ຂ່າວສານ

ກິ​ລາ: ຜູກພັນຄວາມ​ຮັກ​ແພງ, ເພີ່ມ​ພູນ​ຄູນ​ສ້າງ​ນ້ຳ​ໃຈ​ໄມ​ຕີ​ຈິດ​ມິດ​ຕະ​ພາບ​ແບບ​ພິ​ເສດ​ລະ​ຫວ່າງ ປະ​ຊາ​ຊົນ​ສອງ​ປະ​ເທດ ຫວຽດ​ນາມ - ລາວ

ໂດຍເລີ່ມມາຈາກນ້ຳໃຈູຄວາມຮັກແພງສະຫນິດສະຫນົມລະຫວ່າງປະຊາຊົນ 2 ປະເທດທີ່ມີຕໍ່ກັນມາແຕ່ສະໄໝດຶກດຳບັນ, ເຖິງວ່າຢູ່ຂົງເຂດໃດກໍຕາມ, ສອງຝ່າຍກໍຮຽງບ່າຮຽງໄຫຼ່ພ້ອມກັນສູ້ຊົນຜ່ານຜ່າ, ພ້ອມກັນພັດທະນາເພື່ອອະນາຄົດທີ່ສົດໃສກວ່າ. ໃນງານມະຫາກຳກິລາຄັ້ງນີ້, ຮູບພາບປະຊາຊົນສອງປະເທດທີ່ຊ່ວຍຊົມຊ່ວຍເຊຍ, ສະໜັບສະໜູນ, ສົ່ງກຳລັງໃຈໃຫ້ແກ່ກັນໃນການແຂ່ງຂັນນັ້ນ, ອີກຄັ້ງໜຶ່ງເປັນການຢັ້ງຢືນວ່າ ການພົວພັນລະຫວ່າງ ຫວຽດນາມ ແລະ ລາວແມ່ນຍືນຍົງຄົງຕົວໄປຊົ່ວກາລະນານ.
  ງານປິດ: ແນະນໍາຄືນກິລາ 40 ປະເພດທີ່ນັກກິລາບັນດາປະເທດໄດ້ເຂົ້າຮ່ວມການແຂ່ງຂັນໃນ ຊີເກມ 31  

 ເຖິງວ່າ ຊີເກມ 31 ໄດ້ອັດລົງແລ້ວກໍຕາມ ແຕ່ຊື່ສຽງ, ໂດງດັ່ງ, ຂີດໝາຍອັນດີງາມຂອງງານມະຫາກຳກິລາແຫ່ງຄວາມຜູກພັນ, ຄວາມສາມັກຄີໄມຕີຈິດມິດຕະພາບ ແລະ ເຕັມໄປດ້ວຍຄວາມຮັກແພງກັນນັ້ນຍັງ ໄດ້ຝັງເລິກຢູ່ໃນດວງໃຈຂອງປະຊາຊົນພາກພື້ນ ອາຊີຕາເວັນອອກສ່ຽງໃຕ້ ໝົດທຸກຄົນ, ພິເສດແມ່ນປະຊາຊົນສອງປະເທດ ຫວຽດນາມ ແລະ ລາວ ແລະ ກໍໄດ້ສ້າງຄວາມປະທັບໃຈອັນດີງາມຕໍ່ເພື່ອນມິດສາກົນ. ສຳລັບແຟນໆກິລາແລ້ວ, ຈຸດເວລາແຫ່ງຄວາມສຸກສະໜຸກສະໜານ, ຮູບພາບທີ່ສວຍງາມ ແລະ ຄວາມຮູ້ສຶກປາບປື້ມດີໃຈກ່ຽວກັບງານມະຫາກຳກິລາຊີເກມ 31 ຄັ້ງນີ້, ແນ່ນອນວ່າ ຈະຢູ່ໃນຈິດໃຈໄປຕະຫຼອດການ ແລະ ແມ່ນຄວາມຊົງຈຳທີ່ດີງາມ, ເລິກຊຶ້ງທີ່ສຸດ, ປະທັບໃຈທີ່ສຸດ ເຊິ່ງບໍ່ອາດຈືດຈາງຫ່າງຫາຍໄປໄດ້. ຜົນສຳເລັດຂອງງານມະຫາກໍາກິລາ ຊີເກມ 31 ພ້ອມດ້ວຍກຽດສັກສີ ເຊິ່ງນັກກິລາ 2 ປະເທດ ຄວ້າມາໄດ້ນັ້ນ ໄດ້ຈາລຶກໄວ້ໃນໜ້າປະຫວັດສາດກິລາຂອງ 2 ປະເທດ ຫວຽດນາມ ແລະ ລາວ. ບໍ່ມີຫຍັງທີ່ຈະມີຄວາມສຸກໄປກວ່າທີ່ໄດ້ເກີດມາເປັນລູກຫຼານຂອງປະເທດ ຫວຽດນາມ, ໄດ້ດໍາລົງຊີວິດຢູ່ດິນແດນປະເທດທີ່ສັນຕິສຸກ, ໄດ້ເຫັນປະຈັກຕາຈຸດເວລາດັ່ງໃນຝັນ ດ້ວຍບັນດາຮູບພາບທີ່ສວຍງາມແທ້ໆ ຂອງງານມະຫາກໍກິລາ ຊີເກມ ທີ່ຄຶກຄື້ນມ່ວນຊື່ນ, ມີຊີວິດຊີວາ, ອົບອຸ່ນ, ເຕັມໄປດ້ວຍນໍ້າໃຈໄມຕີຈິດມິດຕະພາບແຫ່ງຄວາມສາມັກຄີ, ແຫ່ງການ “ເຕົ້າໂຮມ ແລະ ປະກາຍແສງສະຫວ່າງ”, ພິເສດກວ່ານັ້ນແມ່ນ ໄດ້ເຫັນກັບຕາຮູບພາບທຸງຊາດຂອງສອງປະເທດ ຫວຽດນາມ ແລະ ລາວ ໄດ້ປິວສະບັດພ້ອມກັນຢູ່ເທິງທ້ອງຟ້າ, ພ້ອມກັບສຽງຮ້ອງໂຮ່ ທີ່ວ່າ “ຫວຽດນາມ - ລາວ ອ້າຍນ້ອງ”, ຄວາມຮັກແພງເຊິ່ງປະຊາຊົນສອງປະເທດ ຫວຽດນາມ ແລະ ລາວ ສະຫງວນໃຫ້ກັນ, ສົ່ງກຳລັງໃຈໃຫ້ກັນ, ພ້ອມກັນສູ້ຊົນ, ພ້ອມກັນບຸກບືນຍາດເອົາໄຊຊະນະ. ບັນດາຜູ້ຈັດທຳລາຍການຄືພວກຂ້າພະເຈົ້າ, ຢາກສະຫງວນເວລາທັງໝົດຂອງລາຍການ ເພື່ອທົບທວນຄືນ ແລະ ລວບລວມເອົາຄວາມຮູ້ສຶກທີ່ຈົບງາມ, ປະທັບໃຈໃນໄລຍະເວລາພິເສດແຫ່ງຄວາມສາມັກຄີຂອງປີ ມິດຕະພາບ ຫວຽດນາມ - ລາວ, ລາວ - ຫວຽດນາມ 2022 ນີ້ ຢ່າງຄົບຖ້ວນທີ່ສຸດເທົ່າທີ່ສາມາດເຮັດໄດ້  ພວກເຮົາພ້ອມກັນຫວນຄືນຈຸດເວລາປະຫວັດສາດນີ້ໄປອີກຄັ້ງ.

  ການເດີນຂະບວນເຊີດຊູຜົນງານຂອງ 11 ຄະນະນັກກິລາເຂົ້າຮ່ວມ SEA Games 31  

 ຕໍ່ໜ້າການຜັນແປຢ່າງສັບສົນ ແລະ ຍາກທີ່ຈະຄາດຄະເນລ່ວງໜ້າໄດ້ຂອງໂລກລະບາດໂຄວິດ - 19, ຜົນກະທົບຈາກໂລກລະບາດໄດ້ເຮັດໃຫ້ຂະແໜງກິລາສອງປະເທດປະສົບກັບຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍຢ່າງໃຫຍ່ຫຼວງ.  ແຕ່ເພື່ອກະກຽມໃຫ້ແກ່ງານມະຫາກຳກິລາຊີເກມ 31 ໄດ້ດຳເນີນໄປຢ່າງປອດໄພ, ເປັນເວທີແຂ່ງຂັນທີ່ຍຸຕິທຳ, ໂປ່ງໃສ, ມີລະບຽບວິໄນ ແລະ ບັນລຸຄຸນນະພາບສູງ ພ້ອມທັງເຕັມໄປດ້ວຍສີສັນຂອງບັນດາປະເທດ ອາຊີຕາເວັນອອກສ່ຽງໃຕ້ ແຕ່ກໍ່ສະແດງໃຫ້ເຫັນຄວາມທັນສະໄໝ ແລະ ວັດທະນະທຳທີ່ເປັນມູນເຊື້ອຂອງປະເທດເຈົ້າພາບໄດ້ຢ່າງຈະແຈ້ງຫວຽດນາມ ໄດ້ຜ່ານຜ່າຄວາມຫຍຸ້ງຍາກສິ່ງທ້າທາຍນາໆປະການພະຍາຍາມຈົນສຸດຄວາມສາມາດຂອງຕົນ ເພື່ອຈັດງານມະຫາກຳກິລາຂະໜາດໃຫຍ່ທີ່ສຸດໃນພາກພື້ນໃຫ້ມີຄວາມປະທັບໃຈຢ່າງເລິກເຊິ່ງໃນດວງໃຈຂອງປະຊາຊົນ ອາຊີຕາເວັນອອກສ່ຽງໃຕ້ ແລະ ເພື່ອນມິດສາກົນຜົນສຳເລັດຂອງ ຫວຽດນາມ ໃນງານມະຫາກຳກິລາ ຊີເກມ ຄັ້ງນີ້ ໄດ້ຮັບການຕີລາຄາຈາກສື່ມວນຊົນສາກົນວ່າ“ເຖິງວ່າໂລກລະບາດໂຄວິດ - 19 ມີການຜັນແປຢ່າງສັບສົນກໍ່ຕາມ, ແຕ່ ຫວຽດນາມ ກໍໄດ້ສະແດງໃຫ້ເຫັນຄວາມຮັບຜິດຊອບຂອງຕົນໃນການຕັ້ງໜ້າກະກຽມຢ່າງຮອບຄອບຖີ່ຖ້ວນ, ຮັບປະກັນຄວາມສະຫງົບ, ປອດໄພໃຫ້ແກ່ງານມະຫາກຳກິລາຂະໜາດໃຫຍ່ທີ່ສຸດໃນພາກພື້ນ”. “ຫວຽດນາມ ໄດ້ສະແດງໃຫ້ເຫັນການຖືເຫດການກິລາລະດັບພາກພື້ນນີ້ມີຄວາມສຳຄັນທີ່ສຸດ. ດັ່ງນັ້ນ, ຫວຽດນາມ ຈຶ່ງໄດ້ພະຍາຍາມກະກຽມຢ່າງຮອບຄອບຖີ່ຖ້ວນໃນທຸກດ້ານ, ໂດຍສະເພາະແມ່ນການປົວແປງ, ຍົກລະດັບພື້ນຖານໂຄງລ່າງທາງດ້ານວັດຖຸເພື່ອຮັບໃຊ້ໃຫ້ແກ່ການແຂ່ງຂັນ, ບ່ອນກິນບ່ອນຢູ່, ບ່ອນພັກເຊົາໃຫ້ແກ່ຄະນະນັກກິລາມາຈາກບັນດາປະເທດ… ວຽກງານຈັດຕັ້ງງານມະຫາກຳກິລາຂອງ ຫວຽດນາມ ໄດ້ຮັບການກະກຽມຢ່າງລະອຽດ ແລະ ພິຖີພິຖັນທີ່ສຸດ.” ສະເພາະຄະນະນັກກິລາ ລາວສະມາຊິກທຸກຄົນຕ່າງກໍດີໃຈ ແລະ ຈູບຈ້າວຫ້າວຫັນອຸ່ນອ່ຽນໃຈ ແລະ ມີຄວາມໝັ້ນໃຈເມື່ອໄດ້ມາແຂ່ງຂັນຢູ່ ຫວຽດນາມທ່ານຄຳພັນ ຄຳອ່ອນທີ່ປຶສາຝ່າຍສຶກສາ - ວັດທະນະທຳສະຖານທູດ ລາວ ປະຈຳ ຫວຽດນາມ ໄດ້ເຂົ້າຮ່ວມພິທີເປີດ - ປິດ ແລະ ຕິດຕາມການເຄື່ອນໄຫວຂອງຄະນະນັກກິລາ ລາວ ແບ່ງປັນວ່າ:

“ຂ້າພະເຈົ້າຕີລາຄາສູງ ແລະ ຊົມເຊີຍຕໍ່ຜົນສຳເລັດຂອງ ງານມະຫາກຳກິລາໃນຄັ້ງນີ້. ການປະສົບຜົນສຳເລັດໃນຄັ້ງນີ້ ເປັນກໍຍ້ອນຄວາມເອົາໃຈໃສ່ຂອງຄະນະນຳພັກ, ລັດ ກໍຄືການຮ່ວມມືຂອງບັນດາອົງການຈັດຕັ້ງ ແລະ ປະຊາຊົນ ຫວຽດນາມ, ກໍຄືການໃຫ້ກຳລັງໃຈຂອງປະຊາຊົນ ຫວຽດນາມຢູ່ບ່ອນຈັດການແຂ່ງຂັນ. ຂ້າພະເຈົ້າກໍໄດ້ເຂົ້າຮ່ວມພິທີເປີດ ແລະ ພິທີປິດ, ຂ້າພະເຈົ້າເຫັນວ່າ ການຈັດງານຄັ້ງນີ້ແມ່ນຍິ່ງໃຫຍ່ ແລະ ສົມກຽດອີຫຼີ, ເຫັນໄດ້້ນ້ຳໃຈມິດຕະພາບ ແລະ ນ້ຳໃຈເສຍສະຫຼະຂອງນັກກິລາ ກໍຄືການຮ່ວມຊົມຮ່ວມເຊຍຂອງປະຊາຊົນ ຫວຽດນາມ, ນ້ຳໃຈຮັກຊາດກໍຖືວ່າມິດຕະພາບອີຫຼີ. ຕາມຂ້າພະເຈົ້າໄດ້ຕິດຕາມ ແລະ ປະສານງານກັບຄະນະນັກກິລາ ທີ່ມາຈາກລາວຫັ້ນ ເພ່ິນກໍວ່າ ອຳນວຍຄວາມສະດວກນັບແຕ່ມື້ມາຢູ່ໃນດິນຂອງ ຫວຽດນາມ ຖືວ່າໄດ້ອຳນວຍຄວາມສະດວກທຸກຢ່າງ.”

ສະເພາະນັກກິລາ, ເພື່ອກຽດສັກສີຂອງປະເທດ, ຈິດໃຈຂອງຊາດ ແລະ ກ່ອນອື່ນໝົດແມ່ນນ້ຳໃຈຂອງຜູ້ຊົມຜູ້ເຊຍທີ່ພວມໃຫ້ກຳລັງໃຈໂດຍກົງນັ້ນ, ນັກກິລາໄດ້ແຂ່ງຂັນຈົນສຸດໃຈ ແລະ ອຸທິດສ່ວນ ດ້ວຍຄວາມຫວັງຢາກຍາດໄດ້ຜົນງານສູງທີ່ສຸດເພື່ອຕອບແທນນ້ຳໃຈຄວາມຮັກແພງຂອງແຟນໆກິລາ ກໍຄືນຳເອົາກຽດສັກສີມາໃຫ້ປະເທດຊາດທີ່ແສນເຄົາລົບຮັກຂອງຕົນ. ກໍຄືກັນກັບນັກກິລາມາຈາກປະເທດອື່ນໆ, ນັກກິລາຂອງ ຫວຽດນາມ ແລະ ລາວ ໄດ້ປະສົບກັບຄວາມຫຍຸ້ງຍາກບໍ່ແມ່ນໜ້ອຍ, ຍ້ອນຕ້ອງຝຶກຊ້ອມໃນໄລຍະເກີດໂລກລະບາດ, ບໍ່ໄດ້ເຂົ້າຮ່ວມການແຂ່ງຂັນໃນລາຍການແຂ່ງຂັນກິລາທີ່ເປັນມືອາຊີບທັງຢູ່ພາຍໃນ ແລະ ສາກົນ, ຊ້ຳບໍ່ໜຳ ຕ້ອງໄດ້ຝຶກຊ້ອມຫຼາຍກວ່າເວເລທີ່ຄາດໄວ້. ບໍ່ພຽງແຕ່ເທົ່ານັ້ນ, ການຝຶກຊ້ອມຕ້ອງໄດ້ດຳເນີນໄປໃນສະພາບແວດລ້ອມທີ່ຖືກປິດກັ້ນ, ບໍ່ໄດ້ເຂົ້າຮ່ວມການເຄື່ອນໄຫວຢູ່ນອກ ແລະ ໃນໄລຍະເວລາຝຶກຊ້ອມກໍຕ້ອງໄດ້ໃສ່ຜ້າອັດປາກອັດດັງ, ປະຕິບັດມາດຕະການປ້ອງກັນ, ຕ້ານໂລກລະບາດຢ່າງເຂັ້ມງວດ. ຍິ່ງໄປກວ່ານັ້ນ, ເມື່ອເຂົ້າຮ່ວມການແຂ່ງຂັນມິດຕະພາບ ກໍ່ບໍ່ມີຜູ້ໃດສາມາດເຂົ້າຊົມເຂົ້າເຊຍ ແລະ ສົ່ງກຳລັງໃຈໃຫ້. ແຕ່ເຂົາເຈົ້າກໍ່ໄດ້ຜ່ານຜ່າທຸກສິ່ງທຸກຢ່າງ, ພະຍາຍາມຈົນສຸດຄວາມສາມາດຂອງຕົນ ແລະ ສຸດທ້າຍກໍນຳເອົາກຽດສັກສີມາໃຫ້ປະເທດຊາດ. ນ້ຳໃຈແຂ່ງຂັນກິລາສັດຊື່ບໍລິສຸດ, ສູງສົ່ງດ້ວຍຄວາມສຸດຈິດສຸດໃຈຂອງນັກກິລາໝົດທຸກຄົນ ໄດ້ສ້າງຄວາມຮູ້ສຶກອັນດີງາມ, ສ້າງຄວາມປະທັບໃຈຫຼາຍຢ່າງໃນຈິດໃຈແຟນໆກິລາ. ຜົນງານທີ່ບັນລຸໄດ້ນັ້ນ ລ້ວນແຕ່ມີການປະກອບສ່ວນບໍ່ແມ່ນໜ້ອຍຂອງຜູ້ຊົມຜູ້ເສຍ, ຂອງປະຊາຊົນສອງປະເທດ ຫວຽດນາມ ແລະ ລາວ. ນັ້ນກໍຄືການສົ່ງກຳລັງໃຈ, ແຮງໃຈ, ປຸກລຸກນ້ຳໃຈກິລາ, ການຊົມການເຊຍດ້ວຍຄວາມສຸດຈິດສຸດໃຈ ແລະ ມີຫົວຄິດປະດິດສ້າງ ແຕ່ກໍເຕັມໄປດ້ວຍນ້ຳໃຈໄມຕີຈິດມິດຕະພາບຂອງປະຊາຊົນ ຫວຽດນາມ ທີ່ມີຕໍ່ເພື່ອນມິດສາກົນ, ພິເສດແມ່ນຕໍ່ກັບນັກກິລາອ້າຍ - ນ້ອງ ລາວ.

  ບັນຍາກາດຂອງສະໜາມກິລາ ທຽນເຈື່ອງ - ບ່ອນດໍາການແຂ່ງຂັນບານເຕະລະຫວ່າງ U23 ລາວ ແລະ ສິງກະໂປ (ພາບ:baomoi.com)  

 ພາກທີ 1. ທິມບານເຕະ U23 ລາວ ແມ່ນແຊ້ມໃນໃຈຂອງແຟນບານ ຫວຽດນາມ ຕະຫຼອດໄປ

ໃນຊຸມວັນທີ່ດຳເນີນການແຂ່ງຂັນກິລາປະເພດຕ່າງໆ, ປະຊາຊົນຢູ່ນະຄອນຫຼວງ ຮ່າໂນ້ຍ ກໍຄືຢູ່ແຂວງ, ນະຄອນ ທີ່ຈັດຕັ້ງການແຂ່ງຂັນ, ເຂົາເຈົ້າລ້ວນແຕ່ພະຍາຍາມຈັດແຈງ ວຽກງານຍາດເວລາ ເພື່ອມາຊົມມາເຊຍ, ໃຫ້ກຳລັງໃຈ ແລະ ເພີ່ມພະລັງ ໃຫ້ບັນດານັກກິລາຮູ້ສຶກວ່າ ຕົນເອງກຳລັງ “ແຂ່ງຂັນ” ຢູ່ປະເທດຕົນ ຜູ້ທີ່ນັ່ງຊົມຢູ່ເທິງອັດສະຈັນກໍແມ່ນຄົນທີ່ຮູ້ຈັກ, ໃກ້ຊິດສະໜິດສະໜົມຂອງຕົນ. ສິ່ງດັ່ງກ່າວໄດ້ສະແດງອອກຜ່ານຈຳນວນຜູ້ຊົມຜູ້ເຊຍເພີ່ມຂຶ້ນໃນແຕ່ລະນັດ ທີ່ນັກກິລາລາວ ແຂ່ງຂັນ. ຕາມການສະຖິຕິແລ້ວ, ໃນນັດແຂ່ງຂັນລະຫວ່າງ ລາວ - ສິງກະໂປ ຢູ່ສະໜາມກິລາ ທຽນເຈື່ອງ, ແຂວງ ນາມດິ້ງ ມີຜູ້ຊົມຜູ້ເຊຍເຖິງ 31.000 ຄົນ - ເຊິ່ງເປັນຕົວເລກສູງທີ່ສຸດ ນັບແຕ່ກ່ອນຈົນມາຮອດປັດຈຸບັນໃນນັດແຂ່ງຂັນທີ່ບໍ່ແມ່ນຂອງປະເທດເຈົ້າພາບ, ໃນນັ້ນ ຜູ້ຊົມຜູ້ເຊຍທີ່ເປັນຊາວ ຫວຽດນາມ ແມ່ນກວມເອົາຈຳນວນຫຼາຍກວ່າໝູ່.

ເມື່ອໄດ້ຮັບພະລັງ, ກຳລັງໃຈຈາກແຟນບານ, ບັນດານັກກິລາລາວ ກໍມີຄວາມພາກພູມໃຈ ແລະ ຫ້າວຫັນ, ມີຄວາມໝັ້ນໃຈ ແລະ ແຂ່ງຂັນຈົນສຸດຄວາມສາມາດຂອງຕົນດ້ວຍຄວາມຫວັງຢາກອຸທິດສິ່ງທີ່ສວຍງາມທີ່ສຸດໃຫ້ບັນດາຜູ້ຊົມຜູ້ເຊຍ ແລະ ປະຊາຊົນສອງປະເທດ ຫວຽດນາມ - ລາວ ໄດ້ເຫັນ. ນັ້ນກໍແມ່ນສິ່ງທີ່ ທ່ານ ຄຳພັນ ຄຳອ່ອນ, ທີ່ປຶກສາຝ່າຍສຶກສາ - ວັດທະນະທຳ, ສະຖານທູດລາວ ປະຈຳ ຫວຽດນາມ ຮູ້ສຶກໄດ້.

“ແນ່ນອນ. ອັນນີ້ຖືວ່າ ປາສະຈາກບໍ່ໄດ້ແນ່ນອນ ເພາະວ່າເປັນກຳລັງທີ່ເປັນສິ່ງພັກດັນໃຫ້ນັກກິລາສອງປະເທດສູງຂຶ້ນ, ການປະສົບຜົນສຳເລັດ ໃນນັ້ນການເຊຍກອງເຊຍ ແມ່ນໜຶ່ງໃນບັນດາປັດໄຈສະໜັບສະໜູນທີ່ສຳຄັນ. ຂາດກອງເຊຍນີ້ກໍຖືວ່າຍາກຢູ່ໄດ໋, ເມື່ອສຽງເຊຍຂຶ້ນຍາມໃດຖືວ່າ ໂອ…ນັກກິລາຈະຫຼີ້ນແບບບໍ່ຮູ້ອິດບໍ່ຮູ້ເມື່ອຍເລີຍ”.

ເພື່ອສ້າງບັນຍາກາດຟົດຟື້ນມ່ວນຊື່ນທີ່ສຸດໃຫ້ແກ່ SEA GAMES 31 ນັ້ນ, ປະຊາຊົນທ້ອງຖິ່ນຢູ່ບ່ອນຈັດການແຂ່ງຂັນ ກໍ່ມີຄວາມຮັບຮູ້ວ່າ ຕົນເອງຈະຕ້ອງເຮັດຫຍັງແດ່, ປະກອບສ່ວນຫຍັງແດ່ ເພື່ອພ້ອມກັບປະເທດຊາດ ນຳເອົາຄວາມປະທັບໃຈ ແລະ ຄວາມສຳເລັດມາໃຫ້ SEA GAMES 31. “ດ້ວຍຈິດໃຈ ໃຜມີລົດຖີບກໍໃຊ້ລົດຖີບ, ໃຜມີລົດຈັກກໍໃຊ້ລົດຈັກ, ໃຜມີລົດໃຫຍ່ກໍໃຊ້ລົດໃຫຍ່, ໃຜມີລົດກະບະກໍໃຊ້ລົດກະບະ, ໃຜບໍ່ມີລົດ ແຕ່ມັກຮັກກິລາບານເຕະ ກໍຈົ່ງມາຊົມມາເຊຍເພື່ອນແຂ່ງຂັນຢູ່ສະໜາມ ທຽນເຈື່ອງ”, ປະຊາຊົນ ນາມດິງ ໄດ້ເຊຍຢ່າງສຸດຈິດສຸດໃຈ ແລະ ສົ່ງແຮງໃຈທັງໝົດຂອງຕົນມາໃຫ້ທິມ U23 ລາວ ເພື່ອສ້າງບັນຍາກາດໃຫ້ມີຄວາມພິເສດທີ່ສຸດຢູ່ສະໜາມບ້ານຕົນ. ລຸງ ຫງວຽນວັນກວນ, ອາຍຸ 62 ປີ, ຫົວໜ້າກອງເຊຍບານເຕະ ນາມດິ້ງ ກ່າວວ່າ:

“ພວກຂ້າພະເຈົ້າກຳນົດວ່າ ນີ້ບໍ່ພຽງແຕ່ແມ່ນກິລາເທົ່ານັ້ນ ແຕ່ພວກເຮົາຕ້ອງສະແດງ ໃຫ້ເຫັນຈິດໃຈຮັກຊາດ, ໜ້າທີ່ຂອງພົນລະເມືອງຕໍ່ກັບພາບຫຼັກຂອງປະເທດຊາດ. ເພື່ອສ້າງພາບຫຼັກໄດ້ຄືແນວນັ້ນ, ສະມາຊິກໃນກອງເຊຍຕ້ອງສະຫຼະເວລາ, ເຫື່ອແຮງຂອງຕົນ ກະກຽມກອງ, ທຸງ, ຈັດແຈງທຸກສິ່ງທຸກຢ່າງ ເພື່ອຕ້ອນຮັບກອງເຊຍ ແລະ ນັກກິລາທິມ ລາວ - ສິງກະໂປ, ຊ້ຳບໍ່ໜຳ ຍັງໄດ້ຮັບບາດເຈັບໃນການກະກຽມ. (ມີສະມາຊິກຄົນໜຶ່ງແຂນຫັກ ຍ້ອນແຂວນທຸງ)”

ກ່ອນຈະດຳເນີນການແຂ່ງຂັນບານເຕະຊາຍ ມີກອງເຊຍ ແລະ ປະຊາຊົນ ນາມດິ້ງ ຈຳນວນບໍ່ໜ້ອຍຮູ້ສຶກເສຍດາຍ ເມື່ອຮູ້ຂ່າວວ່າ ທິມ U23 ຫວຽດນາມ ບໍ່ໄດ້ຢູ່ສາຍ B ແຕ່ດ້ວຍຄວາມຮູ້ສຶກ ແລະ ຈິດໃຈພິເສດທີ່ມີຕໍ່ປະຊາຊົນ ລາວ ມາແຕ່ດົນນານຈົນຮອດປັດຈຸບັນ ພ້ອມກັບຄຳແບ່ງປັນ, ປຸກລະດົມກຳລັງໃຈຈາກ ລຸງ ກວນ, ສະນັ້ນ ບັນຍາກາດແຂ່ງຂັນບານເຕະຢູ່ສະໜາມ ທຽນເຈື່ອງ ທີ່ມີທິມ U23 ລາວ ແຂ່ງຂັນກໍບໍ່ຕ່າງຫຍັງກັບຢູ່ສະໜາມ ຫວຽດຈີ - ບ່ອນທີ່ມີທິມ U23 ຫວຽດນາມ ແຂ່ງຂັນ.  

  ປະຊາຊົນນາມດິ້ງ ກະກຽມທຸງທຸກຢ່າງ ແລ້ວພ້ອມກັບນັກສຶກສາ ລາວ ຮ່ວມເຊຍໃຫ້ນັກກິລາ ລາວ (ພາບ: baochinhphu.vn)  

“ຂ້າພະເຈົ້າເວົ້າກັບທຸກຄົນວ່າ ຄົນ ລາວ ສຸດຍອດຫຼາຍ. ສອງປະເທດເປັນບ້ານໃກ້ເຮືອນຄຽງທີ່ສະໜິດສະໜົມ ແລະ ມີຄວາມຜູກພັນກັນມາແຕ່ດົນນານ. ແຕ່ກີ້, ໃນຊີເກມປີ 2009, ປະຊາຊົນລາວ ໄດ້ຊົມໄດ້ເຊຍໃຫ້ເຮົາສຸດຍອດເຖິງຂະໜາດນັ້ນ, ມາດຽວນີ້, ພວກເຮົາກໍຕ້ອງຈັດໃຫ້ມີບັນຍາກາດຄຶກຄື້ນ. ເມື່ອເວົ້າແນວນັ້ນແລ້ວ, ປະຊາຊົນຜູ້ໃດກໍຈູບຈ້າວຫ້າວຫັນຜັນຂະຫຍາຍ ພ້ອມກັນຈັດຕັ້ງປະຕິບັດດ້ວຍການຂຽນບົດລົງໃນ Facebook ແລ້ວ share ຕໍ່ໆກັນໄປ ເພື່ອປຸກລຸກກຳລັງແຮງຂອງປະຊາຊົນ, ບໍ່ວ່າຈະເປັນລົດລານ, ຍານພາຫະນະທຸກສິ່ງທຸກຢ່າງແມ່ນມາຈາກປະຊາຊົນ, ປະຊາຊົນປະກອບສ່ວນ, ປະຊາຊົນກະກຽມ ຕ້ອນຮັບແຂກ ແລະ ໄປຊົມໄປເຊຍ. ພ້ອມດຽວກັນນັ້ນ, ພວກຂ້າພະເຈົ້າກໍໄດ້ຕິດຕໍ່ກັບນັກສຶກສາລາວທີ່ຮ່ຳຮຽນຢູ່ໂຮງຮຽນແຫ່ງຕ່າງໆໃນແຂວງ, ນະຄອນຂອງ ຫວຽດນາມ ເພື່ອເຮັດປາໂນ, ປ້າຍຄຳຂວັນເປັນພາສາລາວ... ເພື່ອສົ່ງກຳລັງໃຈຊ່ວຍເຊຍໃຫ້ແກ່ນັກກິລາ ລາວ, ເຮັດໃຫ້ເຂົາເຈົ້າມີຄວາມອຸ່ນອ່ຽນໃຈແຂ່ງຂັນໄດ້ຢ່າງເຕັມທີ່ ຄືກັນກັບພວມແຂ່ງຂັນໃນປະເທດຕົນ.”

ສະມາຊິກໃນກອງເຊຍ ຟ້າວພາກັນເຮັດທຸງເອງ, ພິມເສື້ອທຸງລາວ, ທຸງຫວຽດ, ປ້າຍ, ຄຳຂວັນເປັນສອງພາສາ ຫວຽດ ແລະ ລາວ ທີ່ວ່າ: ສອງຊາດ ລາວ, ຫວຽດ ໄດ້ ຝັງຄວາມຮັກຢູ່ໃນໃຈ, ຮົ່ງຮ່າທັງແມ່ຂອງ ບໍ່ເລິກປຸນປານໄດ້. ເຂົາເຈົ້າຍັງຢັ້ງຢືນວ່າ: ຈະເຮັດໃຫ້ສະໜາມກິລາ ທຽນເຈື່ອງ ກາຍເປັນສະໜາມເຈົ້າພາບຂອງ U23 ລາວ ອ້າຍນ້ອງ. ມີຜູ້ເປົ່າແກ 60 ຄົນ, ມືກອງ 18 ຄົນ, ນັກດົນຕີປະເພດອື່ນໆ ພ້ອມກັບສຽງໂຮ່ຮ້ອງຊ່ວຍຊົມຊ່ວຍເຊຍ ໄດ້ເພີ່ມພະລັງກາຍ ແລະ ໃຈໄປໃຫ້ທັບນັກກິລາລາວ. ເພື່ອໃຫ້ມີບັນຍາກາດທີ່ຟົດຟື້ນມ່ວນຊື່ນ, ມີສຽງໂຮ່ຮ້ອງດັງກ້ອງກັງວານຢ່າງເປັນຈັ່ງຫວະນັ້ນ ເຂົາເຈົ້າໄດ້ຝຶກຊ້ອມທັງເວັນທັງຄືນ, ເປົ່າດົນຕີເປັນຈັ່ງຫວະເພງທີ່ເປັນມູນເຊື້ອຂອງບັນດາປະເທດ, ໃນນັ້ນ ມີບົດເພງລາວ. ເຖິງວ່າການແຂ່ງຂັນຈະດຳເນີນໄປພຽງແຕ່ 90 ນາທີກໍ່ຕາມ, ແຕ່ບັນດາສະມາຊິກໃນກອງເຊຍ ຕ້ອງໃຊ້ເວລາ 250 ນາທີ ເພື່ອພ້ອມກັນເຊຍທິມຊາດ U23 ລາວ ຢ່າງສຸດໃຈ.

ກ່ອນດໍາເນີນການແຂ່ງຂັນນັບແຕ່ຜູ້ເຖົ້າຜູ້ແກ່ຕະຫຼອດຮອດເດັກນ້ອຍບໍ່ຈຳແນກຍິງ-ຊາຍບັນດາຜູ້ຊົມຜູ້ເຊຍໄດ້ນຳໃຊ້ລົດເກງສ່ວນຕົວລົດກະບະລົດຈັກ ແລ້ວເອົາກອງທຸງຊາດ ຫວຽດນາມ ແລະ ລາວຄຳຂວັນແຫ່ຂະບວນຜ່ານຖະໜົນສາຍຕ່າງໆ ຈົນໄປຮອດບ່ອນພັກອາໄສຂອງນັກກິລາ ລາວ ເພື່ອໃຫ້ກຳລັງໃຈສົ່ງພະລັງໃຈ ແລະ ອວຍພອນໃຫ້ນັກກິລາລາວ ມີການແຂ່ງຂັນທີ່ດີທີ່ສຸດເພື່ອສຶກສາ ແລະ ຖ່າຍທອດໃຫ້ຄົນລຸ້ນຫຼັງກ່ຽວກັບມູນເຊື້ອອາລົມຈິດຄວາມຮັກແພງແບບພິເສດ ລະຫວ່າງ ຫວຽດນາມ - ລາວ ພາຍໃຕ້ບັນຍາກາດການແຂ່ງຂັນການຊົມການເຊຍມີບາງຄອບຄົວ ລູກຍັງນ້ອຍຢູ່ແຕ່ກໍພາໄປນຳເຂົາເຈົ້າໄດ້ເອົາທຸງຊາດລາວ ແລະ ຫວຽດນາມ ຄຸມໃຫ້ລູກສຸດທີ່ຮັກສອງຄົນຂອງຕົນຜູ້ໜຶ່ງຄຸມທຸງຊາດຫວຽດນາມສ່ວນອີກຜູ້ໜຶ່ງຄຸມເອົາທຸງຊາດ ລາວ.

  ປະຊາຊົນ ນາມດິ້ງ ຫຼາຍຄົນໄດ້ປະວຽກປະງານໄປເຊຍບານໃຫ້ແກ່ U23 ລາວ  

 ຊີວິດກຳມະກອນຄືພວກຂ້າພະເຈົ້າຍາມໃດວຽກງານກໍມາກມາຍກ່າຍກອງ ແລະ ຫຍຸ້ງຍາກລຳບາກໂດຍສະເພາະແມ່ນໃນໄລຍະທີ່ຫາກໍຜ່ານຜ່າວິກິດໂລກລະບາດໂຄວິດ - 19. ແຕ່ມື້ນີ້ໄດ້ເຊື່ອມຕົວເຂົ້າກັບບັນຍາກາດທີ່ຫາຍາກຂ້າພະເຈົ້າຮູ້ສຶກດີໃຈ ແລະ ມີຄວາມສຸກອີຫຼີເມື່ອໄດ້ເຫັນນັກກິລາ U23  ລາວ ຫຼີ້ນບານງາມ ແລະ ເຕະເຂົ້າໂກນຂອງ  U23 ສິງກະໂປ ເຂົາເຈົ້າໄດ້ແຂ່ງຂັນຈົນສຸດຄວາມສາມາດຂອງຕົນແລ້ວຈົນຂ້າພະເຈົ້າຮ້ອງໃສ່ວ່າດີຫຼາຍບັນດາເພື່ອນລາວເອີຍຂ້າພະເຈົ້າຮ້ອງຄືແນວນັ້ນແມ່ນມ່ວນ ແລະ ດີໃຈທີ່ສຸດແລ້ວພວກເຈົ້າບໍ່ວາດພາບບໍ່ໄດ້ດອກໃນຊີວິດຂອງຂ້າພະເຈົ້ານີ້ເປັນຄັ້ງທຳອິດທີ່ໄດ້ມາເຊຍທິມບານເຕະຂອງເທດອື່ນ ຢູ່ຂອບສະໜາມແຕ່ບໍ່ແມ່ນຂອງບ້ານເຮົາ ແລະ ໄດ້ເຊຍຮ່ວມກັບຄົນຕ່າງປະເທດ ພິເສດແມ່ນອ້າຍນ້ອງ ລາວ ປະເທດບ້ານໃກ້ເຮືອນຄຽງທີ່ໃກ້ຊິດສະໜິດສະໜົມຂອງເຮົາເອງພວກຂ້າພະເຈົ້າໄດ້ພ້ອມກັນຮ້ອງໂຮ່ “ລາວສູ້ໆ”. ຂ້າພະເຈົ້າກໍບໍ່ຮູ້ພາສາລາວດອກ ແຕ່ກໍບໍ່ຮູ້ຈະສະແດງອອກແນວໃດມີແຕ່ວ່າ ແຕ່ລະເທື່ອທີ່ປະເທດລາວ ເຕະບານເຂົ້າໂກນ ສິງກະໂປ ພວກຂ້າພະເຈົ້າກໍກອດກັນເຕັ້ນຕາມຈັ່ງຫວະທີ່ອ້າຍນ້ອງເພື່ອນລາວຮ້ອງຂຶ້ນ ຫວຽດນາມຫວຽດນາມສ່ວນຂ້າພະເຈົ້າໍ່ຮ້ອງວ່າ “ລາວສູ້ໆລາວສູ້ໆ”.

“ເມື່ອຂ້າພະເຈົ້າມາຮອດແຂວງນາມດິ້ງ, ຂ້າພະເຈົ້າໄດ້ເຫັນຮູບພາບທີ່ປະທັບໃຈຫຼາຍ, ເຖິງແມ່ນວ່ປະຊາຊົນ ຫວຽດນາມ, ໃຜໆກໍມີວຽກຂອງຕົນ, ແຕ່ຜູ້ໃດກໍໄດ້ປະວຽກງານທີ່ຫຍຸ້ງຍາກ ເພື່ອກະກຽມທຸງຊາດ, ຄຳຄວັນດ້ວຍພາລາວ, ພາສາ ຫວຽດ, ມີຮູບພາບຂອງປະທານ ໂຮ່ຈີມິນ ແລະ ປະທານ ໄກສອນ ພົມວິຫານ... ເພື່ອເປັນກຳລັງໃຈໃຫ້ນັກກິລາລາວ. ທ້ອງຟ້າມື້ນີ້ ສົດໃສ ແລະ ງາມແທ້ໆ, ເພາະວ່າ ທຸງຊາດຂອງສອງຊາດເຮົາກຳລັງປິວສະບັດເທິງທ້ອງຟ້າ ແລະ ພ້ອມກັບສຽງຮ້ອງໂຮ່ ລາວສູ້ໆ, ລາວສູ້ໆ ຂອງປະຊາຊົນ ຫວຽດນາມ. ສຸດທີ່ສວຍງາມ ແລະ ມີຄວາມສຸກທີ່ໄດ້ຢູ່ໃນວິນາທີນີ້.”

  ເດັກຄຸມທຸງຊາດ ຫວຽດນາມ, ລາວ ໄປເຊຍໃຫ້ U 23 ລາວ. (ພາບ: thanhnien.vn)  

 ຕາມຂໍ້ກຳນົດແລ້ວ, ກອງເຊຍຂອງສອງທິມຈະນັ່ງຢູ່ຄົນລະຝາກ, ເຖິງຢ່າງໃດກໍຕາມ, ດ້ວຍນ້ຳໃຈຄວາມຮັກແພງເປັນພິເສດທີ່ມີຕໍ່ປະເທດລາວ ອ້າຍນ້ອງ, ກອງເຊຍໃນສະໜາມກິລາ ທຽນເຈື່ອງ ຈຶ່ງບໍ່ປະຕິບັດຕາມກົດ ເພື່ອໃຫ້ໄດ້ນັ່ງໃກ້ກັບເພື່ອນລາວຫຼາຍກວ່າ ໃນຈຸດເວລາທີ່ສຸດຍອດຄືແນວນີ້. ລຸງ ຫງວຽນວັນກວນ, ຫົວໜ້າກອງເຊຍ ນາມດິ້ງ ໄດ້ແບ່ງປັນດ້ວຍຄວາມດີໃຈອີກວ່າ:

ພວກຂ້າພະເຈົ້າໄດ້ພະຍາຍາມສັບຊ້ອນບ່ອນຢູ່ແນວໃດເພື່ອໃຫ້ກອງເຊຍຂອງ ລາວ ໄດ້ນັ່ງຝາກດຽວກັນກັບກອງເຊຍ ຂອງຫວຽດນາມເພາະວ່າຕາມຂໍ້ກຳນົດແລ້ວກອງເຊຍລາວ ຈະໄດ້ນັ່ງຢູ່ ອັດສະຈັນ A, ແຕ່ພວກຂ້າພະເຈົ້າເປັນພາບການຕ້ອນຮັບ ແລະ ໄດ້ເຊີນກອງເຊຍລາວ ມານັ່ງນຳກັນຢູ່ ອັດສະຈັນ B ີ້ ເພື່ອພ້ອມກັນເຊື່ອມຕົວເຂົ້າກັບບັນຍາກາດຂອງການແຂ່ງຂັນໂດຍບໍ່ມີການຈຳແນກລະຫວ່າງ ລາວ ກັບ ຫວຽດນາມ ອີກແລ້ວ ທັງສອງກອງເຊຍໄດ້ໂຮມເຂົ້າກັນເປັນໜຶ່ງດຽວພ້ອມກັນຮ້ອງໂຮ່ໃນຈັ່ງຫວະດຽວກັນ.  ນັບທັງກຸ່ມຕີກອງກຸ່ມເປົ່າແຄນ ແລະ ທຸງຊາຂອງສອງປະເທດໄດ້ປິວສະບັດໄປທົ່ວອັດສະຈັນ ພາຍໃຕ້ການບັນຊາຂອງຂ້າພະເຈົ້າພ້ອມດຽວກັນນັ້ນຄຳວ່າ ລາວສູ້ໆດັງຂຶ້ນນັບແຕ່ວິນາທິທຳອິດຈົນຮອດວິນາທີສຸດທ້າຍຂອງນັດແຂ່ງຂັນ”.

“ຈຳແນກບໍ່ໄດ້ວ່າຜູ້ໃດເປັນຄົນລາວຜູ້ໃດເປັນຄົນຫວຽດ, ເພາະວ່າ ນັກເຊຍຄົນ ຫວຽດ ກໍຈັບທຸງລາວ, ນັກເຊຍຄົນ ລາວ ກໍຈັບທຸງ ຫວຽດ ອັນນີ້ສະແດງໃຫ້ເຫັນຄວາມສາມັກຄີພິເສດອີຫຼີ. ບໍ່ມີການຈຳແນກ ຝ່າຍນີ້ແມ່ນນັກຊົມ ຫວຽດນາມ, ຝ່າຍນີ້ແມ່ນນັກຊົມ ລາວ. ອັນນີ້ຖືວ່າເປັນສິ່ງທີ່ໂດດເດັ່ນຖືວ່າມີໜຶ່ງດຽວໃນໂລກ ທີ່ບໍ່ສາມາດປຽບທຽບໄດ້. ສະນັ້ນ, ຈຶ່ງວ່າພວກເຮົາດີໃຈ ແລະ ພາກພູມໃຈເປັນຢ່າງສູງ ທີ່ປະຊາຊົນ ຫວຽດນາມ ມີກອງເຊຍທີ່ທຸ້ມເທຈິດໃຈໃຫ້ແກ່ນັກກິລາລາວ, ເຖິງວ່າບໍ່ຊະນະ ແຕ່ກໍສະແດງໄດ້ເຖິງນ້ຳໃຈນັກກິລາ”.

  ນາງງາມ ລາວ ຊະນິຕາ ສະແຫວງໂຊກ (ຜູ້ຢູ່ໃຈກາງ) ພ້ອມດ້ວຍເພື່ອນໆນັກສຶກສາ ລາວ ໄປເຊຍ ໃຫ້ U 23 ລາວ (ພາບ: thanhnien.vn)  

 ໃນຖານະເປັນນາງງາມ ລາວ ຮອງອັນດັບ 2  Miss world Laos 2019 ແລະ ກໍແມ່ນຜູ້ໜຶ່ງທີ່ເປັນລູກຫຼານຂອງປະເທດລາວລ້ານຊ້າງ ເຊິ່ງມີເງື່ອນໄຂຢ່າງຄົບຖ້ວນເພື່ອສາມາດໄປຮຽນຢູ່ ປະເທດຕາເວັນຕົກທີ່ກ້າວໜ້າກວ່າ ແຕ່ເພື່ອນ ຊະນິຕາ ສະແຫວງໂຊກ ພັດມີທາງເລືອກທີ່ກົງກັນຂ້າມນາງໄດ້ເລືອກເອົາປະເທດ ຫວຽດນາມ ເປັນບ່ອນຝຶກຝົນຫຼໍ່ຫຼອມ່ຳຮຽນ ແລະ ປະກອບຄວາມຮູ້ກະກຽມໃຫ້ແກ່ອະນາຄົດຂອງຕົນເພະວ່າຕາມ ຊະນິຕາ ແລ້ວຫວຽດນາມ ມີຈຸດວັດນະທະທຳທີ່ຄ້າຍຄືກັນກັບບ້ານເກີດເມືອງນອນຂອງຕົນບໍ່ພຽງແຕ່ເທົ່ານັ້ນ ຍັງມີສາຍພົວພັນແບບພິເສດກັບ ລາວປະຊາຊົນສອງປະເທດໄດ້ມີວາມຜູກພັນກັນຢ່າງໝັ້ນແກ່ນໜຽວແໜ້ນມາແຕ່ດົນນານມີຄວາມເຂົ້າໃຈເຊິ່ງກັນແລະກັນ ແລະ ພ້ອມກັນຜ່ານຜ່າຄວາມທຸກຍາກລຳບາກດ້ວຍສະພາບແວດລ້ອມທີ່ກ່າວມາຂ້າງເທິງນີ້ ຈຶ່ເປັນເງື່ອນໄຂສະດວກໃຫ້ແກ່ນາງ ໃນເສັ້ນທາງແຫ່ງການຝຶກຝົນຫຼໍ່ຫຼອມ ແລະ ຮ່ຳຮຽນໃນງານມະຫາກຳກິລາຄັ້ງນີ້ຕົນເອງໄດ້ນັ່ງຢູ່ຂອສະໜາມພ້ອມກັບເພື່ອນໆຊາວ ຫວຽດນາມ ເພື່ອສົ່ງແຮງສົ່ງໃຈໃຫ້ທິມບານເຕະທີ່ແສນຮັກຂອງຕົນ ເຊິ່ງນາງໄດ້ຕິດຕາມສະໜັບສະໜູນມາແຕ່ດົນແລ້ວນັ້ນແມ່ນຄວາມພາກພູມໃຈ ແລະ ຄວາມຕື້ນຕັນໃຈຢ່າງສຸດຊຶ້ງ ເຊິ່ງນາງໄດ້ແບ່ງປັນ.

“ຄືຄວາມຮູ້ສຶກຕອນນັ້ນຂອງຂ້າພະເຈົ້າ ຄິດວ່າ ເອີ... ຄືຊີ້ບໍ່ມີໃຜມາເຊຍປະເທດລາວຫຼາຍປານນີ້ດອກ, ເພາະວ່ານີ້ບໍ່ແມ່ນບ້ານຂອງເຮົາ. ແຕ່ຄວາມຈິງເຮັດໃຫ້ນ້ອງແປກປະຫຼາດໃຈເລີຍ. ປະຊາຊົນນາມດິ້ງເຂົາເຈົ້າໄດ້ໃຫ້ການສະໜັບສະໜູນຢ່າງເຕັມທີ. ເວົ້າແລ້ວນ້ຳຕາຈະອອກ...ຂ້າພະເຈົ້າບໍ່ຄິດເລີຍໃດວ່າເຂົາໄດ້ກະກຽມມາຢ່າງລອບຄອບຖີ່ຖ້ວນ ບໍ່ວ່າຈະເປັນສຽງເຊຍ, ປາໂນ, ຄຳຄວັນ, ທຸງຊາດແມ່ນເຕັມສະໜາມກິລາ ທຽນເຈື່ອງ ເລີຍ, ແນມໄປທາງໃດກໍເຕັມແຕ່ທຸງລາວ. ຂ້າພະເຈົ້າກໍດີໃຈທີ່ເຂົາເຈົ້າໄດ້ສະໜັບສະໜູນເຮົາມາຂະໜາດນີ້. ນີ້ແມ່ນຄວາມຊົງຈຳທີ່ບໍ່ສາມາດລືມໄດ້ ແລະ ຂ້າພະເຈົ້າກໍບໍ່ຢາກເກັບຄວາມຊົງຈຳທີ່ດີໆແບບນີ້ໄວ້ຄົນດຽວ. ຂ້າພະເຈົ້າຊິເຜີຍແຜ່ໃຫ້ປະຊາຊົນໃນປະເທດລາວ, ໃຫ້ຄົນລຸ້ນຕໍ່ໆໄປໄດ້ຮູ້, ໄດ້ເບິ່ງ, ໄດ້ເຫັນຄວາມສຳພັນອັນດີງາມ ແລະ ການສະໜັບສະໜູນລະຫວ່າງ ລາວ - ຫວຽດນາມ”.

  ທຸງຊາດ ລາວ ຂະໜາດໃຫຍ່ທີ່ໄດ້ເລື່ອນອ້ອມຂອບສະໜາມຢູ່ເທິງອັດສະຈັນ (ພາບ: zingnews.vn)  

ເຖິງວ່າໄດ້ດຳລົງຊີວິດ ແລະ ຮ່ຳຮຽນຢູ່ໄກຈາກບ່ອນຈັດການແຂ່ງຂັນກໍຕາມ ແຕ່ດ້ວຍນ້ຳໃຈມັກຮັກກິລາ ແລະ ມີຄວາມຮັກຕໍ່ປະເທດຊາດກໍຄືຢາກເຊື່ອມຕົວສຳຜັດກັບຊຂາວ ຫວຽດນາມ ຫຼາຍກວ່າ ແລະ ນຳເອົາບັນຍາກາດຈຸດເວລາທີ່ມີຄວາມໝາຍ ແລະ ຄຸນຄ່ານັ້ນ ເຖິງຍາດຕິພີ່ນ້ອງເພື່ອນມິດຂອງຕົນຢູ່ທັງ ຫວຽດນາມ ແລະ ລາວນັກສຶກສາລາວ ມີຊື່ ຫວຽດວ່າ  ຮວ່າງຖ໊າຍເຊີນ ພວມຮຽນຢູ່ ມະຫາວິທະຍາໄລການແພດ ຖ໊າຍບິ່ງ  ໄດ້ຖ່າຍຄຼິບວິດີໂອ ເພື່ອບັນທຶກເອົາຮູບພາບ ແລະ ບັນຍາກາດທີ່ມີຊີວິດຊີວາເຕັມໄປດ້ວຍອາລົມຈິດໃນຕະຫຼອດໄລຍະແຂ່ງຂັນຂອງທິມບານເຕະ U23 ລາວ ຢູ່ສະໜາມກິລາ ທຽນເຈື່ອງ ແລ້ວເອົາລົງ ຊ່ອງ Youtube ຂອງຕົນຄຼິບວິດີໂອຂອງລາວ ໄດ້ດຶງດູດຜູ້ມາເຂົ້າເບິ່ງເກືອບ 15.000 ເທື່ອຄົນ ແລະ ມີຜູ້ຄອມເມັ້ນ, share ເປັນຈຳນວນຫຼາຍ.

“ໃນເມື່ອກ່ອນ, ຂ້າພະເຈົ້າມີໂອກາດໜ້ອຍນັດທີ່ຈະໄດ້ໄປສະໜາມກິລາເຊຍເຕະບານ ແລະ ບໍ່ເຄີຍມີໂອກາດໄດ້ສຳຜັດກັບບັນຍາກາດທີ່ຄຶກຄື້ນຄືກັບຢູ່ນີ້. ຢູ່ສະໜາມກິລາບານເຕະທີ່ບໍ່ໄດ້ຢູ່ໃນບ້ານເກີດຂອງຂ້າພະເຈົ້າ. ບັນຍາກາດສຸດຍອດຫຼາຍ. ແຟນບານ ຫວຽດນາມ ແຕ່ເດັກນ້ອຍເຖິງຜູ້ເຖົ້າຜູ້ແກ່ລ້ວນແຕ່ໄດ້ເຂົ້າຮ່ວມການຊົມເຊຍ ແລະ ພາຂ້ອຍຈາກອາລົມໜຶ່ງໄປສູ່ອີກອາລົມໜຶ່ງ. ມ່ວນອີຫຼີ. ສີໜ້າຂອງຄົນ ຫວຽດນາມ ກໍເຄັ່ງຕຶງ, ດີໃຈ, ໂສກເສົ້າໄປຕາມສະຖານະການຂອງທິມເຕະບານຂອງລາວ. ຄວາມຮັກແພງຂອງເຂົາເຈົ້າທີ່ມີຕໍ່ປະເທດລາວ ແມ່ນສຳຜັດໄດ້ເຖິງຄວາມຈິງໃຈແທ້ໆ”.

ສຳລັບຄົນລຸ້ນກ່ອນ, ເມື່ອໄດ້ເຫັນປະຈັກຕາຈຸດເວລາ ທີ່ທິມບານເຕະ U23  ລາວ ສະແດງຄວາມດີໃຈ, ມີຄວາມເບີກບານມ່ວນຊື່ນຟົດຟື້ນ ພ້ອມກັບສຽງຮ້ອງໂຮ່ ຫວຽດນາມ - ລາວ, ລາວ ສູ້ໆ, ເຂົາເຈົ້າຍິ່ງມີຄວາມອຸ່ນອ່ຽນໃຈ ແລະ ມີຄວາມພາກພູມໃຈຫຼາຍຂຶ້ນຕື່ມ. ລຸງ ຫງວຽນວັນຫຍາ - ທະຫານອາສາສະໝັກຫວຽດນາມ ທີ່ເຂົ້າຮ່ວມການສູ້ຮົບຢູ່ລາວ ແຕ່ຊຸມປີ 1972 – 1976 ແບ່ງປັນວ່າ: ຂ້າພະເຈົ້າຮູ້ສຶກມີຄວາມສຸກທີ່ສຸດ ເມື່ອເຫັນົນລຸ້ນໜຸ່ມໃນປັດຈຸບັນ ຮູ້ຈັກເສີມຂະຫຍາຍນ້ຳໃຈສາມັກຄີມິດຕະພາບ ລະຫວ່າງ ຫວຽດນາມ - ລາວຂ້າພະເຈົ້າກໍມີຄວາມພາກພູມໃຈເປັນຢ່າງຍິ່ງ ເພາະວ່າສະຕິປັນຍາເຫື່ອແຮງຂອງຄົນລຸ້ນກ່ອນຄືພວກຂ້າພະເຈົ້າທີ່ປະກອບສ່ວນເຂົ້າໃນການສ້າງນ້ຳໃຈສາມັກຄີນັ້ນ ບໍ່ໄດ້ເສຍໄປລ້າໆເຊິ່ງຍັງມີປະໂຫຍດໃນປັດຈຸບັນ ແລະ ໄລຍະຕໍ່ໆໄປ ກັບທັງສອງປະເທດ ຫວຽດນາມ ແລະ ລາວນ້ຳໃຈດັ່ງກ່າວນັ້ນ ອີກຄັ້ງໜຶ່ງໄດ້ສະແດງອອກໃຫ້ເຫັນຢ່າງຈະແຈ້ງໃນບັນຍາກາດຂອງສະໜາມກິລານີ້ຂ້າພະເຈົ້າຊາບຊື້ງາບປື້ມໃຈທີ່ສຸດ!”

ຄວາມຮູ້ສຶກຂອງຂ້າພະເຈົ້າໃນຕອນນັ້ນທັງມ່ວນທັງຊື່ນທັງດີໃຈທັງຕື້ນຕັນໃຈທີ່ສຸດ ຈົນອົດກັ້ນໄວ້ບໍ່ໄດ້ນ້ຳໃຈຄວາມຮັກແພງປະຊາຊົນ ລາວ ນັບທັງໃນໄລຍະຕໍ່ສູ້ກູ້ຊາດໃນໄລຍະສ້າງສັນຕິພາບ ກໍຄື ໃນຂະແໜງກິລາ ມາຮອດປັດຈຸບັນນີ້ກໍບໍ່ມີວັນປ່ຽນແປງຍັງແມ່ນນ້ຳໃຈພິເສດ ແລະ ມັນໄດ້ຊຶມເລິກເຂົ້າໃນເສັ້ນເລືອດແລ້ວສະນັ້ນໃນເວລາທີ່ທິມ U23 ລາວ ແຂ່ງຂັນຍາມໃດ ຂ້າພະເຈົ້າກໍໄປເຊຍໂລດຂ້າພະເຈົ້າດີໃຈພາກພູມໃຈທີ່ສຸດເພາະວ່າ ນີ້ແມ່ນສິ່ງທີ່ຂ້າພະເຈົ້າຄອງຄອຍອົດກັ້ນມາດົນ ແລະ ື້ນີ້ໄດ້ປົດປ່ອຍອອກມາ, ຂ້າພະເຈົ້າເຫັນວ່າ ການປະກອບສ່ວນການອຸທິດຂອງທັງຄົນລຸ້ນກ່ອນ ກໍໄດ້ຄົນລຸ້ນຫຼັງພາກັນເສີມຂະຫຍາຍ ແລະ ນັບມື້ນັບເຮັດໃຫ້ເກີດດອກອອກຜົນຈົບງາມຂຶ້ນກວ່າເກົ່າ”.

ໂດຍເປັນຜູ້ສືບທອດ, ຄົນລຸ້ນໜຸ່ມຂອງທັງສອງປະເທດ ຫວຽດນາມ ແລະ ລາວ ໃນວັນນີ້ ກໍໄດ້ພະຍາຍາມບຸກບືນຮ່ຳຮຽນ, ອຸທິດສ່ວນ ແລະ ສືບທອດມູນເຊື້ອຂອງການເສຍສະຫຼະອັນສູງສົ່ງ ແລະ ບັນດາຜົນງານເຊິ່ງລຸ້ນພໍ່ລຸ້ນອ້າຍໄດ້ປະໄວ້ໃຫ້. ມີນັກສຶກສາ ລາວ ນັບຮ້ອຍຄົນທີ່ພວມຮ່ຳຮຽນຢູ່ບັນດາແຂວງພາກເໜືອ ຂອງ ຫວຽດນາມ ໄດ້ເຕົ້າໂຮມກັນ ມີໜ້າຢູ່ ສະໜາມກິລາ ທຽນເຈື່ອງ ໃນຕອນແລງມື້ໜຶ່ງຂອງເດືອນພຶດສະພາປະຫວັດສາດ, ເຂົາເຈົ້າໄດ້ເຫັນກັບຕານ້ຳໃຈເຊິ່ງປະຊາຊົນສອງປະເທດໄດ້ມີຕໍ່ກັນ ດ້ວຍຄວາມຕື້ນຕັນໃຈ ແລະ ສະເທືອນໃຈທີ່ສຸດ. ນີ້ກໍແມ່ນກຳລັງໜູນເພື່ອໃຫ້ນັກສຶກສາ ລາວ ທຸກຄົນ ພະຍາຍາມຮ່ຳຮຽນ, ສູ້ຊົນຝຶກຝົນຫຼໍ່ຫຼອມຕົນເອງ ເພື່ອໃຫ້ບັນລຸໄດ້ຜົນງານຫຼາຍຢ່າງ ແລະ ປະກອບສ່ວນເຂົ້າໃນການເພີ່ມພູນຄູນສ້າງໃຫ້ແກ່ນ້ຳໃຈໄມຕີຈິດມິດຕະພາບແບບພິເສດນີ້. ຈາກ ນະຄອນຫຼວງ ວຽງຈັນ, ເພື່ອນ ທິບພະວົງ - ພະນັກງານກະຊວງປ້ອງກັນປະເທດ ລາວ ແບ່ງປັນວ່າ:

“ເມື່ອຂ້າພະເຈົ້າໄດ້ຮູບພາບປະຊາຊົນ ຫວຽດນາມ ເຂົ້າຮ່ວມເຊຍໃຫ້ນັກກິລາ ລາວຢູ່ສະໜາມກິລາ ນາມດິ້ງ, ກ່ອນອື່ນໝົດ, ຂ້າພະເຈົ້າຮູ້ສຶກຕື້ນຕັນໃຈເປັນຢ່າງຍິງ ເພາະວ່າຂ້າພະເຈົ້າເອງກໍພໍເຂົ້າໃຈເຖິງສາຍພົວພັນລະຫວ່າງສອງຊາດ ລາວ - ຫວຽດນາມ. ຮູບພາບປະຊາຊົນ ຫວຽດນາມ, ຮູບພາບຂອງລຸງໂຮ່, ຮູບພາບທຸງຊາດ ລາວ - ຫວຽດນາມ ປິວສະບັດຢູ່ສະໜາມກິລາ ນາມດິ້ງ ແລະ ຂະບວນແຫ່ຂອງກອງເຊຍທັງສອງຊາດ ປຽບເໝືອນດອກໄມ້ທີ່ພວມເບັ່ງບານ ກໍຄືດັ່ງກັບ ພວກເຮົາລູກຫຼານ ລາວ - ຫວຽດນາມ ໃນຍຸກໃໝ່ພວມເພີ່ມພູນຄູນສ້າງສາຍພົວພັນສາມັກຄີແບບພິເສດລະຫວ່າງສອງຊາດ ລາວ - ຫວຽດນາມ. ຮູບພາບເຫຼົ່ານີ້ ໄດ້ສະແດງໃຫ້ເຫັນມູນເຊື້ອອັນດີງາມຂອງສອງປະເທດໃນຮອບດ້ານ ແລະ ມັນເປັນປະກົດການອັນໜ້າປະທັບໃຈທີ່ເຮັດໃຫ້ຊາວໂລກໄດ້ຮັບຮູ້ເຖິງຄວາມສາມັກຄີແບບພິເສດລະຫວ່າງສອງຊາດລາວຫວຽດນາມເປັນຄືດັ່ງກັບອ້າຍນ້ອງທີ່ຮ່ວມເຊຍໃນທີມດຽວກັນ.”

ໂດຍເປັນຜູ້ໜຶ່ງທີ່ເຮັດວຽກໃນຂະແໜງການສື່ສານ ແລະ ກໍເປັນຜູ້ໜຶ່ງທີ່ໄດ້ເຂົ້າຮ່ວມເຫດການເຄື່ອນໄຫວກິລາຕ່າງໆ, ທ່ານ ໂອ້ລຳ ຈັນທະວິໄລ - ນັກຂ່າວສະຖານີວິທະຍຸກະຈາຍສຽງແຫ່ງຊາດ ລາວ, ເຊິ່ງປັດຈຸບັນພວມປະຕິບັດໜ້າທີ່ຢູ່ສະຖານທູດ ລາວ ປະຈຳ ຮ່າໂນ້ຍ ກໍຕົກສະເງີ້ກັບບັນຍາກາດ ທີ່ປຽບເໝືອນ “ໄຟກຳລັງລຸກໄໝ້ໃນໝໍ້ຂາງ” ຢູ່ສະໜາມກິລາ ທຽນເຈື່ອງ.

“ຂ້າພະເຈົ້າຂໍສະແດງຄວາມຊົມເຊີຍຕໍ່ກອງເຊຍ ຫວຽດນາມ ທີ່ໄດ້ໃຫ້ກຳລັງໃຈຢ່າງເປັນຂະບວນຟົດຟື້ນ ມີທັງຜູ້ເຖົ້າ, ຜູ້ແກ່, ເດັກນ້ອຍ ໄດ້ສົ່ງສຽງຮ້ອງໂຮ່ ລາວສູ້ໆ ແລະ ພູມໃຈຫຼາຍທີ່ເຫັນທຸງຊາດ ລາວ ປິວສະບັດເຕັມເດີນ, ຊ່ວຍໃຫ້ທິມທາດລາວຂອງ ເຮົາມີກຳລັງໃຈ. ຂ້າພະະເຈົ້າກໍເປັນພະນັກງານສື່ມວນຊົນຜູ້ໜຶ່ງກໍໄດ້ເຫັນມີຮູບພາບດັ່ງກ່າວໄດ້ລົງໃນສື່ສັງຄົມອອນລາຍຕ່າງໆ ແລະ ຂໍສະແດງຄວາມຂອບໃຈມາຍັງກອງເຊຍ ຫວຽດນາມ ທີ່ໄດ້ໃຫ້ກຳລັງໃຈປະເທດລາວເຮົາມາຕະຫຼອດ. ນີ້ເປັນການປະກອບສ່ວນເຂົ້າໃນວຽກງານການຮ່ວມມື ຫຼືວ່າ ສົ່ງເສີມສາຍພົວພັນມິດຕະພາບທີ່ມີມາແຕ່ດົນນານ ແລະ ໄດ້ສືບທອດມາທຸກມື້ນີ້ ແລະ ສືບຕໍ່ໄດ້ເພີ່ມພູນຄູນສ້າງໃຫ້ສາຍພົວພັນນັ້ນຈະເລີນງອກງາມຂຶ້ນເລື້ອຍໆ.

  ປະຊາຊົນ ຫວຽດນາມ ດີໃຈ ເມື່ອນັກກິລາ ລາວ ເຕະເຂົ້າໂກນສິງກະໂປ (ພາບ: chinhphu.vn)  

ບໍ່ພຽງແຕ່ນ້ຳໃຈຂອງຜູ້ຊົມຜູ້ເຊຍ ຫວຽດນາມ ທີ່ມີໜ້າຢູ່ຂອບສະໜາມທີ່ສະຫງວນໃຫ້ແກ່ນັກກິລາ ລາວ ເທົ່ານັ້ນເຊິ່ງປະຊາຊົນ ຫວຽດນາມ ຢູ່ພາຍໃນປະເທດ ແລະ ຕ່າງປະເທດ ກໍໄດ້ສົ່ງຄຳອວຍພອນ ແລະ ແຮງເຊຍຈາກທາງໄກບັນດາຮູບພາບບັນຍາກາດທີ່ຈົບງາມຢູ່ສະໜາມກິລາ ທຽນເຈື່ອງ ໄດ້ເຮັດໃຫ້ປະຊາຊົນສອງປະເທດຕື້ນຕັນໃຈ ແລະ ໄດ້ແບ່ງປັນໃນສື່ສັງຄົມອອນລາຍຕ່າງໆ ພ້ອມກັບຄຳຍ້ອງຍໍຊົມເຊີຍຄຳເວົ້າທີ່ສະແດງໃຫ້ເຫັນອາລົມຈິດຄວາມຮັກແພງ ດ້ວຍຄອມເມັ້ນນັບຫຼາຍໝື່ນຄຳ.

-       ບັນຊີຂອງເພື່ອນ Thitau ໄດ້ຄອມເມັ້ນມາທາງເວັບໄຊ vietnamexpress ວ່າຂ້າພະເຈົ້າເຊຍຈົນຮອດວິນາທີສຸດທ້າຍນ້ຳຕາຈົນໄຫຼເສຍດາຍ ແລະ ອຸກໃຈຍ້ອນກຳມະການເອງເປັນຜູ້ ຍາດເອົາໄຊຊະນະຂອງລາວໄປ”.

-       ເພື່ອນ Philip le ຂຽນມາວ່າໃນປາງສົງຄາມທີ່ລຳບາກກາກຳລາວ ໄດ້ໃຫ້ການຊ່ວຍເຫຼືອ ແລະ ຄຽງບ່າຄຽງໄຫຼ່ກັບ ຫວຽດນາມພ້ອມກັນຕໍ່ສູ້ຕີສັດຕູຜູຮຸກຮານເຂົາເຈົ້າກໍໄດເສຍສະຫຼະ ແລະ ເສຍຫາຍຫຼາຍຢ່າງດຽວນີ້ ມີສັນຕິພາບແລ້ວຈົ່ງພ້ອມກັນສ້າງສາ ແລະ ຖະໜຸຖະໜອມນ້ຳໃຈທີ່ສັກສິດນີ້ໄວ້ຖືເປັນອ້າຍນ້ອງໃນຄອບຄົວດຽວກັນຮ່ວແຮງຮ່ວໃຈຊ່ວຍເຫຼືອກັນໄປຈົນຊົ່ວກາລະນານຮັກປະເທດລາວເດ.”

-       ເພື່ອນ ເຈື່ອງວັນມັງ ແບ່ງປັນວ່າໃນໃຈຂ້າພະເຈົ້າ ບໍ່ເຄີຍຖື າວ ເປັນຄົນຕ່າງຖິ່ນເຖິງວ່າຂ້າພະເຈົ້າເວົ້າພາສາລາວ ບໍ່ເປັນກໍຕາມ ແຕ່ ຫວຽດນາມ ແລະ ລາວ ກໍ່ແມ່ນອ້າຍນ້ອງກັນໄປຕະຫຼອດການ”.

-       ຄົນລາວຮັກແພງຄົນ ຫວຽດນາມ ເຮົາຢ່າງແທ້ຈິງສະໄໝທີ່ຂ້າພະເຈົ້າເຮັດວຽກຢູ່ ເຊີນລາ ກໍໄດ້ໄປຢາມປະເທດລາວເປັນປະຈຳນ້ຳໃຈ ຫວຽດນາມ - ລາວ ອ້າຍນ້ອງແມ່ນເລິກເຊິ່ງທີ່ສຸດ”.

-       ເພື່ອນ Bryan Taylor ເວົ້າວ່າຫວຽດລາວ ເປັນອ້າຍນ້ອງຄີງຂອງກັນແທ້ລາວ ບໍ່ຕ້ອງເປັນຫ່ວງເດີຄັນ ຫວຽດນາມ ຮັ່ງມີ ກໍຈະຊ່ວຍປະເທດລາວຮັ່ງມີໄປນຳຮັກປະເທດລາວທີ່ສຸດ".

-        “ຂ້າພະເຈົ້າເປັນຄົນ ຫວຽດແຕ່ວ່າ ທຸກເທື່ອທີ່ທິມ ລາວ ເຕະ ໍ່ວ່າຈະເຕະກັບທິມໃດຂ້າພະເຈົ້າລ້ວນແຕ່ຕິດຕາມ ແລະ ຫວັງວ່າ ລາວ ຈະຊະນະເມື່ອນັກກິລາຂອງ ລາວ ລົ້ມໄດ້ຮັບບາດເຈັບຂ້າເຈົ້າກໍຮູ້ສຶກເຈັບໃຈ ຄືກັບວ່າເປັນນັກກິລາຂອງ ຫວຽດນາມ”.

-       ລຸງ ໂຮ່ ເປັນຜູ້ກໍ່ຕັ້ງພື້ນຖານ ແປວໄຟແຫ່ງຮັກແພງລະຫວ່າງສອງຊາດ ຫວຽດນາມ ແລະ ລາວປັດບັນແປວໄຟນັ້ນຍັງລຸກຮຸ່ງຢູ່ໃນດວງໃຈຂອງປະຊາຊົນ ຫວຽດນາມຂ້າພະເຈົ້າຮັກ ເພື່ອນລາວເດີ.”

-      ເພື່ອນ ແທັ່ງຈູ ແບ່ງປັນວ່າ: ເຖິງວ່າຜົນອອກມາຈະເປັນຄືແນວໃດກໍຕາມແຕ່ພວກເພື່ອນໄດ້ພະຍາຍາມຢ່າງເຕັມທີ່ແລ້ວຍາມໃດ ທິມ U23 ລາວ ກໍເປັນຜູ້ຊະນະໃນດວງໃຈແຟນບານ ຫວຽດນາມ ຕະຫຼອດໄປ”. 

-       ເພື່ອນຄົນລາວຜູ້ໜຶ່ງໄດ້ຂຽນ ວ່າ “ຂ້າພະເຈົ້າຮັກປະເທດ ຫວຽດນາມ”  ເປັນພາສາ ຫວຽດ.

-     ສະຫະພັນບານເຕະ ລາວ ໄດ້ເອົາຮູບພາບ ແລະ ຂຽນຄຳຂອບໃຈມາຍັງແຟນບານ ຫວຽດນາມ ລົງໃນ Page ອງຕົນວ່າ: “ຂອບໃຈແຟນບານ ຫວຽດນາມ ທີ່ໄດ້ມາຊົມມາເຊຍເພີ່ມແຮງໃຈໃຫ້ແກ່ພວກຂ້າພະເຈົ້າຢ່າງສຸອົກສຸດໃຈ”.

ເຖິງວ່າຜົນອອກມາບໍ່ຄືດັ່ງຄວາມມຸ່ງຫວັງຂອງຜູ້ຊົມຜູ້ເຊຍສອງປະເທດກໍຕາມແຕ່ນ້ຳໃຈຄວາມຮັກແພງຂອງປະຊາຊົນ ຫວຽດນາມ ໄດ້ຝັງເລິກໃນດວງໃຈນັກກິລາ ແລະ ປະຊາຊົນ ລາວ ໝົດທຸກຄົນນັກກິລາ ລາວ ຜູ້ໜຶ່ງໄດ້ແບ່ງປັນດ້ວຍພາສາ ຫວຽດນາມ ວ່າ: “ກິລາຕ້ອງມີຜູ້ໄດ້ຜູ້ເສຍຜົນການແຂ່ງຂັນບໍ່ແມ່ນສິ່ງທີ່ສຳຄັນທີ່ສຸດແຕ່ໄດ້ແຂ່ງຂັນໃນບັນຍາກາດທີ່ມີຄວາມໝາຍເຕັໄປດ້ວຍຊີວິດຊີວາຟົດຟື້ນມ່ວນື່ນ ນັ້ນກໍແມ່ນຄວາມສຸກ ແລະ ແມ່ນກຳລັງໃຈສຳລັບນັກກິລາພວກຂ້າເຈົ້າແລ້ວການເສຍໄຊໃນື້ນີ້ ກໍເປັນກຳລັງແຮງພັກດັນ ໃຫ້ແກ່ການຝຶກຊ້ອ ເພື່ອແຂ່ງຂັນໃຫ້ດີກວ່າໃນຄັ້ງຕໍ່ໄປ”.

ທຸງຊາດ ລາວ ຂະໜາດໃຫຍ່ທີ່ໄດ້ເລື່ອນໄປອ້ອມຂອບສະໜາມຢູ່ເທິງອັດສະຈັນ ຈາກມືຜູ້ນີ້ຕໍ່ໃສ່ມືຜູ້ນັ້ນຮູບພາບປະຊາຊົນສອງປະເທດຈັບມືກັນຢ່າງແໜ້ນແຟ້ນ ແລ້ວຖ່າຍຮູບ Seifi ກັບນັກກິລາລາວກັບຄູຝຶກທິມຊາດລາວນັ້ນ ແມ່ນຄວາມອົບອຸ່ນຢ່າງແທ້ຈິງນອກຈາກນັ້ນການແລກປ່ຽນເສື້ອໃຫ້ກັນ ທີ່ມີຮູບທຸງຊາດສອງປະເທດ ພາຍຫຼັງການແຂ່ງຂັນສິ້ນສຸດລົງນັ້ນ ກໍເປັນພາບທີ່ສວຍງາມ ແລະ ເຕັມໄປດ້ວຍຄວາມຮັກແພງ

ນ້ຳໃຈຄວາມຮັກແພງເຊິ່ງປະຊາຊົນ ຫວຽດນາມ ສະຫງວນໃຫ້ແກ່ທິມບານເຕະ U23 ລາວ ໄດ້ເຮັດໃຫ້ຫຼາຍຄົນຊາບຊຶ້ງຈົນນ້ຳຕາໄຫຼບາງເທື່ອເຂົາເຈົ້າອາດຈະບໍ່ກິນບໍ່ນອນ ຍ້ອນວ່າເຂົາເຈົ້າອີ່ມເຕັມຄວາມສຸກ ເມື່ອໄດ້ເຊື່ອມຕົວເຂົ້າກັບບັນຍາກາດທີ່ພິເສດນີ້ໄດ້ເຊື່ອມເຂົ້າກັບຈັ່ງຫວະຫາຍໃຈຂອງປະຊາຊົນສອງປະເທດ ຫວຽດນາມ - ລາວໄດ້ພົບໝູ່ໃໝ່ໄດ້ພົບປະແລກປ່ຽນ ແລະ ມີຄວາມເຂົ້າໃຈຕື່ມອີກກ່ຽວກັບສາຍພົວພັນລະຫວ່າງສອງປະເທດ ຫວຽດນາມ - ລາວ.

ພາກທີ II. ພະລັງແຫ່ງຄວາມສາມັກຄີເປັນບໍ່ເກີດແຫ່ງຄວາມສຳເລັດ

  ທິມບານເຕະ U23 ຫວຽດນາມ ຄອງແຊມ ໃນຊີເກມ 31 (ພາບ: VFF)  

 ຜົນສຳເລັດທີ່ໂດດເດັ່ນຂອງທິມບານເຕະ U23 ຫວຽດນາມ ໃນຮອບຊີງຊະນະເລີດ ງານມະຫາກຳກິລາ ຊີເກມ 31 ກໍຄືຜົນງານທີ່ໜ້າປະທັບໃຈຂອງທັງຄະນະນັກກິລາ ຫວຽດນາມ ໄດ້ຮັບຄຳຍ້ອງຍໍຊົມເຊີຍຈາກເພື່ອນມິດ ທັງຢູ່ພາຍໃນພາກພື້ນ ແລະ ເປັນທີ່ຮັບຮູ້ໃນໂລກ. ພາຍຫຼັງທີ່ ຫວຽດນາມ ຄວ້າໄດ້ຫຼຽນຄຳໃນການແຂ່ງຂັນກິລາແຕ່ລະປະເພດ, ບັນດາເພື່ອນ ລາວ ລ້ວນແຕ່ສະແດງຄວາມຍິນດີ ແລະ ສົ່ງຄຳອວຍພອນມາໃຫ້ ຫວຽດນາມ, ພິເສດແມ່ນພາຍຫຼັງທີ່ທິມບານເຕະ ຫວຽດນາມ ທັງຍິງ ແລະ ຊາຍ ໄດ້ແຊມ ອາຊີຕາເວັນອອກສ່ຽງໃຕ້, ບໍ່ຈັກວ່າເທົ່າໃດຄຳອວຍພອນ, ກຳລັງໃຈ ແລະ ນ້ຳໃຈທີ່ອົບອຸ່ນຂອງເພື່ອນລາວ ໄດ້ສົ່ງມາໃຫ້ທິມບານເຕະ ຫວຽດນາມ ແລະ ຈຳນວນນັ້ນຍັງສືບຕໍ່ເພີ່ມຂຶ້ນໃນແຕ່ລະວັນ ເຖິງວ່າ ຊີເກມ ໄດ້ສິ້ນສຸດລົງແລ້ວກໍຕາມ. ຈາກນະຄອນຫຼວງ ວຽງຈັນ - ພະນັກງານກະຊວງປ້ອງກັນປະເທດກໍໄດ້ສົ່ງຂໍ້ຄວາມມາອວຍພອນຊົມເຊີຍ ຕໍ່ໄຊຊະນະເລີດຂອງທິມບານເຕະ U23 ຫວຽດນາມ ກັບບັນນາທິການລາຍການກະຈາຍສຽງພາກພາສາລາວ, ວິທະຍຸກະຈາຍສຽງ ຫວຽດນາມ.

ກ່ອນການແຂ່ງຂັ້ນໃນນັດຊິງຫຼຽນຄຳໃນຄັ້ງນີ້ຂ້າພະເຈົ້າເອງຮູ້ສຶກຕື່ນເຕັ້ນຫຼາຍ. ໃນການດຳເນີນການແຂ່ງຂັນ ຫົວໃຈເກືອບບໍ່ຢູ່ກັບເນື້ອກັບຕົວ ເພາະເປັນເກມແຂ່ງຂັ້ນທີ່ ມ່ວນ, ສົມສັກສີ ແລະ ດຸເດືອດຊູ່ສີທີ່ສຸດ. ການໄດ້ແຊມຂອງນັກເຕະຫວຽດນາມໃນຄັ້ງນີ້ຖືເປັນອີກໜຶ່ງໃນໜ້າປະຫວັດສາດຂອງວົງການບານເຕະຫວຽດນາມ ເຊິ່ງມັນໄດ້ສະແດງເຖິງການພັດທະນາຢ່າງບໍ່ຢຸດຢັ້ງທາງດ້ານເທັກນິກການຫຼິ້ນ, ນັກເຕະ ແລະ ການຝຶກຊ້ອມຕ່າງໆ ຖືເປັນການມອບຂອງຂວັນ, ຄວາມສຸກອັນລ້ຳຄ່າໃຫ້ແກ່ກອງເຊຍຊາວຫວຽດນາມ.

ສຳລັບບັນດາເພື່ອນນັກສຶກສາ ລາວ ທີ່ພວມດຳຊີວິດ, ຮ່ຳຮຽນ ແລະ ເຮັດວຽກຢູ່ ຫວຽດນາມ, ແຕ່ລະເທື່ອທີ່ທິມບານເຕະ ຫວຽດນາມ ລົງເດີ່ນແຂ່ງຂັນ, ເຂົາເຈົ້າກໍຈັດແຈງວຽກງານເພື່ອໄປຊົມໄປເຊຍໃຫ້ກຳລັງໃຈເພື່ອນໆ ຫວຽດນາມ ທີ່ຮັກແພງ ແລະ ສະໜິດສະໜົມ. ສຳລັບເຂົາເຈົ້າແລ້ວ, ເຖິງວ່າບໍ່ໄດ້ໄປເຊຍຢູ່ຂອບສະໜາມໂດຍກົງ, ບໍ່ໄດ້ເຫັນບັນຍາກາດທີ່ຄຶກຄື້ນມ່ວນຊື່ນຢູ່ອັດສະຈັນກັບຕາໂຕເອງກໍຕາມ, ແຕ່ຜ່ານຮູບພາບໃນໜ້າຈໍໂທລະທັດ ກໍເຮັດໃຫ້ເຂົາເຈົ້າເຫັນໄດ້ການສະແດງອອກຂອງນ້ຳໃຈກິລາທີ່ສຸດຈິດສຸດໃຈເພື່ອກຽດສັກສີຂອງຊາດ, ເພື່ອຄວາມສາມັກຄີ ແລະ ໄມຕີຈິດມິດຕະພາບ ເຊິ່ງບັນດານັກກິລາ ຫວຽດນາມ ນຳມາໃຫ້.   ໄດມອນ ວິຣານົນ ປະລິນຍາເອກຄົນໃໝ່ຂອງປະເທດ ລ້ານຊ້າງທີ່ແສນຮັກ ເຊິ່ງພວມດຳລົງຊີວິດ ແລະ ເຮັດວຽກຢູ່ ຮ່າໂນ້ຍ ແບ່ງປັນວ່າ:

 “ຂ້າພະເຈົ້າມັກເບິ່ງເຕະບານທີ່ສຸດ ບໍ່ວ່າຈະເປັນທິມລາວ ຫຼືວ່າ ທິມ ຫວຽດນາມ ເຕະ, ຂ້າພະເຈົ້າກໍໄດ້ຕິດຕາມມາຕະຫຼອດ. ແຕ່ດົນມາແລ້ວ ນັບຕັ້ງແຕ່ທີ່ຂ້າພະເຈົ້າມາ ຫວຽດນາມ ໃໝ່ໆ, ຂ້າພະເຈົ້າກໍໄດ້ຕິດຕາມມາ ຖືວ່າ ຍາກທີ່ຈະພາດໂອກາດ, ແຕ່ສ່ວນຫຼາຍແລ້ວ ຂ້າພະເຈົ້າຈະມັກເບິ່ງກັບໝູ່ເພື່ອນແຕ່ບາງເທື່ອມີຜູ້ດຽວຂ້າພະເຈົ້າກໍຍັງເບິ່ງ. ການເບິ່ງເຕະບານ, ບາງເທື່ອມັນກໍມີອາລົມເຄັ່ງຕຶງກໍມີ, ຕື່ນເຕັ້ນກໍມີ, ບາງເທື່ອກໍຄຶດເສຍດາຍ, ບາງເທື່ອກໍດີໃຈ, ບາງເທື່ອມັນກໍມີຄວາມສຸກ ແຕ່ຄວາມສຸກນັ້ນ ມັນກໍ່ບໍ່ແຕກຕ່າງຫຍັງກັບທິມລາວເຕະ ແລະ ມັກເບິ່ງທິມ ຫວຽດນາມເຕະທີ່ສຸດ”.

ໂດຍເລີ່ມມາຈາກນ້ຳໃຈຂອງປະຊາຊົນ 2 ປະເທດທີ່ມີຕໍ່ກັນມາແຕ່ສະໄໝດຶກດຳບັນ, ເຖິງວ່າຢູ່ຂົງເຂດໃດກໍຕາມ, ສອງຝ່າຍກໍຮຽງບ່າຮຽງໄຫຼ່ພ້ອມກັນສູ້ຊົນຜ່ານຜ່າ, ພ້ອມກັນພັດທະນາເພື່ອອະນາຄົດທີ່ສົດໃສກວ່າ. ໃນງານມະຫາກຳກິລາຄັ້ງນີ້, ຮູບພາບປະຊາຊົນສອງປະເທດທີ່ຊ່ວຍຊົມຊ່ວຍເຊຍ, ສະໜັບສະໜູນ, ສົ່ງກຳລັງໃຈໃຫ້ແກ່ກັນໃນການແຂ່ງຂັນນັ້ນ,  ອີກຄັ້ງໜຶ່ງເປັນການຢັ້ງຢືນວ່າ ຈິດໃຈທີ່ຂຽວສົດງົດງາມນັ້ນ ໄດ້ເກີດມາຈາກໃຈດວງ.

“ໃນຮອບຊີງຊະນະເລີດ, ກອງເຊຍຂອງລາວ ແລະ ນັກສຶກສາລາວ  ກໍໄດ້ພະຍາຍາມໄປເຊຍ ຫວຽດນາມ ໃຫ້ໄດ້ ແຕ່ບ່ອນນັ່ງຢູ່ສະໜາມກິລາມີຈຳກັດ ສະນັ້ນ, ເຂົາເຈົ້າກໍໄດ້ຕິດຕາມທາງໂທລະສັບ ແລະ ໄດ້ເຊຍ ຫວຽດນາມສຸດຂີດ, ເຊຍ ຫວຽດນາມ ເຕັມຮ້ອຍ. ຫຼັງຈາກທີ່ ຫວຽດນາມ ຊະນະໃນຮອບຊີງຊະນະເລີດ, ຫຼາຍຄົນກໍຢືນຂຶ້ນແກວ່ງທຸງ, ບາງຄົນທຸງລົດມື ເພາະວ່າເຂົາດີໃຈ. ພວກເຮົາຖືວ່າ ຫວຽດນາມ ຊະນະ ກໍແມ່ນລາວ ຊະນະ. ເພາະວ່າເຮົາເປັນຄົນໃນຄອບຄົວດຽວກັນ. ອັນນີ້ກໍສະແດງໃຫ້ເຫັນວ່າ ພວກເຮົາເປັນຈິດໜຶ່ງໃຈດຽວກັນ ແລະ ໄດ້ສະແດງແບບອັດຕະໂນມັດ ໂດຍບໍ່ໄດ້ບອກກັນມາກ່ອນ.”

ຈາກປະເທດລາວ ທີ່ສວຍງາມ ແລະ ສັນຕິສຸກ, ບໍ່ຈັກວ່າມີເທົ່າໃດຄຳອວຍພອນ, ຂໍ້ຄວາມສະແດງຄວາມຍິນດີກັບທິມ U23 ຫວຽດນາມ ໄດ້ສົ່ງມາຍັງປະຊາຊົນ ຫວຽດນາມ, ນັກກິລາ ແລະ ຂະແໜງກິລາ ຫວຽດນາມ ເວົ້າລວມ ຜ່ານສື່ສັງຄົມອອນລາຍ. ໃນ Facebook ສ່ວນຕົວ, ທ່ານ Sourioudong Sundara ໄດ້ລົງຮູບພາບທຸງແດງດາວເຫຼືອງຂະໜາດໃຫຍ່ຢູ່ສະໜາມກິລາ ໝີດິ່ງ ພ້ອມດ້ວຍຄຳອວຍພອນ: ຂໍຮ່ວມສະແດງຄວາມດີໃຈ ແລະ ຊົມເຊີຍ “ບານເຕະຊາຍແຫ່ງ .ຫວຽດນາມ ສາມາດຄວ້າຫຼຽນຄຳໃນຊີເກມຄັ້ງທີ 31 ເອົາຊະນະທິມຊາດແຫ່ງ ລາຊະອານາຈັກ ໄທ ໄດ້ 1:0”. ບົດຂຽນດັ່ງກ່າວຂອງທ່ານໄດ້ດຶງດູດຜູ້ກົດ like, ກົດ share ກວ່າ 2.000 ເທື່ອຄົນ ແລະ ປະຊາຊົນ ລາວ ນັບຮ້ອຍຄົນກໍໄດ້ສົ່ງຄຳອວຍພອນ ຫວຽດນາມ ຜ່ານບົດຂຽນນີ້.

  ທ່ານ Sourioudong Sundara ໄດ້ລົງຮູບພາບທຸງແດງດາວເຫຼືອງຂະໜາດໃຫຍ່ຢູ່ສະໜາມກິລາ ໝີດິ່ງ ພ້ອມດ້ວຍຄຳອວຍພອນ ຫວຽດນາມ ໃນ Facebook ສ່ວນຕົວ (ພາບຖ່າຍໜ້າຈໍ່)  

 -       Facebook ຊື່ ອອັດ ແກ້ວຫາວົງ ໄດ້ຂຽນມາວ່າ: ຄົນລາວ 7 ລ້ານຄົນສົ່ງກຳລັງໃຈໄປເຊຍທິມຊາດ ຫວຽດນາມ ໂດຍສະເພາະເດ… ຈັ່ງແມ່ນສະໃຈຂະໜາດພີ່ນ້ອງເອີຍ…”

-       ບຸນຄຳ ໄຊເຍຍລໍວື ຄອມເມັ້ນມາວ່າທັງທິມຍິງ ແລະ ຊາຍ ຊະນະໄທດີໃຈນຳອ້າຍນ້ອງ ຫວຽດນາມ ເຈົ້າຂອງຫຼຽນ ຊີເກມ 31 ນີ້ດ້ວຍ.

-       ໄຊຊະນະ ຊະນະ: ສຸດຍອດທັງທິມຍິງ ແລະ ທິມຊາຍ ຊົມເຊີຍທິມຊາດ ຫວຽດນາມ”.

-       ທ້າວ ບົວລາ ໄຊຍາດີ: “ນີ້ຄືພະລັງແຫ່ງຄວາມສາມັກຄີ ແລະ ເປັນບໍ່ເກີດແຫ່ງຄວາມສຳເລັດຊົມເຊີຍ.”

-       ໄລພອນ ສຸຕິວົງ: ເຊຍ ຫວຽດນາມ ທັງຄອບຄົວເລີຍ. ດີໃຈນຳພວກເພິ່ນຫຼາຍໆ

-       ທອງໃບ : ພູມໃຈນຳທິມຊາດ ຫວຽດນາມ ຫຼາຍໆ

-       ໄຊ ຣູຕະນະຄຳເພັດ:  ຍິ່ງໃຫຍ່ອາລັງການຫຼາຍ ປານກັບວ່າ ໄດ້ແຊມໂລກເລີຍ… ສຸດຍອດເພື່ອນມິດພິເສດຮອບດ້ານ”.

ການແຂ່ງຂັນກິລາ ຢ່າງຍຸຕິທຳ, ການລະດົມກຳລັງໃຈແບບເປັນກາງ, ມີຄວາມສຸດຈິດສຸດໃຈ ແລະ ອາລົມຈິດຄວາມຮັກແພງຊື່ງປະຊາຊົນສອງປະເທດໄດ້ສະຫງວນໃຫ້ແກ່ກັນແບບສະໝັກໃຈໂດຍອັດຕະໂນມັດ, ທຸກສິ່ງທຸກຢ່າງລ້ວນແຕ່ເລີ່ມມາຈາກຄວາມສະຫນິດຕິດພັນຢ່າງແຫນ້ນແຟ້ນມາແຕ່ດົນນານລະຫວ່າງປະຊາຊົນສອງປະເທດ. ມູນເຊື້ອອັນດີງາມນັ້ນ ໄດ້ຢັ້ງຢືນອີກຄັ້ງຫນຶ່ງໃນ ງານມະຫາກຳກິລາ ອາຊີ ຕາເວັນອອກສ່ຽງໃຕ້ໃນຄັ້ງນີ້. ທ່ານ ພັນຄຳ ຄຳອ່ອນ - ທີ່ປຶກສາຝ່າຍສຶກສາ - ວັດທະນະທຳ, ສະຖານທູດ ລາວ ປະຈໍາ ຫວຽດນາມ ກ່າວວ່າ:

“ການສະແດງອອກ ບໍ່ແມ່ນແຕ່ວ່າເຮົາຈະໄປບັງຄັບກັນເດ, ການສະແດງອອກໂດຍສັນຊາດຕະຍານຖືວ່າມັນສະແດງຈາກມິດຕະພາບແທ້ໆ ແລະ ຍິ່ງໃຫຍ່. ອັນນີ້ມັນມີຄວາມສຳຄັນຫຼາຍໃນການສະໜັບສະໜູນ, ໃຫ້ກຳລັງໃຈເຊິ່ງກັນແລະກັນ ແລະ ເປັນສ່ວນທີ່ເຮັດໃຫ້ນ້ຳໃຈມິດຕະພາບທີ່ຍິ່ງໃຫຍ່, ຄວາມສຳພັນແບບພິເສດລະຫວ່າງສອງປະເທດ ນັບມື້ນັບເກີດດອກອອກຜົນ, ເປັນສິ່ງທີ່ພິສູດໃຫ້ປະຊາຊົນໃນໂລກເຫັນຢ່າງຈະແຈ້ງນ້ຳໃຈນ້ຳໜຶ່ງໃຈດຽວກັນ”.

ປີ 2022 - ປີສາມັກຄີມິດຕະພາບ ຫວຽດນາມ - ລາວ, ລາວ - ຫວຽດນາມ, ພັກ, ລັດຖະບານ ແລະ ປະຊາຊົນສອງປະເທດ ໄດ້ພ້ອມກັນບຸກບືນ, ພະຍາຍາມຜ່ານຜ່າໂລກລະບາດ, ນຳເອົາການສະເຫຼີມສະຫຼອງທີ່ແທດຈິງມາໃຫ້ສອງເຫດການສຳຄັນພິເສດ ແລະ ພ້ອມກັນຫວນຄືນໄລຍະທາງທີ່ຫຍຸ້ງຍາກລຳບາກໃນໄລຍະຜ່ານມາ, ກໍຄືຜົນງານທີ່ບັນລຸໄດ້ ເພື່ອພ້ອມກັນມຸ່ງໄປເຖິງອະນາຄົດອັນດີງາມໃຫ້ແກ່ປະຊາຊົນສອງປະເທດ, ຮຽງບ່າຮຽງໄຫຼ່ກ້າວໄປສູ່ໂລກທີ່ກວ້າງໄກກວ່າ. ການເຄື່ອນໄຫວກິລາ ດ້ວຍຈິດໃຈສາມັກຄີມິດຕະພາບຂອງສອງປະເທດໃນງານມະຫາກຳກິລາ ຊີເກມ ຄັ້ງນີ້ ກໍ່ເປັນຫນຶ່ງໃນບັນດາຂີດໝາຍສຳຄັນຂອງປີສາມັກຄີມິດຕະພາບລະຫວ່າງ ຫວຽດນາມ - ລາວ, ລາວ - ຫວຽດນາມ.

ພາກມ້ວນທ້າຍ 

ໃນຂະນະທີ່ປະຕິບັດລາຍການກະຈາຍສຽງນີ້ພວກຂ້າພະເຈົ້າ ມີຄວາມຮູ້ສຶກຕື້ນຕັນໃຈເຖິງວ່າຢາດນ້ຳຕາແຫ່ງຄວາມດີໃຈ ແລະ ປະທັບໃຈກ່ຽວກັບຄວາມຊົງຈຳອັນດີງາມນັ້ນ ໄດ້ໄຫຼອອກມາຈາກເບົ້າຕາຕົກໃສ່ແປ້ນພິມນ້ຳສຽງອາດຜິດ້ຽນໄປເລັກນ້ອຍ ແຕ່ພວກຂ້າພະເຈົ້າຮູ້ສຶກປິຕິຊົມຊື່ດີໃຈມີຄວາມຜາສຸກ ແລະ ມີຄວາມເອກອ້າງທະນົງໃຈ ເມື່ອໄດ້ເຫັນອາລົມຈິດແຫ່ງຄວາມຮັກແພງຄວາມສະນິດຕິດພັນຢ່າງແຫນ້ນແຟ້ນ ຊື່ງປະຊາຊົນສອງປະເທດໄດ້ສະຫງວນໃຫ້ກັນພ້ອມກັນຮຽງບ່າຮຽງໄຫຼ່ບຸກບືນຜ່ານຜ່າຄວາມຍຸ້ງຍາກໃນໄລຍະກ່ອນນີ້ ກໍ່ຄື ພ້ອມກັນເພີ່ມພູນຄູນສ້າງສ້າງສາປົກປັກຮັກສາປະເທດຊາດໃນປະຈຸບັນສິ່ງດັ່ງກ່າວນັ້ນໄດ້ພິສູດໃຫ້ປະຊາຊົນທົ່ວໂລກຮູ້ໄດ້ວ່າ ຄວາມສາມັກຄີມິດຕະພາບແບບພິເສດລະຫວ່າງສອງປະເທດແມ່ນຫາຍາກໃນໂລກ ແລະ ຍືນຍົງຄົງຕົວຕະຫລອດໄປບໍ່ມີສິ່ງໃດສາມາດເຮັດໃຫ້ສັ່ນ່ອນທຳລາຍຕັດແຍກອອກຈາກກັນໄດ້ມ້ວນທ້າຍລາຍການ ຫວຽດນາມ - ລາວ ໃນມື້ນີ້ເຊີນທ່ານຮັບັງຄຳຢັ້ງຢືນຂອງຊາວລາຜູ້ນຶ່ງ ຊື່ງແມ່ນພະນັກງາຂະແຫນງວັດທະນະທຳ ກິລາ ແລະ ການສຶກສາ ຂອງ  ລາວ ທີ່ເວົ້າກ່ຽວກັບຜົນສຳເລັດຂອງ ຊີເກມ ຄັ້ງນີ້ໄດ້ນຳມາໃຫ້ການພົວພັນລະຫວ່າງສອງປະເທດ ລາວ - ຫວຽດນາມ.

“ຜ່ານກິລາໃນຄັ້ງນີ້, ຂ້າພະເຈົ້າກໍໝັ້ນໃຈ ແລະ ຢັ້ງຢືນວ່າ ມູນເຊື້ອຄວາມສາມັກຄີທີ່ມີມາແຕ່ດົນນານມາແລ້ວ ບໍ່ສະເພາະແຕ່ມູນເຊື້ອໂຕນີ້ຈະໄດ້ຮັບການສົ່ງເສີມເທົ່ານັ້ນ, ເຮົາຈະປຸກຈິດສຳນຶກໃຫ້ແກ່ຄົນລຸ້ນຫຼັງໃຫ້ຮູ້ຄວາມສາມັກຄີທີ່ໄດ້ສະແດງອອກຢ່າງຈິງໃຈ ບໍ່ແມ່ນຢູ່ໃນເຈ້ຍເທົ່ານັ້ນ, ຫາກຕ້ອງສະແດງອອກຜ່ານສິລະປະ, ວັດທະນະທຳ, ກິລາ ເຮັດໃຫ້ເກີດດອກອອກຜົນ. ສະນັ້ນ, ພວກເຮົາໃນນາມຄົນລຸ້ນຫຼັງຈະສືບຕໍ່ເສີມສ້າງຄວາມສາມັກຄີນີ້ໃຫ້ນັບມື້ນັບແໜ້ນແຟ້ນ, ບໍ່ມີສັດຕູໂຕໃດສາມາດມາມ້າງເພໄດ້”.


top