ຂ່າວສານ

ກຳລັງກູ້ໄພກູ້ຊີບ ຫວຽດນາມ ຕັ້ງໜ້າ, ຮີບເຮັ່ງຊອກຫາຜູ້ປະສົບເຄາະຮ້າຍຈາກເຫດແຜ່ນດິນໄຫວຢູ່ ຕວັກກີ

ຄະນະກູ້ໄພກູ້ຊີບກະຊວງຕຳຫຼວດ ຫວຽດນາມ ໄດ້ສົມທົບກັບບັນດາກົມກອງຊອກຫາຜູ້ປະສົບເຄາະຮ້າຍປະມານກວ່າ 100 ຄົນ ເຊິ່ງໄດ້ຮັບຖືວ່າຖືກຫາຍສາບສູນຢູ່ໃຕ້ຊາກຫັກພັງ.
  ກຳລັງກູ້ໄພກູ້ຊີບ ຫວຽດນາມ (ພາບ: TTXVN)  

ໂດຍສືບຕໍ່ບັນດາການເຄື່ອນໄຫວໜູນຊ່ວຍການກູ້ໄພກູ້ຊີບ ພາຍຫຼັງເກີດເຫດແຜ່ນດິນໄຫວຢູ່ ຕວັກກີ, ວັນທີ 14 ກຸມພາ, ຄະນະກູ້ໄພກູ້ຊີບກະຊວງຕຳຫຼວດ ຫວຽດນາມ ໄດ້ໄປປະຕິບັດໜ້າທີ່ຢູ່ເຂດມີ 3 ຕຶກອາຄານຖືກພັງທະລາຍຢູ່ນະຄອນ Adiyaman. ຢູ່ທີ່ນີ້, ຄະນະກູ້ໄພກູ້ຊີບກະຊວງຕຳຫຼວດ ຫວຽດນາມ ໄດ້ສົມທົບກັບບັນດາກົມກອງຊອກຫາຜູ້ປະສົບເຄາະຮ້າຍປະມານກວ່າ 100 ຄົນ ເຊິ່ງໄດ້ຮັບຖືວ່າຖືກຫາຍສາບສູນຢູ່ໃຕ້ຊາກຫັກພັງ. ທ່ານພັນເອກ ຫງວຽນມິງເຄືອງ, ຮອງຫົວໜ້າກົມຕຳຫຼວດດັບເພີງ ແລະ ກູ້ໄພກູ້ຊີບ, ກະຊວງຕຳຫຼວດ ຫວຽດນາມ, ຫົວໜ້າຄະນະປະຕິບັດງານ, ໃຫ້ຮູ້ວ່າ:

“ຢູ່ແຫ່ງນີ້, ພວກຂ້າພະເຈົ້າສືບຕໍ່ນຳໃຊ້ເຄື່ອງຊອກຫາ ຣາດາ, ກ້ອງຖ່າຍເພື່ອຊອກຫາດ້ວຍສຽງ, ພາບ, ຈາກນັ້ນກຳນົດວ່າຍັງມີຜູ້ລອດຊີວິດ ຫຼື ບໍ່. ພ້ອມທັງນຳໃຊ້ບັນດາເຄື່ອງອຸປະກອນສະເພາະເພື່ອສົມທົບກັບບັນດາກຳລັງຂອງ ອາເມລິກາ, ອຸດເບກິດສະຖານ ແລະ ຕວັກກີ ປະຕິບັດການກູ້ໄພກູ້ຊີບ, ນຳຜູ້ປະສົບເຄາະຮ້າຍອອກຈາກຊາກຫັກພັງ”.

ກ່ອນໜ້ານັ້ນ, ຄະນະປະຕິບັດງານຂອງກະຊວງຕຳຫຼວດ ຫວຽດນາມ ໄດ້ປະຕິບັດສຳເລັດ 2 ໜ້າທີ່ຢູ່ 2 ແຫ່ງອື່ນກໍ່ຢູ່ນະຄອນ Adiyaman, ສົມທົບກັນນຳເອົາສົບຂອງຜູ້ປະສົບເຄາະຮ້າຍ 6 ຄົນອອກມາ, ແລະ ຊ່ວຍຊາຍຄົນໜຶ່ງຍັງມີຊີວິດຢູ່ອອກຈາກເຂດຊາກຫັກພັງ.

ໄລ່ຮອດວັນທີ 14 ກຸມພາ (ຕາມເວລາ UTC), ຈຳນວນຜູ້ເສຍຊີວິດຢູ່ ຕວັກກີ ແລະ ຊີຣີ ພາຍຫຼັງເຫດແຜ່ນດິນໄຫວໃນວັນທີ 06 ກຸມພາ ແມ່ນກວ່າ 41.000 ຄົນ.


top