ບັນດາກົນໄກ, ນະໂຍບາຍຜັນຂະຫຍາຍກົດໝາຍວ່າດ້ວຍນະຄອນຫຼວງ ປີ 2026 ໄດ້ເປີດພື້ນທີ່ພັດທະນາໃໝ່, ສ້າງພື້ນຖານໃຫ້ແກ່ຮູບແບບບໍລິຫານຕົວເມືອງທັນສະໄໝ ແລະ ຍົກສູງກຳລັງຄວາມສາມາດແກ້ງແຍ້ງຂອງນະຄອນຫຼວງໃນໄລຍະຍາວ.
ກອງປະຊຸມຄັ້ງທີ 4 ສະພາປະຊາຊົນ ນະຄອນ ຮ່າໂນ້ຍ ຊຸດທີ XVII, ອາຍຸການ 2026 – 2031 (ພາບ: TTXVN)
ນີ້ແມ່ນຄຳເນັ້ນໜັກຂອງ ທ່ານ ຫວູດ້າຍຖັງ ປະທານຄະນະກຳມະການປະຊາຊົນ ນະຄອນ ຮ່າໂນ້ຍ ໃນກອງປະຊຸມຄັ້ງທີ 4 ສະພາປະຊາຊົນ ນະຄອນ ຮ່າໂນ້ຍ ຊຸດທີ XVII, ອາຍຸການ 2026 – 2031 ທີ່ດຳເນີນໃນຕອນເຊົ້າວັນທີ 12 ມິຖຸນາ ຢູ່ຮ່າໂນ້ຍ.
ທ່ານ ຫວູດ້າຍຖັງ ປະທານຄະນະກຳມະການປະຊາຊົນນະຄອນ ຮ່າໂນ້ຍ ໃຫ້ຮູ້ວ່າ:
“ພວກເຮົາຈະຫັນຈາກກົນໄກຄຸ້ມຄອງບໍລິຫານໄປສູ່ກົນໄກສ້າງສາພັດທະນາຢ່າງແຮງ. ມະຕິສະບັບຕ່າງໆ ໂດຍຄະນະກຳມະການປະຊາຊົນນະຄອນ ຍື່ນສະເໜີຕໍ່ ສະພາປະຊາຊົນ ພິຈາລະນາໃນກອງປະຊຸມຄັ້ງນີ້ ບໍ່ພຽງແຕ່ແກ້ໄຂບັນດາບັນຫາໃນສະເພາະໜ້າເທົ່ານັ້ນ ຫາກຍັງສ້າງພື້ນຖານໃຫ້ແກ່ຮູບແບບການຄຸ້ມຄອງບໍລິຫານຕົວເມືອງທີ່ທັນສະໄໝ, ເປັນເຈົ້າການ ແລະ ຂະຫຍັນຂັນເຄື່ອນໃນໄລຍະພັດທະນາຈະມາເຖິງ. ຫຼາຍນນະໂຍບາຍໃໝ່ ເປັນຄັ້ງທຳອິດທີ່ອອກແບບຕາມທິດມອບສິດໃຫ້ນະຄອນຈັດຕັ້ງປະຕິບັດຫຼາຍກວ່າ, ກໍຄື ຈັດແບ່ງແຫຼ່ງກຳລັງ ແລະ ກຳນົດບັນດາບັນຫາພັດທະນາເຂດພິເສດຂອງນະຄອນຫຼວງ”.