ກຳລັງຮັກສາສັນຕິພາບ ຫວຽດນາມ ສ້າງຄວາມຫວັງ ຢູ່ Abyei

ໃນຂະນະທີ່ ເຫຼືອເວລາພຽງ 1 ເດືອນ ຈະສິ້ນສຸດ ໄລຍະການປະຕິບັດງານ, ກອງທະຫານຊ່າງເລກທີ 4 ຂອງ ຫວຽດນາມ ພວມກະກຽມ ສະຫຼຸບ ພາລະກິດ ເກືອບ 1 ປີ ທີ່ຄະນະປະຕິບັດງານ ຮັກສາສັນຕິພາບ ຊົ່ວຄາວ ຂອງ ສປຊ ຢູ່ ອາບີເຢ (UNISFA). ຜ່ານບັນດາ ໂຄງການ ພື້ນຖານໂຄງລ່າງ ທີ່ຈຳເປັນ, ບັນດານັກຮົບ ຮັກສາສັນຕິພາບ ຫວຽດນາມ ບໍ່ພຽງແຕ່ ຊ່ວຍໜູນໃຫ້ ບັນດາການເຄື່ອນໄຫວຂອງຄະນະປະຕິບັດງານ ບັນລຸປະສິດທິຜົນເທົ່ານັ້ນ, ແຕ່ຍັງ ປະກອບສ່ວນ ເຂົ້າໃນການປັບປຸງການໄປມາ, ການລ້ຽງຊີບ ແລະ ຊີວິດການເປັນຢູ່ປະຈຳວັນຂອງ ປະຊາຊົນ ທ້ອງຖິ່ນ ອີກດ້ວຍ. /MediaUpload/Video/2026/08/03/vietnams-peacekeepers-building-hope-in-abyei-3-15-25-28.mp4

top