ຂ່າວສານ

ກຳ​ປັ່ນກອງ​ທັບ​ເຮືອ ຫ​ວ​ຽດ​ນາມ ເຂົ້າ​ຮ່ວມ​ການ​ເຝິກຊ້ອມ ADMM+ ແລະ ເຂົ້າ​ຮ່ວມ​ງານ​ວາງ​ສະ​ແດງ IMDEX 2019 ຢູ່ ສິງກ​ະໂປ

ເລື່ອງເຂົ້າຮ່ວມການ ເຝິກຊ້ອມໃນພື້ນທີ່ຕົວຈິງ ADMM+ ກ່ຽວກັບຄວາມໝັ້ນຄົງການເດີນທະເລ ແລະ ງານວາງສະແດງ IMDEX 2019 ຢູ່ ສິງກະໂປ ຄັ້ງນີ້ເພື່ອແນໃສ່ສືບຕໍ່ຜັນຂະຫຍາຍປະຕິບັດແນວທາງການຕ່າງປະເທດຂອງພັກ, ລັດ, ຕັ້ງໜ້າ ແລະ ເປັນເຈົ້າການໃນການເຊື່ອມໂຍງເຂົ້າກັບສາກົນ ແລະ ປະຕິບັດຕາມຂໍ້ຕົກລົງຂອງການນຳກະຊວງປ້ອງກັນປະເທດບັນດາປະເທດ ADMM+.

ຄະນະປະຕິບັດງານກອງທັບເຮືອປະຊາຊົນ ຫວຽດນາມ (ພາບ: baohaiquanvietnam.vn

 ວັນທີ 8 ພຶດສະພາ, ກຳປັ່ນ ໝາຍເລກ 016 - ກວາງຈູງ, ເຫຼົ່າທັບເຮືອພ້ອມກັບຄະນະປະຕິບັດງານກອງທັບເຮືອປະຊາຊົນ ຫວຽດນາມ ໄດ້ອອກຈາກທ່າກຳປັ່ນ ກາມແຣັງ ໄປເຂົ້າຮ່ວມການເຝິກຊ້ອມ ໃນພື້ນທີ່ຕົວຈິງ ADMM+ (ກອງປະຊຸມລັດຖະມົນຕີປ້ອງກັນປະເທດອາຊຽນ ເປີດກ້ວາງ) ກ່ຽວກັບຄວາມໝັ້ນຄົງການເດີນທະເລ ແລະ ເຂົ້າຮ່ວມງານວາງສະແດງການເດີນທະເລດ້ານປ້ອງກັນຊາດ ອາຊີ 2019 (IMDEX 2019) ຢູ່ ສິງກະໂປ.

        ເລື່ອງເຂົ້າຮ່ວມການ ເຝິກຊ້ອມໃນພື້ນທີ່ຕົວຈິງ ADMM+ ກ່ຽວກັບຄວາມໝັ້ນຄົງການເດີນທະເລ ແລະ ງານວາງສະແດງ IMDEX 2019 ຢູ່ ສິງກະໂປ ຄັ້ງນີ້ເພື່ອແນໃສ່ສືບຕໍ່ຜັນຂະຫຍາຍປະຕິບັດແນວທາງການຕ່າງປະເທດຂອງພັກ, ລັດ, ຕັ້ງໜ້າ ແລະ ເປັນເຈົ້າການໃນການເຊື່ອມໂຍງເຂົ້າກັບສາກົນ ແລະ ປະຕິບັດຕາມຂໍ້ຕົກລົງຂອງການນຳກະຊວງປ້ອງກັນປະເທດບັນດາປະເທດ ADMM+ ກໍ່ຄືສະແດງໃຫ້ເຫັນຄວາມຮັບຜິດຊອບຂອງກອງທັບເຮືອປະຊາຊົນ ຫວຽດນາມ ແມ່ນສະມາຊິກກອງປະຊຸມຜູ້ບັນຊາການກອງທັບເຮືອບັນດາປະເທດ ອາຊຽນ (ANCM). ພ້ອມທັງ, ສະແດງໃຫ້ເຫັນການສະໜັບສະໜູນຂອງກະຊວງປ້ອງກັນປະເທດ ແລະ ກອງທັບເຮືອປະຊາຊົນ ຫວຽດນາມ ຕໍ່ ກະຊວງປ້ອງກັນປະເທດ ແລະ ກອງທັບເຮືອ ສິງກະໂປ ໃນການຈັດຕັ້ງບັນດາການເຄື່ອນໄຫວ, ເຫດການສາກົນ; ສະແດງໃຫ້ເຫັນເຈດຕະນາດີຂອງກອງທັບປະຊາຊົນ ຫວຽດນາມ ກັບກອງທັບ ແລະ ກອງທັບເຮືອ ສິງກະໂປ; ປະກອບສ່ວນປັບປຸງ, ເພີ່ມທະວີການພົວພັນຮ່ວມມື, ມິດຕະພາບກັບກອງທັບເຮືອບັນດາປະເທດ ອາຊຽນ ແລະ ບັນດາປະເທດໃນພາກພື້ນ.

(ແຫຼ່ງຄັດຈາກ VOV)



top