ຂ່າວສານ

ກົດໝາຍວ່າດ້ວຍທາງລົດໄຟ (ສະລັບປັບປຸງ) ຕ້ອງຕອບສະໜອງຄວາມຮຽກຮ້ອງຕ້ອງການພັດທະນາຢ່າງຍາວນານຂອງລະບົບທາງລົດໄຟ

ກົດໝາຍຕ້ອງລວບລວມ, ຕອບສະໜອງຄວາມຮຽກຮ້ອງຕ້ອງການພັດທະນາໃນໄລຍະຍາວຂອງລະບົບທາງລົດໄຟ ກໍຄືບັນດາແຜນນະໂຍບາຍ, ກົນໄກ, ນະໂຍບາຍກ່ຽວກັບເສັ້ນທາງລົດໄຟທີ່ພວມກໍ່ສ້າງ
ທີ່ກອງປະຊຸມ (ພາບ: TTXVN)

ຕອນບ່າຍວັນທີ 11 ກຸມພາ, ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ເຈິ່ນຮົ່ງຮ່າ ໄດ້ເປັນປະທານກອງປະຊຸມກ່ຽວກັບຮ່າງກົດໝາຍວ່າດ້ວຍທາງລົດໄຟ (ສະບັບປັບປຸງ).

ທີ່ກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີ ເຈິ່ນຮົ່ງຮ່າ ຊີ້ແຈ້ງວ່າ, ກົດໝາຍຕ້ອງລວບລວມ, ຕອບສະໜອງຄວາມຮຽກຮ້ອງຕ້ອງການພັດທະນາໃນໄລຍະຍາວຂອງລະບົບທາງລົດໄຟ ກໍຄືບັນດາແຜນນະໂຍບາຍ, ກົນໄກ, ນະໂຍບາຍກ່ຽວກັບເສັ້ນທາງລົດໄຟທີ່ພວມກໍ່ສ້າງ, ຜັນຂະຫຍາຍ, ເພື່ອແນໃສ່ຮັບໃຊ້ໃຫ້ມີປະສິດທິຜົນ ແລະ ປອດໄພທີ່ສຸດໃນການພັດທະນາເສດຖະກິດ - ສັງຄົມ, ຮັບປະກັນການປ້ອງກັນຊາດ ປ້ອງກັນຄວາມສະຫງົບ.

“ຂ້າພະເຈົ້າເຫັນວ່າ, ບັນດາຂໍ້ກຳນົດກ່ຽວກັບຄວາມປອດໄພມີຄວາມສຳຄັນຍິ່ງ, ຕ້ອງນຳເຂົ້າບັນດາຂໍ້ກຳນົດກ່ຽວກັບໜ້າທີ່ຄວາມຮັບຜິດຊອບ, ມີໜ້າທີ່ຄວາມຮັບຜິດຊອບໃນວາງແຜນຜັງ, ພັດທະນາພື້ນຖານໂຄງລ່າງ, ມີໜ້າທີ່ຄວາມຮັບຜິດຊອບຂອງວິສາຫະກິດ, ຂອງລັດ. ຕໍ່ຈາກນັ້ນ, ຕ້ອງປະກາດໃຊ້ມາດຕະຖານດ້ານເຕັກນິກ, ມີຜູ້ຮັບຜິດຊອບຢ່າງຈະແຈ້ງ, ແລະ ຕ້ອງມີກົນໄກນະໂຍບາຍຈັດຕັ້ງ, ມະນຸດ, ແລະ ບັນດາບັນຫາກ່ຽວຂ້ອງເຖິງການຄຸ້ມຄອງ, ກົນໄກເຄື່ອນໄຫວ, ບຳລຸງຮັກສາ, ຕິດຕາມ”.


top