ຂ່າວສານ

ກຽມພ້ອມຮັບມືກັບກໍລະນີເກີດມີຜູ້ຕິດເຊື້ອໂຄວິດ - 19 ໃນຊຸມຊົນ

      ຕອນເຊົ້າວັນທີ 20 ມັງກອນ, ກະຊວງສາທາລະນະສຸກ ຫວຽດນາມ ໄດ້ຈັດຕັ້ງກອງປະຊຸມແລກປ່ຽນວຽກງານທາງອອນລາຍ ກ່ຽວກັບວຽກງານປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 13 ໂດຍມີການເຊື່ອມຕໍ່ກັບ 63 ສະຖານທີ່ຂອງບັນດາແຂວງ, ນະຄອນໃນທົ່ວປະເທດ.
ທ່ານລັດຖະມົນຕີກະຊວງສາທາລະນະສຸກ ຫວຽດນາມ ຫງວຽນແທັ່ງລອງ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: ກະຊວງສາທາລະນະສຸກ)
      ກ່າວຄຳເຫັນຊີ້ນຳກອງປະຊຸມ, ທ່ານລັດຖະມົນຕີກະຊວງສາທາລະນະສຸກ ຫວຽດນາມ ຫງວຽນແທັ່ງລອງ ໃຫ້ຂໍ້ສັງເກດວ່າ, ປັດຈຸບັນສະພາບການໂລກລະບາດໂຄວິດ - 19 ມີຄວາມສັບສົນທີ່ສຸດ. ຈຳນວນຜູ້ຕິດເຊື້ອຢູ່ປະເທດ ແລະ ເຂດແຄວ້ນຕ່າງໆສ່ວນຫຼາຍ ແມ່ນມີທ່າອ່ຽງເພີ່ມຂຶ້ນ. ທ່ານລັດຖະມົນຕີ ຫງວຽນແທັ່ງລອງ ຖືວ່າ ເພື່ອປ້ອງກັນໃຫ້ປະຊາຊົນໄດ້ຕ້ອນຮັບບຸນປີໃໝ່ຢ່າງສະຫງົບສຸກນັ້ນ, ນາຍົກລັດຖະມົນຕີ ຫວຽດນາມ ໄດ້ສົ່ງໂທລະເລກທາງການ ແລະ ອອກຄຳສັ່ງວ່າ ນັບແຕ່ນີ້ຮອດບຸນປີໃໝ່ປະຈຳຊາດ ແມ່ນໃຫ້ຈຳກັດບັນດາຖ້ຽວບິນຢ່າງສຸດຂີດ. ປັດຈຸບັນ, ຢູ່ບັນດາແຂວງເຂດຊາຍແດນ, ດ່ານຊາຍແດນຕ່າງໆ, ກຳລັງທີ່ມີໜ້າທີ່ໄດ້ເພີ່ມທະວີວຽກງານລາດຕະເວນ, ຄວບຄຸມສະພາບການເຂົ້າເມືອງຢ່າງເຂັ້ມງວດເພື່ອ ຮັບປະກັນໃຫ້ປະຊາຊົນໄດ້ຕ້ອນຮັບບຸນປີໃໝ່ປະຈຳຊາດຢ່າງປອດໄພ.
(ແຫຼ່ງຄັດຈາກ VOV)


top