລິຍະ, ທັນສະໄໝ, ມີກຳລັງແກ້ງແຍ້ງສູງໃນທົ່ວປະເທດ ແລະ ໃນພາກພື້ນ. ປະຕິບັດສຳເລັດເປົ້າໝາຍຫັນເປັນອຸດສາຫະກຳໂດຍພື້ນຖານ, GRDP ບັນລຸ 8.300  8.500 USD. ຮອດປີ 2030, ຮ່າໂນ້ຍ ກາຍເປັນນະຄອນຂຽວ - ອັດສະລິຍະ - ທັນສະໄໝ, ພັດທະນາຢ່າງຂະຫຍັນຂັນເຄື່ອນ, ມີປະສິດທິຜົນ, ມີກຳລັງແກ້ງແຍ້ງໃນພາກພື້ນ ແລະ ສາກົນ, ປະຕິບັດສຳເລັດເປົ້າໝາຍຫັນນະຄອນເປັນນະຄອນອຸດສາຫະກຳ, GRDP ຕໍ່ຫົວຄົນບັນລຸລະດັບກວ່າ 12  13.000 USD. ຮອດປີ 2045, ຮ່າໂນ້ຍບັນລຸນະຄອນມີຄຸນນະພາບຊີວິດການເປັນຢູ່ສູງ, ເສດຖະກິດ, ວັດທະນະທຳ, ສັງຄົມ ພັດທະນາຢ່າງຮອບດ້ານ, ຍືນຍົງ, ແມ່ນນະຄອນມີການເຊື່ອມຕໍ່ກັບທົ່ວໂລກ, ມີກຳລັງແກ້ງແຍ້ງສາກົນ, GRDP ຕໍ່ຫົວຄົນໃຫ້ບັນລຸ 36.000 USD”.

(ແຫຼ່ງຄັດຈາກ VOV)


top