ຂ່າວສານ

ກົມ​ກອງ, ທ້ອງ​ຖິ່ນ​ຕ່າງໆ​ຂອງ ລາວ ມາ​ຢ້​ຽມ​ຢາມ, ອວຍ​ພອນ​ປີ​ໃໝ່ ແຂວງ ເງະ​ອານ

ເນື່ອງໃນໂອກາດບຸນປີໃໝ່ປະຈຳຊາດ ປີແມວ 2023, ບັນດາກົມກອງ, ທ້ອງຖິ່ນຕ່າງໆຂອງ ລາວ ໄດ້ມາຢ້ຽມຢາມ, ອວຍພອນບຸນປີໃໝ່ກົມກອງ, ທ້ອງຖິ່ນຕ່າງໆຂອງແຂວງ ເງະອານ.
  ຄະນະການນຳແຂວງບໍລິຄຳໄຊ ມາອວຍພອນປີໃໝ່ແຂວງ ເງະອານ  

ວັນທີ 9 ມັງກອນ, ຄະນະການນຳແຂວງ ບໍລິຄຳໄຊ ໂດຍທ່ານຮອງເລຂາຜູ້ປະຈຳການຄະນະພັກແຂວງ ແວນວິໄລ ແດນພູຫຼວງ ນຳໜ້າ; ຄະນະການນຳແຂວງ ຫົວພັນ ໂດຍທ່ານ ຄອນປະພັນ ເຫຼືອງສີຈັນທອງ ຮອງປະທານຄະນະປົກຄອງແຂວງ ນຳໜ້າ ແລະ ຄະນະການນຳແຂວງ ຊຽງຂວາງ ໂດຍທ່ານ ໜໍ່ບີຫາ ຕົ່ງປາວ ຮອງເລຂາຜູ້ປະຈຳການຄະນະພັກແຂວງ ຊຽງຂວາງ ເປັນຫົວໜ້າຄະນະ ໄດ້ມາຢ້ຽມຢາມ, ອວຍພອນປີໃໝ່ການນຳແຂວງ ເງະອານ.

ກ່ອນໜ້ານັ້ນ, ວັນທີ 7 ມັງກອນ, ຄະນະການນຳ ກອງບັນຊາການທະຫານແຂວງ ຫົວພັນ ໂດຍທ່ານ ພົນໂທ ໂພທອງພັນ ຈະເລີນໂພນ, ຫົວໜ້າກອງບັນຊາການທະຫານແຂວງ ເປັນຫົວໜ້າຄະນະ ກໍໄດ້ມາຢ້ຽມຢາມ, ອວຍພອນປີໃໝ່ກອງບັນຊາການທະຫານແຂວງ ເງະອານ. ເງະອານ ມີເສັ້ນຊາຍແດນຕິດຈອດກັບ 3 ແຂວງ ຫົວພັນ, ຊຽງຂວາງ, ບໍລິຄຳໄຊ ຂອງລາວ, ເນື່ອງໃນໂອກາດວັນບຸນ, ວັນພັກຕ່າງໆຂອງສອງປະເທດ, ຄະນະພັກ, ອຳນາດການປົກຄອງ ແລະ ປະຊາຊົນສອງຝາກຊາຍແດນເວົ້າລວມ, ປະຊາຊົນບັນດາບ້ານແຮກສ່ຽວເວົ້າສະເພາະ ຈະແຕ່ງຕັ້ງຄະນະໄປຢື້ຢາມຖາມຂ່າວ, ອວຍພອນ; ພ້ອມທັງ ສົມທົບກັນຈັດຕັ້ງກິດຈະກຳພົບປະແລກປ່ຽນວັດທະນະທຳ, ແຂ່ງຂັນກິລາ. ຜ່ານນັ້ນ, ຊ່ວຍເພີ່ມຄວາມເຂົ້າໃຈ, ຄວາມໄວ້ເນື້ອເຊື່ອໃຈ ແລະ ຄວາມຜູກພັນໃກ້ຊິດສະໜິດສະໜົມລະຫວ່າງປະຊາຊົນສອງປະເທດ, ພ້ອມກັນສ້າງເສັ້ນຊາຍແດນແຫ່ງສັນຕິພາບ, ຮ່ວມມື ແລະ ພັດທະນາ.

 


top