ຂ່າວສານ

ກຳ​ປູ​ເຈຍ​ຈະ​ເລີ່ມ​ລົງ​ມື​ກໍ່​ສ້າງ​ເສັ້ນ​ທາງ​ຄວາມ​ໄວ​ສູງ​ເຊື່ອມ​ຕໍ່ ກັບ ຫວຽດ​ນາມ​ໃນ​ປີ 2023

ເສັ້ນທາງຄວາມໄວສູງນີ້ມີຄວາມໝາຍສຳຄັນທີ່ສຸດໃນການເຊື່ອມຕໍ່ລະຫວ່າງ: ຈີນ, ມຽນມາ, ໄທ, ກຳປູເຈຍ ແລະ ຫວຽດນາມ.

 

  ທ່ານລັດຖະມົນຕີກະຊວງຄົມມະນາຄົມ ແລະ ເຄຫາສະຖານ ກຳປູເຈຍ Sun Chanthol  

ທ່ານລັດຖະມົນຕີກະຊວງຄົມມະນາຄົມ ແລະ ເຄຫາສະຖານ ກຳປູເຈຍ Sun Chanthol ໃຫ້ຮູ້ວ່າ, ເສັ້ນທາງຄວາມໄວສູງເຊື່ອມຕໍ່ນະຄອນຫຼວງ Phnom Penh ກັບນະຄອນ Bavet, ແຂວງ Svay Rieng, ຕິດກັບດ່ານຊາຍແດນມົກບາຍ, ແຂວງ ໄຕນິງ (ຫວຽດນາມ) ຈະເລີ່ມລົງມືກໍ່ສ້າງໃນປີ 2023 ດ້ວຍການຄາດຄະເນມູນຄ່າກໍ່ສ້າງກ່ວາ 1,6 ຕື້ USD.

ວັນທີ 10 ພະຈິກ, ຢູ່ນະຄອນຫຼວງ ພະນົມເປັນ, ເນື່ອງໃນໂອກາດເປັນປະທານພິທີລົງນາມຂໍ້ຕົກລົງແມ່ກ່ຽວກັບການກໍ່ສ້າງເສັ້ນທາງຄວາມໄວສູງ Phnom Penh - Bavet  ລະຫວ່າງລັດຖະບານ ກຳປູເຈຍ ແລະ ບໍລິສັດຂົວທາງ ຈີນ (CRBC), ທ່ານລັດຖະມົນຕີກະຊວງຄົມມະນາຄົມ ແລະ ເຄຫາສະຖານກຳປູເຈຍ Sun Chanthol ໃຫ້ຮູ້ວ່າ: ເສັ້ນທາງທາງຄວາມໄວສູງນີ້ມີຄວາມຍາວ 138 ກີໂລແມັດ ແລະ ໃນນັ້ນມີການກໍ່ສ້າງຂົວແຫ່ງໜຶ່ງຜ່ານແມ່ນ້ຳຂອງ, ດ້ວຍຍອດມູນຄ່າ ປະມານ 1,6 ຕື້ USD. ຕາມການຄາດຄະເນແລ້ວ, ກຳປູເຈຍຈະດຳເນີນການລົງມືກໍ່ສ້າງເສັ້ນທາງນີ້ໃນປີ 2023 ແລະ ຈະສຳເລັດໃນທ້າຍປີ 2026 ຫຼືຕົ້ນປີ 2027. ເສັ້ນທາງຄວາມໄວສູງນີ້ມີຄວາມໝາຍສຳຄັນທີ່ສຸດໃນການເຊື່ອມຕໍ່ລະຫວ່າງ: ຈີນ, ມຽນມາ, ໄທ, ກຳປູເຈຍ ແລະ ຫວຽດນາມ.


top