ວັນທີ 16 ກໍລະກົດ, ຕຳຫຼວດ ກຳປູເຈຍ ໃຫ້ຮູ້ວ່າ ກຳລັງເຈົ້າໜ້າທີ່ປະເທດນີ້ໄດ້ຈັບຕົວ 1.000 ກວ່າຄົນ ໃນບັ້ນບຸກໂຈມຕີແບບກະທັນຫັນເລັ່ງໃນບັນດາສູນຂະບວນການສໍ້ໂກງອິນເຕີເນັດໃນທົ່ວປະເທດນີ້.
(ພາບປະກອບ: Cindy Liu/REUTERS)
ໃນບັ້ນເຄື່ອນໄຫວທີ່ແກ່ຍາວໃນ 3 ວັນ, ກຳລັງເຈົ້າໜ້າທີ່ໄດ້ດຳເນີນບັນດາການບຸກໂຈມຕີກະທັນຫັນຢູ່ຫຼາຍສະຖານທີ່, ລວມທັງນະຄອນຫຼວງ ພະນົມເປັນ, ນະຄອນຊາຍແດນ Poipet ຕິດກັບ ໄທ ແລະ ນະຄອນທ່າກ່ຳປັ່ນ Sihanoukville. ຕາມການລາຍງານຂອງຕຳຫຼວດແລ້ວ, ມີຜູ້ຖືກສົງໄສກວ່າ 1.000 ຄົນ ຖືກຈັບຕົວໃນບັ້ນນີ້.
ຜູ້ຖືກສົງໄສສ່ວນຫຼາຍແມ່ນພົນລະເມືອງຕ່າງປະເທດ, ໃນນັ້ນ, ມີຊາວ ອິນໂດເນເຊຍກວ່າ 270 ຄົນ ແລະ ຊາວ ໄຕ້ຫວັນ (ຈີນ) 75 ຄົນ. ມີຫຼາຍຄົນໃນຈຳນວນນັ້ນຖືກຂາຍ ຫຼື ຖືກຕົວະຍົ້ວຫຼອກລວງໃຫ້ມາເຮັດວຽກຢູ່ບັນດາສູນຂະບວນການສໍ້ໂກງທາງອິນເຕີເນັດຢູ່ ກຳປູເຈຍ.