ຂ່າວສານ

ກົມໃຫຍ່ສະຖິຕິຜັນຂະຫຍາຍໜ້າທີ່ປີ 2018

      ຕອນເຊົ້າວັນທີ 22 ມັງກອນ, ທີ່ຮ່າໂນ້ຍ, ເຂົ້າຮ່ວມກອງປະຊຸມສະຫລຸບຂະແໜງສະຖິຕິປີ 2017 ແລະ ຜັນຂະຫຍາຍໜ້າທີ່ປີ 2018,

 ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ 
      ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ຮຽກຮ້ອງໃຫ້ກົມໃຫຍ່ສະຖິຕິຄົ້ນຄວ້າ ເພື່ອຄິດໄລ່ GDP ໃຫ້ຖືກຕ້ອງ, ຄົບຖ້ວນ, ຍ້ອນວ່າ ປັດຈຸບັນຍັງບໍ່ທັນຄິດໄລ່ໄດ້ເສດຖະກິດປອດທາງການ, ໃນນັ້ນ ມີຂົງເຂດການບໍລິການ.
        ໃນປີ 2017, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຕີລາຄາສູງກົມໃໝ່ສະຖິຕິໄດ້ເປັນເສນາທິການໃຫ້ກະຊວງແຜນການ ແລະ ການລົງທຶນ, ໃຫ້ນາຍົກລັດຖະມົນຕີ ແລະ ລັດຖະບານກ່ຽວກັບແຜນການເຕີບໂຕປະຈຳໄຕມາດ, ນີ້ກໍ່ແມ່ນຄັ້ງທຳອິດທີ່ ຫວຽດນາມ ມີແຜນການເຕີບໂຕຕາມໄຕມາດ ເພື່ອເປັນພື້ນຖານໃຫ້ແກ່ການຊີ້ນຳບໍລິຫານ, ເພື່ອບັນລຸຄາດໝາຍທີ່ໄດ້ວາງອອກໃຫ້ທັງປີ. ທ່ານນາຍົກລັດຖະມົນຕີ ຕີລາຄາສູງພະນັກງານຂອງກົມໃຫຍ່ ທີ່ໄດ້ກຳແໜ້ນດ້ານວິຊາການ ແລະ ມີສະຕິປະຕິບັດກົດໝາຍ, ຮັບປະກັນຫຼັກການທຳອິດຂອງວຽກງານສະຖິຕິແມ່ນສັດຊື, ພາວະວິໄສ, ຊັດເຈນ, ທັນການເປັນຢ່າງດີ.
 (ແຫຼ່ງຄັດຈາກ VOV)

top