ຂ່າວສານ

ກຳ​ລັງ​ໜູນ​ໃໝ່​ໃຫ້​ແກ່​ການ​ຮ່ວມ​ມື ຫວຽດ​ນາມ ສີ​ລັງ​ກາ

ທ່ານ Dhananath Fernando, ກໍ່​ຕີ​ລາ​ຄາ​ສູງ​ເລື່ອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ເນັ້ນ​ໜັ້ກ​ເຖິ​ລະ​ດັບ​ຄວາມ​ສຳ​ຄັນ​ຂອງ​ການ​ຜັນ​ຂະ​ຫຍາຍ​ບັນ​ດາ​ຂໍ້​ຕົກ​ລົງ​ທີ່​ບັນ​ລຸ​ໄດ້​ຢ່າງ​ມີ​ປະ​ສິດ​ທິ​ຜົນ.
  ທ່ານປະທານາທິບໍດີ ສີລັງກາ Anura Kumara Dissanayake ເປັນປະທານພິທີຕ້ອນຮັບທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ (ພາບ: TTXVN)  
ຕີ​ລາ​ຄາ​ກ່ຽວ​ກັບ​ໝາກ​ຜົນ​ຂອງ​ການ​ຢ້ຽມ​ຢາມ​ສີ​ລັງ​ກາ​ແຕ່​ວັນ​ທີ 7 – 8 ພຶດ​ສະ​ພາ ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ, ທ່ານ Dhananath Fernando, ຜູ້​ອຳ​ນວຍ​ການ​ຝ່າຍ​ບໍ​ລິ​ຫານ​ສະ​ຖາ​ບັນ Advocata ຂອງ ສີ​ລັງ​ກາ ຖື​ວ່າ ການ​ຢ້ຽມ​ຢາມ​ບໍ່​ພຽງ​ແຕ່​ສະ​ແດງ​ໃຫ້​ເຫັນ​ຄຳ​ໝັ້ນ​ສັນ​ຍາ​ຢ່າງ​ແຮງ ຂອງ ຫວຽດ​ນາມ ໃນ​ການ​ຊຸກ​ຍູ້​ການ​ພົວ​ພັນ​ສອງ​ຝ່າຍ ເທົ່າ​ນັ້ນ ຫາກ​ຍັງ​ເປີດ​ໂອ​ກາດ​ເພື່ອ​ໃຫ້​ສີ​ລັງ​ກາ ເພີ່ມ​ທະ​ວີ​ການ​ເຊື່ອມ​ຕໍ່​ກັບ​ ຫວຽດ​ນາມ ເວົ້າ​ສະ​ເພາະ ແລະ ພາກ​ພື້ນອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້​ເວົ້າ​ລວມ​ອີກ​ດ້ວຍ. ໜຶ່ງ​ໃນ​ບັນ​ດາ​ໝາກ​ຜົນ​ໄດ້​ຮັບ​ຄວາມ​ມຸ​່ງ​ຫວັງ​ທີ່​ສຸດ​ແມ່ນ​ການ​ຜັນ​ຂະ​ຫຍາຍ​ບັນ​ດາ​ເສັ້ນ​ທາງ​ການ​ບິນ​ລະ​ຫວ່າງ​ສອງ​ປະ​ເທດ​ໂດຍ​ໄວ, ສິ່ງ​ທີ່​ນັບ​ແຕ່​ດົນ​ນານ​ມາ​ແລ້ວ ປະ​ຊາ​ຄົມ​ວິ​ສາ​ຫະ​ກິດ ແລະ ຂະ​ແໜງ​ການ​ທ່ອງ​ທ່ຽວ​ຂອງ​ທັງ​ສອງ​ຝ່າຍ​ພວມ​ລໍ​ຄອຍ. ຕາມ​ທ່ານ​ແລ້ວ, ການ​ເຊື່ອມ​ຕໍ່​ທາງ​ການ​ບິນ ໂດຍ​ກົງ​ຈະ​ປະ​ກອບ​ສ່ວນ​ສຳ​ຄັນ​ເຂົ້າ​ໃນ​ການ​ຊຸກ​ຍູ້​ການ​ພົບ​ປະ​ແລກ​ປ່ຽນ​ປະ​ຊາ​ຊົນ, ການ​ຄ້າ ແລະ ການ​ທ່ອງ​ທ່ຽວ. ທ່ານ Dhananath Fernando, ກໍ່​ຕີ​ລາ​ຄາ​ສູງ​ເລື່ອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ເນັ້ນ​ໜັ້ກ​ເຖິ​ລະ​ດັບ​ຄວາມ​ສຳ​ຄັນ​ຂອງ​ການ​ຜັນ​ຂະ​ຫຍາຍ​ບັນ​ດາ​ຂໍ້​ຕົກ​ລົງ​ທີ່​ບັນ​ລຸ​ໄດ້​ຢ່າງ​ມີ​ປະ​ສິດ​ທິ​ຜົນ. ໃນ​ສະ​ພາບ​ການ ສີ​ສັງ​ກາ ຍັງ​ປະ​ເຊີນ​ໜ້າ​ກັບ​ຄວາມ​ຫຍຸ້ງ​ຍາກ​ດ້ານ​ເສດ​ຖະ​ກິດຫຼາຍ​ຝ່າຍ, ການ​ເປີດ​ກ້​ວາງ​ການ​ສຳ​ຜັດ​ກັບ​ຕະຫຼາດ ຫວຽດ​ນາມ ກໍ່​ຄື​ຕະຫຼາດ​ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ໄດ້​ຮັບ​ຖື​ວ່າ​ແມ່ນ​ສຳ​ຄັນ​ພິ​ເສດ​ສຳ​ລັບ​ປະ​ເທດ​ນີ້.

top