ຂ່າວສານ

ກິລາບານເຕະ ຫວຽດນາມ ມຸ່ງໄປເຖິງ World Cup 2026

      ພາຍໃຕ້ການຊີ້ນໍາຝືກແອບຂອງ ຄູຝຶກ ຊາວ ສ.ເກົາຫຼີ Park Hang Seo, ກິລາບານເຕະ ຫວຽດນາມ ສາມາດບັນລຸໄດ້ບັນດາຜົນສຳເລັດໃນພາກພື້ນອາຊີຕາວັນອອກສ່ຽງໃຕ້, ອາຊີ ແລະ ເລີ່ມມຸ່ງໄປເຖິງ ເປົ້າໝາຍໄກກ່ວາ, ລະອຽດນັ້ນແມ່ນ World Cup 2026.
        ໃນປະຫວັດສາດຂອງກິລາບານເຕະ ຫວຽດນາມ ເລື່ອງທີມຊາດ ຫວຽດນາມ ທຸກລຸ້ນລ້ວນແຕ່ບັນລຸໄດ້ຜົນສຳເລັດທີ່ຍາກຈະເຊື່ອໄດ້ຄືໃນ ປີ 2018 ແມ່ນເລື່ອງທີ່ຍັງບໍ່ເຄີຍມີມາກ່ອນ. ຫວ່າງມໍ່ໆມານີ້, ສະຫະພັນບານເຕະ ຫວຽດນາມ ໄດ້ເຊີນທ່ານ Philipe Troussier, ຊາວ ຝລັ່ງເປັນຄູຝຶກບານເຕະທີມ U19 ຫວຽດນາມ. ທ່ານ Philipe Troussier ໄດ້ຕັ້ງຄວາມຫວັງວ່າຈະຊ່ວຍໃຫ້ U19  ຫວຽດນາມມີການແຂ່ງຂັນທີ່ດີໃນຮອບຄັດເລືອກ ອາຊີ, ພ້ອມທັງສະໜອງນັກເຕະບານທີ່ດີເດັ່ນໃຫ້ແກ່ທີມຊາດ ແລະ ທີມ U22 ຫວຽດນາມ.
 (ແຫຼ່ງຄັດຈາກ VOV)

top