ຂ່າວສານ

ກຳ​ປູ​ເຈຍ ຈະ​ຈັດກອງ​ປະ​ຊຸມ​​ສ​ະມັດ​ຊາ​ໃຫຍ່ ລັດ​ຖະ​ສະ​ພາ ອາ​ຊຽນ (AIPA) ຄັ້ງ​ທີ 43

ກອງປະຊຸມສະມັດຊາໃຫຍ່ ລັດຖະສະພາ ອາຊຽນ (AIPA) ຄັ້ງທີ 43 ຈະດຳເນີນແຕ່ວັນທີ 20 – 25 ພະຈິກ ຢູ່ນະຄອນຫຼວງ ພະນົມເປັນ, ລາຊະອານາຈັກກຳປູເຈຍ ດ້ວຍຫົວຂໍ້: ພ້ອມກັນກ້າວຂຶ້ນເພື່ອ ອາຊຽນ ທີ່ຍືນຍົງ, ກວມລວມ ແລະ ປັບຕົວໃຫ້ແທດເໝາະ.

  ກອງປະຊຸມສະມັດຊາໃຫຍ່ ລັດຖະສະພາ ອາຊຽນ (AIPA) ຄັ້ງທີ 43 ຈະດຳເນີນແຕ່ວັນທີ 20 – 25 ພະຈິກ ຢູ່ນະຄອນຫຼວງ ພະນົມເປັນ   

ຕາມແຈ້ງການສື່ມວນຊົນຂອງສະພາແຫ່ງຊາດ ກຳປູເຈຍ ອອກວັນທີ 14 ພະຈິກ ແລ້ວ, ພິທີໄຂກອງປະຊຸມສະມັດຊາໃຫຍ່ (AIPA) ຄັ້ງທີ 43 ຈະດຳເນີນໃນຕອນເຊົ້າວັນທີ 21 ພະຈິກ, ດ້ວຍການເຂົ້າຮ່ວມຂອງການນຳຂັ້ນສູງຂອງສະພາສູງ, ສະພາແຫ່ງຊາດບັນດາປະເທດສະມາຊິກ AIPA ແລະ ຜູ້ແທນຂັ້ນສູງບັນດາປະເທດສັງເກດການ, ແຂກຖືກເຊີນ, ເຈົ້າພາບ ແລະ ອົງການຄູ່ຮ່ວມມື. ໃນຂອບເຂດຂອງກອງປະຊຸມສະມັດຊາໃຫຍ່ AIPA ຄັ້ງນີ້ ກໍຈະດຳເນີນກອງປະຊຸມຫຼາຍຄັ້ງທີ່ກ່ຽວຂ້ອງຄື: ກອງປະຊຸມສະມາຊິກລັດຖະສະພາຍິງ AIPA (WAIPA), ກອງປະຊຸມສະມາຊິກລັດຖະສະພາໜຸ່ມ AIPA, ກອງປະຊຸມກຳມາທິການການເມືອງ ແລະ ກອງປະຊຸມກຳມາທິການສັງຄົມ.

top