ຂ່າວສານ

ກຳປູເຈຍດຳເນີນການເລືອກຕັ້ງສະພາຂັ້ນເມືອງ,ແຂວງ ແລະ ນະຄອນ

      ຕອນເຊົ້າວັນທີ 26 ພຶດສະພາ, ກຳປູເຈຍ ໄດ້ດຳເນີນການເລືອກຕັ້ງສະພາເມືອງ, ແຂວງ ແລະ ນະຄອນ ໃນທົ່ວປະເທດ, ດ້ວຍການເຂົ້າຮ່ວມຂອງກຳມະການສະພາຂັ້ນຕາແສງ, ເມືອງລວມ 11.572 ຄົນ.


(ພາບປະກອບ)
      ຄະນະກຳມະການເລືອກຕັ້ງແຫ່ງຊາດກຳປູເຈຍ ໃຫ້ຮູ້ວ່າ, ການເລືອກຕັ້ງປີນີ້ ມີ 7 ພັກການເມືອງໄດ້ຈົດທະບຽນເຂົ້າຮ່ວມການເລືອກຕັ້ງ. ເຂົ້າຮ່ວມການຕິດຕາມການເລືອກຕັ້ງມີນັກສັງເກດການ ກວ່າ 10.000 ຄົນ ແລະ ນັກຂ່າວຢູ່ພາຍໃນ ແລະ ຕ່າງປະເທດ ເກືອບ 300 ຄົນ.
        ສະພາຂັ້ນເມືອງ, ແຂວງ ແລະ ນະຄອນ ຢູ່ກຳປູເຈຍ ມີອາຍຸ 5 ປີ, ບັນດາສະພາດັ່ງກ່າວມີໜ້າທີ່ສຳຄັນໃນການຕິດຕາມກວດກາການເຄື່ອນໄຫວ, ເຂົ້າຮ່ວມການປະກອບສ່ວນໃຫ້ແກ່ວຽກງານຊີ້ນຳ, ການບໍລິຫານຂອງອຳນາດການປົກຄອງທ້ອງຖິ່ນທຸກຂັ້ນ.
 (ແຫຼ່ງຄັດຈາກ VOV)


top