ຂ່າວສານ

ກຳປູເຈຍສະເຫລີມສະຫລອງວັນໄຊຊະນະລະບອບດັບສູນເຊື້ອຊາດPol Pot

      ຕອນເຊົ້າວັນທີ 7 ມັງກອນ ຢູ່ ເກາະ Koh Pich  ນະຄອນຫລວງ ພະນົມເປັນປະເທດ ກຳປູເຈຍ, ພັກປະຊາຊົນ ກຳປູເຈຍ (CPP) ກຳອຳນາດ ໄດ້ຈັດພິທີເຫຼີມສະຫຼອງ 39 ປີແຫ່ງວັນໄຊຊະນະລະບອບດັບສູນເຊື້ອຊາດ Pol Pot ຢູ່ ກຳປູເຈຍ (7/1/1979 – 7/1/2018). ນີ້ແມ່ນພິທີສະເຫລີມສະຫລອງມີຂອບຂະຫນາດໃຫຍ່ສຸດນັບແຕ່ກອ່ນມາຮອດປະຈຸບັນຢູ່ ກຳປູເຈຍ.  

ທ່ານນາຍົກລັດຖະມົນຕີ ກຳປູເຈຍ  Samdech Hunsen ປະທານພັກ CPP
      ທ່ານນາຍົກລັດຖະມົນຕີ ກຳປູເຈຍ  Samdech Hunsen ປະທານພັກ CPP, ທ່ານ Samdech Heng Samrin ປະທານສະພາແຫ່ງຊາດ ກຳປູເຈຍ ເປັນປະທານພິທີສະເຫລີມສະຫລອງດັ່ງກ່າວ. ທ່ານ ຫວູກວາງມີງ, ເອກອັກຄະລັດຖະທູດຫວຽດນາມ ປະຈຳ ກຳປູເຈຍ, ພ້ອມດ້ວຍຜູ້ຕາງຫນ້າບັນດາຄະນະທູຕານຸທູດ ແລະ ບັນດາອົງການຈັດຕັ້ງສາກົນ ຢູ່ ພະນົມເປັນ ເຂົ້າຮ່ວມຢ້າງພ້ອມພຽງ.
      ກ່າວຄຳເຫັນທີ່ພິທີ, ທ່ານປະທານ CPP ນາຍົກລັດຖະມົນຕີ Hun Sen  ຢືນຢັນ: ໄຊຊະນະໃນວັນທີ 7 ມັງກອນປີ 1979 ແມ່ນໄຊຊະນະຄັ້ງປະຫວັດສາດ ໄດ້ກູ້ເອົາຊີວິດໃຫ້ປະຊາຊົນນັບລ້ານໆຄົນພົ້ນອອກຈາກການດັບສູນເຊື້ອຊາດຂອງລະບອບ Pol Pot  ເປີດສັງກາດໃຫມ່ໃຫ້ແກ່ ກຳປູເຈຍ, ສັງກາດຂອງຄວາມເປັນເອກະລາດ, ເສລີພາບ, ປະຊາທິປະໄຕ ແລະ ພັດທະນາສັງຄົມ.  ທ່ານນາຍົກລັດຖະມົນຕີ Hun Sen ເນັ້ນຫນັກວ່າ: ພິທີສະເຫລີມສະຫລອງ ຖືກຈັດຂຶ້ນ ເພື່ອ “ອາໄລຫາຄຸນງາມຄວາມດີອັນໃຫຍ່ຫລວງ ຂອງບັນດາວິລະຊົນທີ່ເສຍສະຫລະຊີວິດເພື່ອຊາດຂອງແນວໂຮມສາມັກຄີປົດປ່ອຍຊາດ ກຳປູເຈຍ ແລະ ບັນດາທະຫານອາສາສະໝັກຫວຽດນາມ ທີ່ໄດ້ເສຍເລືອດເນື້ອຂອງຕົນເພື່ອພາລະກິດໂຄ່ນລົ້ມລະບອບດັບສູນເຊື້ອຊາດ Pol Pot ນຳເອົາຊີວິດໃຫມ່ໃຫ້ແກ່ປະຊາຊົນ
 (ແຫຼ່ງຄັດຈາກ VOV)

top