ບັນດາບ້ວງມາດຕະການດັ່ງກ່າວແມ່ນແນໃສ່ສ້າງລະບົບຄຸ້ມຄອງພື້ນຖານເສດຖະກິດ ທີ່ມີຄວາມສາມາດແກ້ໄຂຄວາມຂັດແຍ້ງລະຫວ່າງແຜນການ ແລະ ກຳລັງໜູນ
ທ່ານປະທານ ກຸຍບາ Miguel Díaz-Canel (ພາບ: Ariel Ley Royero/ACN via REUTERS)
ທ່ານປະທານ ກຸຍບາ Miguel Díaz-Canel ຫາກໍ່ປະກາດຫຼາຍມາດຕະການປະຕິຮູບໃນບັນດາແງ່ມູມສຳຄັນຂອງພື້ນຖານເສດຖະກິດ, ໃນວິວັດການເຊິ່ງການນຳໄດ້ພັນລະນາວ່າແມ່ນ “ອັດສະລິຍະ” ເພື່ອແກ້ໄຂສະພາບການໃນປະຈຸບັນຂອງປະເທດຊາດ ແລະ ບັນດາຄຳສັ່ງລົງໂທດໃໝ່ໂດຍລັດຖະບານ ອາເມລິກາ ຈັດວາງ.
ກ່າວຄຳເຫັນຕໍ່ວົງການນັກຂ່າວ, ທ່ານປະທານ Miguel Díaz-Canel ໃຫ້ຮູ້ວ່າ ບັນດາບ້ວງມາດຕະການດັ່ງກ່າວແມ່ນແນໃສ່ສ້າງລະບົບຄຸ້ມຄອງພື້ນຖານເສດຖະກິດ ທີ່ມີຄວາມສາມາດແກ້ໄຂຄວາມຂັດແຍ້ງລະຫວ່າງແຜນການ ແລະ ກຳລັງໜູນ, ກໍຄືແນໃສ່ຍົກເລີກບັນດາຮົ້ວກີດຂວາງຕໍ່ການພັດທະນາຂອງວິສາຫະກິດ ແລະ ກະຕຸ້ນຕະຫຼາດ ໂດຍຜ່ານການຜະລິດຢູ່ພາຍໃນປະເທດ ແລະ ການສົ່ງອອກ. ໃນຈຳນວນມາດຕະການທີ່ໄດ້ປະກາດນັ້ນ, ມີຈຸດໜຶ່ງທີ່ໄດ້ເນັ້ນໜັກກ່ອນນີ້, ນັ້ນແມ່ນ ເປີດກວ້າງສິດຕັດສິນດ້ວຍຕົນເອງຂອງບັນດາທ້ອງຖິ່ນ, ອະນຸຍາດໃຫ້ແຕ່ລະທ້ອງຖິ່ນກຳນົດບັນດາເຈົ້າຂອງເສດຖະກິດດ້ວຍຕົນເອງ.