ຂ່າວສານ

ກຸ່ມເຮັດວຽກຂອງສະພາສິດທິມະນຸດ ສປຊ ຮັບຮອງເອົາບົດລາຍງານໂດຍສັງເຂບກ່ຽວກັບຜົນຂອງການສໍາຫຼວດກວດກາ ກົນໄກ UPR ຮອບວຽນ III ຂອງຫວຽດນາມ

ບົດລາຍງານຂອງກຸ່ມເຮັດວຽກ ໄດ້ຮັບເອົາຂໍ້ສະເໜີແນະ 291 ຂໍ້ ໂດຍ 122 ປະເທດ ໄດ້ຍົກອອກມາ ແມ່ນເໝາະສົມກັບບຸລິມະສິດ ແລະ ຄໍາໝັ້ນສັນຍາຂອງຫວຽດນາມ ໃນການປົກປ້ອງ ແລະ ຊຸກຍູ້ສິດທິມະນຸດ.

ທ່ານຮອງລັດຖະມົນຕີຫວຽດນາມ ເລຮວ່າຍຈູງ (ພາບ: TTXVN)

ຕອນບ່າຍວັນທີ 25 ມັງກອນ, ຢູ່ສໍານັກງານຂອງ ສະຫະປະຊາຊາດ (ສປຊ) ຢູ່ ເຊີແນວປະເທດສະວິດ, ກຸ່ມເຮັດວຽກ ກ່ຽວກັບການສໍາຫຼວດກວດກາຕາມໄລຍະ ຮອບວຽນ III (UPR) ຂອງ ສະພາສິດທິມະນຸດ ສປຊ ໄດ້ເຫັນດີຮັບຮອງເອົາບົດລາຍງານ ກ່ຽວກັບໝາກຜົນຂອງການສໍາຫຼວດກວດກາ UPR ຂອງຫວຽດນາມ. ບົດລາຍງານຂອງກຸ່ມເຮັດວຽກ ໄດ້ຮັບເອົາຂໍ້ສະເໜີແນະ 291 ຂໍ້ ໂດຍ 122 ປະເທດ ໄດ້ຍົກອອກມາ ແມ່ນເໝາະສົມກັບບຸລິມະສິດ ແລະ ຄໍາໝັ້ນສັນຍາຂອງຫວຽດນາມ ໃນການປົກປ້ອງ ແລະ ຊຸກຍູ້ສິດທິມະນຸດ. ກ່າວຄໍາເຫັນທີ່ວາລະປະຊຸມ, ທ່ານຮອງລັດຖະມົນຕີການຕ່າງປະເທດຫວຽດນາມ ເລຮວ່າຍຈູງ ໄດ້ຕີລາຄາສູງນໍ້າໃຈຮ່ວມມື, ສ້າງສັນ ແລະ ຄວາມເຂົ້າໃຈຂອງບັນດາປະເທດ ແລະ ວຽກງານປົກປ້ອງ ແລະ ຊຸກຍູ້ສິດທິມະນຸດ ຢູ່ຫວຽດນາມ; ພ້ອມທັງຢ້ັງຢືນວ່າ ຫວຽດນາມ ຄົ້ນຄວ້າ ບັນດາຂໍ້ສະເໜີແນະ ຢ່າງເຂັ້ມງວດ ແລະ ລະອຽດລະອໍ ເພື່ອຮັບປະກັນເລື່ອງປະຕິບັດບັນດາຂໍ້ສະເໜີແນະນັ້ນໃຫ້ເໝາະສົມ ແລະ ມີປະສິດທິຜົນທີ່ສຸດໃນອະນາຄົດ.

        ບົດລາຍງານ ກ່ຽວກັບໝາກຜົນຂອງການສໍາຫຼວດກວດກາ UPR ຂອງຫວຽດນາມ ຈະໄດ້ຮັບການພິຈາລະນາ ແລະ ຮັບຮອງເອົາຢ່າງເປັນທາງການ ໃນກອງປະຊຸມນັດສາມັນຄັ້ງທີ 41 ຂອງ ສະພາສິດທິມະນຸດ ສປຊ ເຊິ່ງຄາດວ່າ ຈະຈັດຂຶ້ນໃນເດືອນ ມິຖຸນາ ຈະມາເຖິງ.

 (ແຫຼ່ງຄັດຈາກ VOV)


top