ຂ່າວສານ

ກຳ​ປູ​ເຈຍ ຕີ​ລາ​ຄາ​ສູງ ຕໍ່​ການ​ປະ​ກອບ​ສ່ວນ​ຂອງ ຫວຽດ​ນາມ ໃຫ້​ປ​ີ ອາ​ຊຽນ 2022

ທ່ານ Chay Navuth ເອກອັກຄະລັດຖະທູດແຫ່ງ ລາຊະອານາຈັກ ກຳປູເຈຍ ປະຈຳ ຫວຽດນາມ ໄດ້ຕີລາຄາສູງຕໍ່ສາຍພົວພັນລະຫວ່າງ ຫວຽດນາມ ແລະ ກຳປູເຈຍ ໃນສະພາບທີ່ສອງປະເທດພວມສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນທາງການທູດ ຄົບຮອບ 55 ປີ.

  ທ່ານເອກອັກຄະລັດຖະທູດ Chay Navuth (ພາບ: TTXVN)  

ໃນການໂອ້ລົມກັບສື່ມວນຊົນພາຍຫຼັງການຢ້ຽມຢາມ ກຳປູເຈຍ ຢ່າງເປັນທາງການຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ, ເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 40,41 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງແຕ່ວັນທີ 8 – 13 ພະຈິກ, ທ່ານເອກອັກຄະລັດຖະທູດ Chay Navuth ເນັ້ນໜັກວ່າ ກຳປູເຈຍ ໄດ້ຮັບການໜູນຊ່ວຍຢ່າງໃຫຍ່ຫຼວງຈາກ ຫວຽດນາມ, ພິເສດແມ່ນທາງດ້ານເຕັກໂນໂລຢີ ແລະ ຊັບພະຍາກອນມະນຸດ ເພື່ອປະຕິບັດສຳເລັດບົດບາດປະທານ ອາຊຽນ ປີ 2022 ໄດ້ເປັນຢ່າງດີ. ພາຍຫຼັງກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 40,41 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ, ກຳປູເຈຍ ຈະເປັນເຈົ້າພາບຈັດກອງປະຊຸມສະມັດຊາໃຫຍ່ ລັດຖະສະພາ ອາຊຽນ (AIPA) ຄັ້ງທີ 43 ແຕ່ວັນທີ 20 – 25 ພະຈິກ. ທ່ານ Chay Navuth ຢັ້ງຢືນວ່າ ຫວຽດນາມ ເປັນປະເທດສະມາຊິກທີ່ຕັ້ງໜ້າຂອງ AIPA ແລະ ສະແດງຄວາມເຊື່ອໝັ້ນວ່າ ຫວຽດນາມ ຈະປະກອບສ່ວນຫຼາຍກວ່າອີກໃຫ້ແກ່ AIPA ກໍຄືຕໍ່ກັບເລື່ອງ ກຳປູເຈຍ ຈັດຕັ້ງ AIPA 43.

top