ຂ່າວສານ

ກຳ​ປູ​ເຈຍ ສືບ​ຕໍ່​ຜັນ​ຂະ​ຫຍາຍ​ຜູ້​ສັງ​ເກດ​ການ ອາ​ຊຽນ ຕິດ​ຕາມ​ກວດ​ກາການ​ຢຸດ​ຍິງ​ກັບ ໄທ

ວັນທີ 15 ສິງຫາ, ກຸ່ມນັກສັງເກດການຊົ່ວຄາວ (IOT) ທີ 4 ຂອງ ອາຊຽນ ໄດ້ເດີນທາງໄປຍັງຊາຍແດນ ກຳປູເຈຍ - ໄທ ເພື່ອຕິດຕາມກວດກາຂໍ້ຕົກລົງຢຸດຍິງລະຫວ່າງສອງຝ່າຍ.
ຄະນະຜູ້ແທນ ໄທ ແລະ ກຳປູເຈຍ ເຂົ້າຮ່ວມການປະຊຸມຖະແຫຼງຂ່າວ ກອງເລຂາຄະນະກຳມະການຊາຍແດນລວມຢູ່ ກົວລາ ລຳເປີ, ມາເລເຊຍ ໃນວັນທີ 04 ສິງຫາ 2025 (ພາບປະກອບ: TTXVN)

ວັນທີ 15 ສິງຫາ, ກຸ່ມນັກສັງເກດການຊົ່ວຄາວ (IOT) ທີ 4 ຂອງ ອາຊຽນ ໄດ້ເດີນທາງໄປຍັງຊາຍແດນ ກຳປູເຈຍ - ໄທ ເພື່ອຕິດຕາມກວດກາຂໍ້ຕົກລົງຢຸດຍິງລະຫວ່າງສອງຝ່າຍ. ການກະທຳດັ່ງກ່າວ ໄດ້ດຳເນີນໃນສະພາບການກະຊວງປ້ອງກັນປະເທດ ກຳປູເຈຍ ຢັ້ງຢືນສະພາບການຊາຍແດນລວມສືບຕໍ່ໄດ້ຮັບການຮັກສາຄວາມສະຫງົບໃນຊຸມວັນມໍ່ໆມານີ້.

ກຸ່ມນັກສັງເກດການຊົ່ວຄາວ (IOT) ຄັ້ງນີ້ ລວມມີຜູ້ຕາງໜ້າດ້ານປ້ອງກັນປະເທດຂອງ 7 ປະເທດ ອາຊຽນ ປະຈຳ ກຳປູເຈຍ, ລວມມີ: ມາເລເຊຍ, ບຣູໄນ, ອິນໂດເນເຊຍ, ລາວ, ມຽນມາ, ຟີລິບປິນ ແລະ ຫວຽດນາມ ຈະລົງຢ້ຽມຢາມຕົວຈິງຢູ່ບັນດາແຂວງ Battambang, Banteay Meanchey ແລະ Preah Vihear, ຕີລາຄາສະພາບການຄວາມໝັ້ນຄົງລຽບຕາມຊາຍແດນ ກຳປູເຈຍ - ໄທ ຢູ່ບັນດາເຂດທີ່ຖືກຜົນກະທົບໂດຍກົງຈາກການປະທະກັນເມື່ອທ້າຍເດືອນ ກໍລະກົດ ຜ່ານມາ.


top