ຂ່າວສານ

ກິ​ລາ ຫວຽດ​ນາມ ​ຕ້ອງ​ພະ​ຍາ​ຍາມໃຫ້ຫຼາຍ​ກ່​ວາ​ອີກ ເພື່ອ​ບັນ​ລຸ​ຜົນ​ງານ​ໃໝ່​ສູງ​ກ່​ວາ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເນັ້ນໜັກວ່າ, ໂດຍຜ່ານຜ່າຄວາມຫຍຸ້ງຍາກ, ສິ່ງທ້າທາຍຫຼາຍຢ່າງໃນສະພາບການເກີດພະຍາດໂຄວິດ - 19 ມີການຜັນແປຢ່າງສັບສົນ, ຫວຽດນາມ ໄດ້ຈັດຕັ້ງສຳເລັດ SEA Games 31.

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເນັ້ນໜັກວ່າ, ໂດຍຜ່ານຜ່າຄວາມຫຍຸ້ງຍາກ, ສິ່ງທ້າທາຍຫຼາຍຢ່າງໃນສະພາບການເກີດພະຍາດໂຄວິດ - 19 ມີການຜັນແປຢ່າງສັບສົນ, ຫວຽດນາມ ໄດ້ຈັດຕັ້ງສຳເລັດ SEA Games 31.

    

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງຍ້ອງຍໍຊົມເຊີຍ ນັກກິລາທີ່ມີຜົນງານດີເດັ່ນຢູ່ SEA Games 31 

ຕອນຄ່ຳວັນທີ 1 ມິຖຸນາ, ພິທີສະຫຼຸບ, ຍ້ອງຍໍຊົມເຊີຍງານມະຫາກຳກິລາ ອາຊີຕາເວັນອອກສ່ຽງໃຕ້ ຄັ້ງທີ 31 ໄດ້ດຳເນີນຢູ່ນະຄອນຫຼວງຮ່າໂນ້ຍ. ເຂົ້າຮ່ວມ ແລະ ສະແດງຄວາມຊົມເຊີຍຍິນດີກັບບັນດານັກກິລາ, ຄູຝຶກ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ສະແດງຄວາມຍິນດີ, ແລະ ພິເສດແມ່ນໄດ້ຍ້ອງຍໍຊົມເຊີຍບັນດາຜົນງານທີ່ດີເດັ່ນເຊິ່ງຄະນະກິລາ ຫວຽດນາມ ບັນລຸໄດ້, ນຳເອົາ ຄວາມເບີກບານມ່ວນຊື່ນ, ຄວາມຜາສຸກ, ຄວາມເອກອ້າງທະນົງໃຈ ແລະ ຄວາມຮູ້ສຶກຍາກທີ່ຈະຫຼົງລືມມາໃຫ້ປະເທດຊາດ, ປະຊາຊົນ, ແຟນກິລາ ຫວຽດນາມ ນັບລ້ານຄົນ

        ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເນັ້ນໜັກວ່າ, ໂດຍຜ່ານຜ່າຄວາມຫຍຸ້ງຍາກ, ສິ່ງທ້າທາຍຫຼາຍຢ່າງໃນສະພາບການເກີດພະຍາດໂຄວິດ - 19 ມີການຜັນແປຢ່າງສັບສົນ, ຫວຽດນາມ ໄດ້ຈັດຕັ້ງສຳເລັດ SEA Games 31. ນັ້ນແມ່ນໝາກຜົນຂອງຄວາມມານະພະຍາຍາມ, ຂ້ຽວຂາດຈາກບັນດາກະຊວງ, ຂະແໜງການ, ອົງການ, ທ້ອງຖິ່ນ; ການຮ່ວມເດີນທາງ, ສະໜັບສະໜູນຂອງວິສາຫະກິດ ແລະ ປະຊາຊົນ, ແລະ ພິເສດແມ່ນຄວາມມານະພະຍາຍາມຢ່າງກະໂດດຂັ້ນໃນການຝຶກແອບ ແລະ ແຂ່ງຂັນຂອງນັກກິລາເກືອບ 5000 ຄົນ, ຢູ່ 40 ປະເພດກິລາ ເຊິ່ງສ່ວນຫຼາຍແມ່ນວິຊາທີ່ແຂ່ງຂັນຢູ່ OLYMPIC ແລະ ASIAD. ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກ່າວວ່າ:

        ຖັນແຖວຄູຝຶກ, ນັກກິລາ ຂອງ ຫວຽດນາມ ໄດ້ມານະພະຍາຍາມຈົນສຸດຄວາມສາມາດຂອງຕົນ, ຫ້າວຫັຝຶກແອບ, ມີຄວາມຕັດສິນໃຈສູງໃນການແຂ່ງຂັນ, ສະແດງຄວາມໝັ້ນໃຈ, ເຈດຈຳນົງ, ຄຸນນະທາດ ແລະ ມານະຈິດ, ແຂ່ງຂັນເພື່ອກຽດສັດສີຂອງຊາດ, ເພື່ອນ້ຳໃຈກິລາສາມັກຄີ, ຈິງໃຈ, ສູງສົ່ງ, ສົມທົບກັບຍຸດທະວິທີການແຂ່ງຂັນສົມເຫດສົມຜົນ, ເສີມຂະຫຍາຍເຕັກນິກ ແລະ ກຳລັງແຮງຂອງແຕ່ລະຄົນຢ່າງສຸດຂີດ ເພື່ອບັນລຸໄດ້ໝາກຜົນສູງທີ່ສຸດໃນຕະຫຼອດໄລຍະ ແຂ່ງຂັນ 17 ວັນ.

ທ່ານນາຍົກລັດຖະມົນຕີ ຮຽກຮ້ອງໃຫ້ຂະແໜງກິລາ, ກາຍຍະກຳ ຕ້ອງສືບຕໍ່ຮັກສາ, ປັບປຸງທີ່ຕັ້ງບົດບາດກິລາເມື່ອບັນລຸໄດ້ຜົນງານສູງ, ວາງເປົ້າໝາຍສູງກ່ວາອີກ, ລົງທຶນຢ່າງມີຈຸດສຸມ, ສຳຜັດກັບລະດັບທະວີບ ແລະ ໂລກເທື່ອລະກ້າວ, ພ້ອມທັງເອົາໃຈໃສ່ເປັນພິເສດຕໍ່ການພັດທະນາກິລາມະຫາຊົນ.

(ແຫຼ່ງຄັດຈາກ VOV)


top