ບຸລິມະສິດເວລາເພື່ອໃຫ້ທ່ານເລຂາທິການໃຫຍ່ ສຸມໃສ່ໃນການປິ່ນປົວຢ່າງຕັ້ງໜ້າ, ກົມການເມືອງໄດ້ມອບໝາຍໃຫ້ທ່ານ ໂຕເລີມ, ກຳມະການກົມການເມືອງ, ປະທານປະເທດ ຮັບຜິດຊອບວຽກງານຂອງຄະນະບໍລິຫານງານສູນກາງພັກ, ກົມການເມືອງ, ຄະນະເລຂາທິການ.
ທ່ານເລຂາທິການໃຫຍ່ ຫງວຽນຝູ໋ຈ້ອງ. ພາບ: VNA
ຫວ່າງມໍ່ໆມານີ້, ຕາມຄຳຮຽກຮ້ອງຂອງສະພາວິຊາຊີບປົກປັກຮັກສາສຸຂະພາບຂອງພະນັກງານສູນກາງ, ທ່ານເລຂາທິການໃຫຍ່ ຫງວຽນຝູ໋ຈ້ອງ ທັງບັນຊາວຽກງານ ທັງຕ້ອງປິ່ນປົວ ແລະ ດູແລສຸຂະພາບ.
ກົມການເມືອງ, ຄະນະເລຂາທິການ, ບັນດາສະຫານການນຳຫຼັກແຫຼ່ງ ແລະ ຜູ້ປະຈຳການຄະນະເລຂາທິການ ໄດ້ຊີ້ນຳ ບັນດາອົງການວິຊາການ ສຸມໃສ່ລະດົມຖັນແຖວ ສາດສະດາຈານ, ທ່ານໝໍ, ພະນັກງານແພດໝໍ, ຜູ້ຊ່ຽວຊານດ້ານວິຊາການ ແລະ ເງື່ອນໄຂສະດວກທີ່ສຸດ ໃນການປິ່ນປົວ ແລະ ດູແລສຸຂະພາບ ໃຫ້ແກ່ສະຫາຍ ເລຂາທິການໃຫຍ່.
ມາຮອດປະຈຸບັນ, ຍ້ອນຄວາມຕ້ອງການສືບຕໍ່ບຸລິມະສິດເວລາເພື່ອໃຫ້ທ່ານເລຂາທິການໃຫຍ່ ສຸມໃສ່ໃນການ ປິ່ນປົວຢ່າງຕັ້ງໜ້າ ແລະ ຮັບປະກັນການບັນຊາວຽກງານ ຂອງຄະນະບໍລິຫານງານສູນກາງພັກ, ກົມການເມືອງ, ຄະນະເລຂາທິການ, ອີງຕາມລະບຽບການເຮັດວຽກຂອງຄະນະບໍລິຫານງານສູນກາງ, ກົມການເມືອງ ແລະ ຄະນະ ເລຂາທິການ ຊຸດທີ XIII, ໃນໄລຍະຈະມາເຖິງ, ກົມການ ເມືອງ ໄດ້ມອບໝາຍໃຫ້ສະຫາຍ ໂຕເລີມ, ກຳມະການກົມການເມືອງ, ປະທານປະເທດ ຮັບຜິດຊອບວຽກງານ ຂອງຄະນະບໍລິຫານງານສູນກາງພັກ, ກົມການເມືອງ, ຄະນະເລຂາທິການ ຕາມຄວາມຮັບຜິດຊອບ ແລະ ສິດອຳນາດຂອງກົມການເມືອງກຳນົດ.
ກົມການເມືອງຮຽກຮ້ອງໃຫ້ທົ່ວພັກ, ທົ່ວປວງຊົນ ແລະ ກອງທັບມີຄວາມໄວ້ເນື້ອເຊື່ອໃຈຢ່າງແທ້ຈິງຕໍ່ການນຳພາຂອງພັກ ແລະ ການຄຸ້ມຄອງຂອງລັດ, ເພີ່ມທະວີຄວາມສາມັກຄີ, ເປັນເອກະພາບ, ສືບຕໍ່ຊຸກຍູ້ບັນດາໝາກຜົນ, ຜົນງານທີ່ສຳຄັນ ແລະ ຮອບດ້ານທີ່ປະເທດເຮົາບັນລຸໄດ້, ສູ້ຊົນ ຜ່ານຜ່າທຸກຄວາມຫຍຸ້ງຍາກ, ສິ່ງທ້າທາຍ, ບັນລຸໄດ້ບັນດາຄາດໝາຍທີ່ກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ XIII ຂອງພັກ ໄດ້ວາງອອກ; ຮັກສາສະຖຽນລະພາບທາງດ້ານການເມືອງ, ເດັດດ່ຽວປົກປັກຮັກສາເອກະລາດ, ອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນ ແລະ ຄວາມໝັ້ນຄົງແຫ່ງຊາດ, ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ, ຊຸກຍູ້ການພັດທະນາເສດຖະກິດ - ສັງຄົມ, ຮັກສາຊີວິດການເປັນຢູ່ທາງດ້ານວັດຖຸ ແລະ ຈິດໃຈຂອງປະຊາຊົນ.