ຂ່າວສານ

ກຳ​ລັງ​ພິ​ເສດ​ໄດ້​ຮັບ​ການ​ຜັນ​ຂະ​ຫຍາຍ​ຢູ່​ຕໍ່​ໜ້າ​ຫໍ​ສະ​ພາ​ແຫ່ງ​ຊາດ Gruzia

ກະຊວງພາຍໃນ Gruzia ໄດ້ກ່າວເຕືອນວ່າ ຖ້າຜູ້ແຫ່ຂະບວນປະທ້ວງສືບຕໍ່ມີການກະທຳລະເມີດກົດໝາຍ, ກຳລັງເຈົ້າໜ້າທີ່ຈະນຳໃຊ້ບັນດາມາດຕະການທີ່ຈຳເປັນເພື່ອຟື້ນຟູຄວາມເປັນລະບຽບຮຽບຮ້ອຍ.
ການແຫ່ຂະບວນປະທ້ວງເກີດຂຶ້ນທົ່ວປະເທດ Gruzia (ພາບ: Reuters)
ວັນທີ 28 ພະຈິກ, ສະພາບການຢູ່ນະຄອນຫຼວງ Tbilisi (ປະເທດ Gruzia) ມີຄວາມເຄັ່ງຕຶງເມື່ອບັນດາກຳລັງພິເສດຂອງກະຊວງພາຍໃນປະເທດນີ້ໄດ້ຮັບການລະດົມໄປຍັງເຂດໃກ້ກັບຫໍສະພາແຫ່ງຊາດ ເຊິ່ງແມ່ນສະຖານທີ່ພວມດຳເນີນການແຫ່ຂະບວນປະທ້ວງໃຫຍ່. ສາຍເຫດຂອງການແຫ່ຂະບວນປະທ້ວງນີ້ແມ່ນຍ້ອນການຖະແຫຼງການໃນຫວ່າງມໍ່ໆມານີ້ຂອງທ່ານ Kobakhidze,ນາຍົກລັດຖະມົນຕີ Gruzia ກ່ຽວກັບເລື່ອງປະເທດນີ້ບ່າຍບ່ຽງການເຂົ້າເປັນສະມາຊິກຂອງສະຫະພາບ ເອີລົບ (EU). ການຕັດສິນນີ້ໄດ້ກໍ່ ການຄັດຄ້ານຢ່າງແຮງຂອງປະຊາຊົນຈຳນວນໜຶ່ງ. ບັນດາການແຫ່ຂະບວນປະທ້ວງ ບໍ່ພຽງແຕ່ເກີດຂຶ້ນຢູ່ນະຄອນຫຼວງ Tbilisi ເທົ່ານັ້ນ ຫາກຍັງແຜ່ລາມອອກສູ່ບັນດານະຄອນໃຫຍ່ອື່ນໆ: Batumi ແລະ Kutaisi ອີກດ້ວຍ. ໃນຂະນະນັ້ນ, ສະພາບການຢູ່ເຂດຕໍ່ໜ້າຫໍສະພາແຫ່ງຊາດ ກໍ່ພວມມີຄວາມເຄັ່ງຕຶງຂຶ້ນ ເມື່ອຜູ້ແຫ່ປະທ້ວງບາງຄົນຕັ້ງໃຈກໍຄວາມກົດດັ່ນຕໍ່ກຳລັງຕຳຫຼວດ. ນວັນທີ 28 ພະຈິກ, ກະຊວງພາຍໃນ Gruzia ໄດ້ກ່າວເຕືອນວ່າ ຖ້າຜູ້ແຫ່ຂະບວນປະທ້ວງສືບຕໍ່ມີການກະທຳລະເມີດກົດໝາຍ, ກຳລັງເຈົ້າໜ້າທີ່ຈະນຳໃຊ້ບັນດາມາດຕະການທີ່ຈຳເປັນເພື່ອຟື້ນຟູຄວາມເປັນລະບຽບຮຽບຮ້ອຍ.

top