ຂ່າວສານ

ກຳ​ປັ່ນ​ຊາວ​ໜຸ່ມ​ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ແລະ ຍິ່​ປຸ່ນ ຄັ້ງ​ທີ 49 ເລີ່ມ​ເດີນ​ທາງ​ຈາກ ໂຕ​ກຽວ

SSEAYP ຄັ້ງທີ 49 ມີການເຂົ້າຮ່ວມຂອງຜູ້ແທນຊາວໜຸ່ມ 170 ຄົນທີ່ມາຈາກບັນດາປະເທດ ອາຊຽນ ແລະຈີນ.
(ພາບ: TTXVN)
ພິທີເລີ່ມເດີນທາງ ຂອງກຳປັ່ນຊາວໜຸ່ມອາຊີຕາເວັນອອກສ່ຽງໃຕ້ ແລະ ຍິ່ປຸ່ນ (SSEAYP)  ຄັ້ງທີ 49 ໄດ້ຈັດຂຶ້ນໃນວັນທີ 26 ມັງກອນໃນກຳປັ່ນ “Nippon Maru”,  ຫຼັງຈາກນັ້ນ ກຳປັ່ນລຳນີ້ໄດ້ອອກຈາກທ່າກຳປັ່ນ ໂຕກຽວ, ເລີ່ມຕົ້ນວິວັດການພົວພັນແລກປ່ຽນມິດຕະພາບຢູ່ ໄທ ແລະ ສິງກະໄປ. SSEAYP ຄັ້ງທີ 49 ມີການເຂົ້າຮ່ວມຂອງຜູ້ແທນຊາວໜຸ່ມ 170 ຄົນທີ່ມາຈາກບັນດາປະເທດ ອາຊຽນ ແລະຈີນ. ຄະນະຜູ້ແທນ ຫວຽດນາມ ມີ 16 ຄົນ. ລາຍການປີນີ້ມີຫຼາຍກິດຈະກຳທີ່ອຸດົມສົມບຸນຫຼາຍຮູບແບບ. ກ່ຽວກັບການປຶກສາຫາລືຈະມີ 6 ຫົວຂໍ້ພາຍໃຕ້ທັດສະນະ ແລະ ພາລະກຳຂອງຊາວໜຸ່ມກ່ຽວກັບຂົງເຂດຕ່າງໆ ເພື່ອແນໃສ່ພ້ອມກັນແບ່ງປັນແນວຄວາມຄິດ ແລະ ຊອກຫາມາດຕະການແກ້ໄຂບັນດາບັນຫາທົ່ວໂລກ.

top