ຂ່າວສານ

ກຸ່ມ​ບໍ​ລິ​ສັດ​ຂົນ​ສົ່ງ ແລະ Logistics ແຖວ​ໜ້າ​ຂອງ ຝ​ລັ່ງ ຕ້ອງ​ການ​ຮັບ​ໜັງ​ສືອະ​ນຸ​ຍາດ​ປະ​ຕິ​ບັດ​ຖ້ຽວ​ບິນ​ຢູ່ ຫວຽດ​ນາມ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ້ງ ຕ້ອນຮັບ ທ່ານ Patric Bergamini, ຮອງປະທານພັດທະນາເສດຖະກິດ ແລະ ການພົວພັນລັດຖະບານຂອງ ກຸ່ມບໍລິສັດ CMA-CGM. ນີ້ແມ່ນກຸ່ມບໍລິສັດຂົນສົ່ງ ແລະ Logistics ແຖວໜ້າຂອງ ຝລັ່ງ ກໍ່ຄືທົ່ວໂລກ ດ້ວຍ 257 ກວ່າເສັ້ນທາງຂົນສົ່ງປ່ຽນຖ່າຍສິນຄ້າ ລະຫວ່າງ 420 ທ່າເຮືອຢູ່ 160 ປະເທດ.
  ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ້ງ ຕ້ອນຮັບ ທ່ານ Patric Bergamini, ຮອງປະທານພັດທະນາເສດຖະກິດ ແລະ ການພົວພັນລັດຖະບານຂອງ ກຸ່ມບໍລິສັດ CMA-CGM (ພາບ:VGP)  

ຕອນທ່ຽງວັນທີ 13 ທັນວາ, ຢູ່ Brussels, ແບນຊິກ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ້ງ ຕ້ອນຮັບ ທ່ານ Patric Bergamini, ຮອງປະທານພັດທະນາເສດຖະກິດ ແລະ ການພົວພັນລັດຖະບານຂອງ ກຸ່ມບໍລິສັດ CMA-CGM. ນີ້ແມ່ນກຸ່ມບໍລິສັດຂົນສົ່ງ ແລະ Logistics ແຖວໜ້າຂອງ ຝລັ່ງ ກໍ່ຄືທົ່ວໂລກ ດ້ວຍ 257 ກວ່າເສັ້ນທາງຂົນສົ່ງປ່ຽນຖ່າຍສິນຄ້າ ລະຫວ່າງ 420 ທ່າເຮືອຢູ່ 160 ປະເທດ. ກຸ່ມບໍລິສັດໄດ້ລົງທຶນໃສ່ພື້ນຖານໂຄງລ່າງທ່າເຮືອ ຢູ່ ຫວຽດນາມ ນັບແຕ່ ປີ 1994.

ຢູ່ທີ່ການພົບປະ, ທ່ານ Patric Bergamini ຢືນຢັນວ່າ ຫວຽດນາມເປັນໜຶ່ງໃນ 20 ສະຖານທີ່ລົງທຶນຍຸດທະສາດຂອງກຸ່ມບໍລິສັດ; ພ້ອມທັງ ໃຫ້ຮູ້ວ່າ: ກຸ່ມບໍລິສັດຢູ່ຫວຽດນາມ ກຳລັງກະກຽມປະຕິບັດລະບຽບການສະເໜີໃຫ້ ຫວຽດນາມ ອອກໜັງສືອະນຸຍາດ ໃຫ້ກຸ່ມບໍລິສັດ ການບິນ CMA-CGM (CC Air Cargo).

ທ່ານນາຍົກລັດຖະມົນຕີ ຈະຮ່ວມເດີນທາງ ເພື່ອໃຫ້ການເຄື່ອນໄຫວລົງທຶນດຳເນີນທຸລະກິດຂອງກຸ່ມບໍລິສັດ ຢູ່ ຫວຽດນາມ ປະສົບຜົນສຳເລັດ ແລະ ສະໜັບສະໜູນ CMA-CGM ເປີດກ້ວາງການລົງທຶນທ່າບົກຢູ່ພາກໃຕ້ ຫວຽດນາມ.


top