ຂ່າວສານ

ກົດ​ໝາຍ​ວ່າ​ດ້ວຍ​ລັດ​ຖະ​ກອນ (ສະ​ບັບ​ປັບ​ປຸງ) ຕອບ​ສະ​ໜອງ​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ໃນ​ການ​ຍົກ​ສູງ​ຄຸນ​ນະ​ພາບ​ແຫຼ່ງ​ຊັບ​ພະ​ຍາ​ກອນ​ມະ​ນຸດ​ໃນ​ໄລ​ຍະ​ໃໝ່

ຮ່າງກົດໝາຍວ່າດ້ວຍລັດຖະກອນ ໄດ້ປັບປຸງຕາມທິດປ່ຽນແປງໃໝ່ຢ່າງຮອບດ້ານ, ໃນນັ້ນໄດ້ຖືເປັນສຳຄັນການຍົກສູງຄຸນນະພາບແຫຼ່ງຊັບພະຍາກອນມະນຸດ, ຄຸນນະພາບໃນການສະໜອງການບໍລິການສາທາລະນະ.
ທ່ານ ເລືອງເກື່ອງ ປະທານປະເທດ ຫວຽດນາມ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: thanhnien.vn)

ໂດຍສືບຕໍ່ກອງປະຊຸມສະໄໝສາມັນເທື່ອຄັ້ງທີ 10, ສະພາແຫ່ງຊາດ ຫວຽດນາມ ຊຸດທີ XV, ຕອນເຊົ້າວັນທີ 22 ຕຸລາ, ສະພາແຫ່ງຊາດໄດ້ຮັບຟັງໃບສະເໜີ, ບົດລາຍງານການກວດກາປະເມີນ ແລະ ປຶກສາຫາລືເປັນໜ່ວຍງານສຳລັບຮ່າງກົດໝາຍວ່າດ້ວຍລັດຖະກອນ ສະບັບປັບປຸງ. ກ່າວຄຳເຫັນທີ່ການປຶກສາຫາລື, ທ່ານ ເລືອງເກື່ອງ ປະທານປະເທດ ຫວຽດນາມ ເນັ້ນໜັກວ່າ ຮ່າງກົດໝາຍວ່າດ້ວຍລັດຖະກອນ ໄດ້ປັບປຸງຕາມທິດປ່ຽນແປງໃໝ່ຢ່າງຮອບດ້ານ, ໃນນັ້ນໄດ້ຖືເປັນສຳຄັນການຍົກສູງຄຸນນະພາບແຫຼ່ງຊັບພະຍາກອນມະນຸດ, ຄຸນນະພາບໃນການສະໜອງການບໍລິການສາທາລະນະ, ຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງກົງຈັກລັດ ໃຫ້ເຄື່ອນໄຫວຢ່າງກະທັດລັດ, ມີປະສິດທິພາບປະສິດທິຜົນ.

ເຮັດແນວໃດເພື່ອຕອບສະໜອງໄດ້ຕາມຄວາມຮຽກຮ້ອງຕ້ອງການໃນປັດຈຸບັນຂອງການຈັດຕັ້ງສັບຊ້ອນກົງຈັກໃຫ້ກະທັດລັດ ເຄື່ອນໄຫວຢ່າງມີປະສິດທິພາບປະສິດທິຜົນ ແລະ ອຳນາດການປົກຄອງທ້ອງຖິ່ນສອງຂັ້ນ. ປັດຈຸບັນ ສິ່ງໃດທີ່ອຳນາດການປົກຄອງຂັ້ນແຂວງ, ຕາແສງ ເຮັດໄດ້ເປັນຢ່າງດີນັ້ນ ແມ່ນຕ້ອງຮັກສາໄວ້, ສິ່ງໃດທີ່ຍັງຄົງຄ້າງ ຕ້ອງ ແກ້ໄຂ. ແກ້ໄຂດ້ວຍກົດໝາຍເພື່ອຍົກລະດັບຄຸນນະພາບລັດຖະກອນໃນກົງຈັກຂອງລະບົບການເມືອງໃນຂົງເຂດສາທາລະນະ ແລະ ເຊື່ອມຕໍ່ລະຫວ່າງພາກລັດ ແລະ ເອກະຊົນ.

ແລະກໍ່ໃນຕອນເຊົ້າວັນດຽວກັນ, ທີ່ການປຶກສາຫາລືເປັນໜ່ວຍງານກ່ຽວກັບຮ່າງກົດໝາຍວ່າດ້ວຍການບິນພົນລະເຮືອນ ຫວຽດນາມ ສະບັບປັບປຸງ, ບັນດາສະມາຊິກສະພາແຫ່ງຊາດໄດ້ໃຫ້ຂໍ້ສັງເກດວ່າ ການປັບປຸງຄັ້ງນີ້ຈະສ້າງກອບນິຕິກຳ ຢ່າງແໜ້ນແຟ້ນ, ໂປງໃສ, ປະກອບສ່ວນຍົກສູງຄວາມສາມາດໃນການຄຸ້ມຄອງແຫ່ງລັດ, ຊຸກຍູ້ການເຊື່ອມໂຍງເຂົ້າກັບສາກົນ, ກໍ່ຄືເພີ່ມກຳລັງແກ່ງແຍ້ງຂອງຂະແໜງການບິນໃນສະພາບການໃໝ່.


top