ຂ່າວສານ

ກຳລັງກອງທັບ ຫວຽດນາມ ເຂົ້າຊ່ວຍເຫຼືອປະຊາຊົນ ລາວ ທີ່ໄດ້ຮັບຜົນກະທົບຈາກອຸບັດເຫດເຂື່ອນໄຟຟ້າແຕກ ຢູ່ ລາວ


ຍົກຍ້າຍປະຊາຊົນເມືອງ ສະໜາມໄຊ, ແຂວງ ອັດຕະປື ອອກຈາກເຂດນຳ້ຖ້ວມ. (ພາບ: THX/VNA)

ຕາມການຊີ້ນຳຂອງນາຍົກລັດຖະມົນຕີແຫ່ງ ສສ ຫວຽດນາມ, ກະຊວງປ້ອງກັນປະເທດ ໄດ້ຜັນຂະຫຍາຍວຽກງານຊ່ວຍເຫຼືອ ປະເທດ ລາວ ໃນການປະເຊີນໜ້າ, ຊ່ວຍຟື້ນຟູຫຼັງໄດ້ຮັບຜົນກະທົບຈາກອຸບັດເຫດເຂື່ອນໄຟຟ້າ  ​ເຊ​ປຽນ-​ເຊ​ນ້ຳ​ນ້ອຍ ແຕກ ໃນເວລາ 20 ໂມງຕອນຄຳ່ວັນທີ 23 ກໍລະກົດ 2018.

ກອງບັນຊາການທະຫານເຂດ 5 ແລະ ບັນດາກົມກອງ ຕ່າງໆ ສັງກັດທະຫານເຂດ 5 ໄດ້ແຕ່ງຕັ້ງພະນັກງານ, ນັກຮົບ, ນາຍແພດ ເກືອບ 1.000 ຄົນ; ລົດໃຫຍ່, ລົດສຸກເສີນ, ເຮືອທັງໝົດ 26 ຄັນ; ເສື້ອກູ້ຊີບ, ຜ້າປົກ, ຜ້າປູນອນ 600 ໜ່ວຍ; ເຂົ້າໜົມ ເລືອງໂຄ໋ 9 ໂຕນ... ພ້ອມແລ້ວຊ່ວຍເຫຼືອປະເທດ ລາວ ໃນການປະເຊີນໜ້າ ແລະ ຊ່ວຍຟື້ນຟູຫຼັງໄດ້ຮັບຜົນກະທົບຈາກອຸບັດເຫດເຂື່ອນໄຟຟ້າເຊ​ປຽນ-​ເຊ​ນ້ຳ​ນ້ອຍ ແຕກ. 
 
ເຖິງ 16 ໂມງ 30 ນາທີຂອງວັນທີ 25 ກໍລະກົດ, ກອງບັນຊາການ ທະຫານເຂດ 5 ແລະ ບັນດາກົມກອງ ຕ່າງໆ ສັງກັດທະຫານເຂດ 5 ໄດ້ເຂົ້າຮ່ວມໂດຍກົງ ໃນການຊ່ວຍເຫຼືອປະເທດ ລາວ ປະເຊີນໜ້າ ແລະ ຊ່ວຍຟື້ນຟູຫຼັງໄດ້ຮັບຜົນກະທົບຈາກເຫດການດັ່ງກ່າວ ລວມມີ: ພະນັກງານ, ນັກຮົບ, ນາຍແພດ 140 ຄົນ; ກອງບັນຊາການ ທະຫານເຂດ 5 ສະໜັບສະໜູນ 260 ລ້ານດົ່ງ, ກອງທະຫານໃຫຍ່ເລກ 15 ສະໜັບສະໜູນ 10 ລ້ານກີບ,  ພ້ອມກັບ ຢ່າຈຳນວນໜຶ່ງທີ່ສາມາດປິ່ນປົວພະຍາດໃຫ້ແກ່ 500 ຄົນ. 
 
ປະຕິບັດ: VNA/VNP

 

top