ສິ່ງທີ່ໜ້າສົນໃຈ, ກົດໝາຍວ່າດ້ວຍປັນຍາປະດິດ 2025 ແມ່ນກົດໝາຍສະບັບທຳອິດຢູ່ ຫວຽດນາມ ທີ່ກຳນົດກ່ຽວກັບປັນຍາປະດິດ (AI), ເຊິ່ງສະພາແຫ່ງຊາດໄດ້ຮັບຮອງເອົາໃນເດືອນ ທັນວາ 2025.
ແຕ່ວັນທີ 01 ມີນາ, ກົດໝາຍໃໝ່ 6 ສະບັບເລີ່ມມີຜົນບັງຄັບໃຊ້, ລວມມີ: ກົດໝາຍວ່າດ້ວຍປັນຍາປະດິດ 2025; ກົດໝາຍວ່າດ້ວຍການຕິດຕາມກວດກາຂອງສະພາແຫ່ງຊາດ ແລະ ສະພາປະຊາຊົນ 2025; ກົດໝາຍວ່າດ້ວຍການຟື້ນຟູ, ລົ້ມລະລາຍ 2025; ກົດໝາຍວ່າດ້ວຍການລົງທຶນ 2025; ກົດໝາຍວ່າດ້ວຍການວາງແຜນຜັງ 2025 ແລະ ກົດໝາຍວ່າດ້ວຍການປົກປ້ອງຄວາມລັບແຫ່ງລັດ 2025.
ໃນນັ້ນ, ສິ່ງທີ່ໜ້າສົນໃຈ, ກົດໝາຍວ່າດ້ວຍປັນຍາປະດິດ 2025 ແມ່ນກົດໝາຍສະບັບທຳອິດຢູ່ ຫວຽດນາມ ທີ່ກຳນົດກ່ຽວກັບປັນຍາປະດິດ (AI), ເຊິ່ງສະພາແຫ່ງຊາດໄດ້ຮັບຮອງເອົາໃນເດືອນ ທັນວາ 2025. ເລື່ອງສ້າງກົດໝາຍນີ້ແມ່ນເພື່ອສ້າງຂອບເຂດນິຕິກຳທີ່ເປັນເອກະພາບໃຫ້ແກ່ການພັດທະນາ ແລະ ການນຳໃຊ້ປັນຍາປະດິດ, ຮັບປະກັນການພັດທະນາຢ່າງປອດໄພ, ມີຄວາມຮັບຜິດຊອບ ແລະ ເພື່ອມະນຸດ; ຊຸກຍູ້ປັນຍາປະດິດໃຫ້ກາຍເປັນພື້ນຖານໂຄງລ່າງພູມປັນຍາແຫ່ງຊາດ, ແມ່ນກຳລັງໜູນໃຫ້ແກ່ການເຕີບໂຕທາງສະມັດຕະພາບ, ນະວັດຕະກຳ… ກົດໝາຍວ່າດ້ວຍປັນຍາປະດິດກໍ່ສະຫງວນຫຼາຍກົນໄກບຸລິມະສິດເພື່ອຊຸກຍູ້ການພັດທະນາລະບົບຊີວະພາບເຕັກໂນໂລຊີດີຈີຕອນຂອງ ຫວຽດນາມ.
ສະພາແຫ່ງຊາດກໍ່ໄດ້ຮັບຮອງເອົາກົດໝາຍວ່າດ້ວຍການລົງທຶນ 2025 ໃນເດືອນ ທັນວາ 2025 ແລະ ມີຜົນບັງຄັບໃຊ້ນັບແຕ່ວັນທີ 01 ມີນາ ດ້ວຍຫຼາຍຈຸດໃໝ່ຕາມທິດໂປ່ງໃສ, ກະຈ່າງແຈ້ງກວ່າໃຫ້ແກ່ສະພາບແວດລ້ອມແຫ່ງການລົງທຶນດຳເນີນທຸລະກິດ. ຕາມນັ້ນແລ້ວ, ກົດໝາຍໄດ້ຫຼຸດຜ່ອນຂະແໜງ, ອາຊີບລົງທຶນດຳເນີນທຸລະກິດໂດຍມີເງື່ອນໄຂລົງຫຼາຍ. ນັກລົງທຶນຕ່າງປະເທດສາມາດສ້າງຕັ້ງວິສາຫະກິດກ່ອນທີ່ຈະມີໂຄງການໄດ້, ຖ້າຕອບສະໜອງເງື່ອນໄຂເຂົ້າເຖິງຕະຫຼາດ.