ຂໍ້ມູນທີ່ທ່ານ Pete Hegseth ແບ່ງປັນໃນກຸ່ມສົນທະນາລວມມີແຜນການບິນຂອງເຮືອບິນຂັບໄລ່ F/A-18 Hornet ແນໃສ່ກຳລັງ ຮູທີ ຢູ່ ເຢແມັນ.
ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ອາເມລິກາ Pete Hegseth (ພາບ: THX/TTXVN)
ວັນທີ 20 ເມສາ, ໜັງສືພິມ New York Times (ອາເມລິກາ), ໄດ້ຄັດສະເໜີ 4 ແຫຼ່ງຂ່າວໂດຍໃຫ້ຮູ້ວ່າ, ວັນທີ 15 ມີນາ, ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ອາເມລິກາ Pete Hegseth ໄດ້ແບ່ງປັນລາຍລະອຽດບັນດາການບຸກໂຈມຕີທີ່ໃກ້ຈະດຳເນີນຢູ່ ເຢແມັນ ໃນກຸ່ມສົນທະນາ (chat) Signal ສະເພາະ, ລວມມີ: ເມຍ, ອ້າຍຄີງ ແລະ ທະນາຍຄວາມສະເພາະຂອງທ່ານ.
ບັນດາແຫຼ່ງຂ່າວໃຫ້ຮູ້ວ່າ, ຂໍ້ມູນທີ່ທ່ານ Pete Hegseth ແບ່ງປັນໃນກຸ່ມສົນທະນາລວມມີແຜນການບິນຂອງເຮືອບິນຂັບໄລ່ F/A-18 Hornet ແນໃສ່ກຳລັງ ຮູທີ ຢູ່ ເຢແມັນ. ນີ້ແມ່ນບັນດາແຜນການບຸກໂຈມຕີທີ່ຄ້າຍຄືເນື້ອໃນທີ່ທ່ານໄດ້ແບ່ງປັນໃນກຸ່ມສົນທະນາ Signal ອື່ນໃນວັນດຽວກັນ (15 ມີນາ), ເຊິ່ງໃນນັ້ນມີການເຂົ້າຮ່ວມໂດຍບໍ່ຕັ້ງໃຈຂອງຫົວໜ້າບັນນາທິການວາລະສານ “The Atlantic” ທ່ານ Jeffrey Goldberg.
ເລື່ອງເຜີຍໃຫ້ຮູ້ກຸ່ມສົນທະນາ Signal ທີ 2 ທີ່ທ່ານ Hegseth ແບ່ງປັນຂໍ້ມູນການທະຫານປິດລັບທີ່ສຸດແມ່ນການຜັນແປຫຼ້າສຸດເຮັດໃຫ້ກຳລັງການຄຸ້ມຄອງ ແລະ ຄວາມອາດສາມາດສັນນິຖານຂອງທ່ານລັດຖະມົນຕີຖືກຕັ້ງຄຳຖາມຂຶ້ນຢ່າງຮ້າຍແຮງ.